ເຄື່ອງຊ່ອຍເຫຼືອເລີ້ມຫລັ່ງໄຫລເຂົ້າໄປໃນປະເທດເກາະດອນ
Vanuatu ໃນເຂດມະຫາສະມຸດປາຊີຟິກພາກໃຕ້ ໃນວັນອາ
ທິດມື້ນີ້ ຫຼັງຈາກລົມພາຍຸ cyclone Pam ໄດ້ພັດເຂົ້າປະທະ
ແລະສ້າງຄວາມເສຍຫາຍຢ່າງຮ້າຍແຮງໃນແລງວັນສຸກ ແລະ
ວັນເສົາວານນີ້.
ອົງການຊ່ອຍບັນເທົາທຸກ World Vision ໄດ້ເຕືອນວ່າ ອາດ
ສາມາດໃຊ້ເວລາ ຫຼາຍມື້ຫຼືຫລາຍອາທິດກໍເປັນໄດ້ ເພື່ອຈະເຂົ້າ
ໄປຫາພວກເກາະໃນເຂດສອກຫຼີກຫ່າງໄກໄດ້. ບັນດາເຈົ້າໜ້າ
ທີ່ໄດ້ຢືນຢັນວ່າ ມີ ຜູ້ເສຍຊີວິດໄປແລ້ວ 8 ຄົນ ຍ້ອນລົມພາຍຸໄຊ
ໂຄລນ Pam ລູກນີ້ ແຕ່ມີລາຍງານອື່ນໆທີ່ເວົ້າວ່າ ມີຄົນເສຍຊີວິດ
ໄປຕື່ມອີກຫຼາຍສິບຄົນ.
ທີມຊ່ວຍເຫລືອ ເດີນທາງ ໄປຮອດວານົວຕູ
ພາຍຸໄຊໂຄລນ Pam ຊຶ່ງມີລົມແຮງເຖິງ 300ຫຼັກກິໂລແມັດຕໍ່ຊົ່ວໂມງ ໄດ້ທຳລາຍໝູ່ບ້ານຫຼາຍໆແຫ່ງຢ່າງຮາບຄາບ ເຮັດໃຫ້ພວກອາຄານຍັງເຫຼືອແຕ່ຮ່າງໄມ້ ແລະຫຼັງຄາເຮືອນຖືກ
ພັດປິວໄປ ພ້ອມທັງເຮັດໃຫ້ສາຍໄຟຟ້າຂາດ ແລະຕົ້ນໄມ້ຖືກໂຄ່ນລົງທັງຮາກ.
ເຈົ້າໜ້າທີ່ໄດ້ປະກາດພາວະສຸກເສີນໃນທົ່ວໝູ່ກາະ.
ປະທານາທິບໍດີ Vanuatu ທ່ານ Baldwin Lonsdale ໄດ້ຮ້ອງຂໍການຊ່ອຍເຫຼືອຈາກ
ນາໆຊາດໃນວັນເສົາວານນີ້ ເວລາທ່ານກ່າວຄຳປາໄສ ຕໍ່ກອງປະຊຸມສະຫະປະຊາຊາດ
ວ່າດ້ວຍການລົດຜ່ອນໄພຫາຍະນະ ທີ່ຍີ່ປຸ່ນ.
Your browser doesn’t support HTML5
Vanuatu cyclone