​ເຈົ້າ​ໜ້າ​ທີ່ ພວມແຂ່ງ ​ກັບ​ເວລາ ເພື່ອ​ຊ່ອຍ​ເຫຼືອ​ ພວກ​ເຄາະ​ຮ້າຍ ຈາກ​ພາຍຸ​ໄຊ​ໂຄ​ລນ ອີ​ແດ

ເດັກ​ນ້ອຍ​ຜູ້ ແນມ​ເບິ່ງ​ການ​ລຳ​ລຽງ​ສົ່ງ​ສຳ​ພາ​ລະ ເຂົ້າ​ຂອງ​ຊ່ອຍ​ເຫຼືອ ໃຫ້​ແກ່​ໝູ່​ບ້ານ​ທີ່​ຫ່າງ​ໄກ​ສອກ​ຫຼີກ ທີ່​ໂບ​ພີ​ຣາ, ໂມ​ຊຳ​ບິກ, 6 ເມ​ສາ 2019.

ບັນ​ດາ​ອົງ​ການ​ຊ່ອຍ​ເຫຼືອ​ສາ​ກົນ ແລະ ​ກອງ​ກຳ​ລັງ​ຂອງລັດ​ຖະ​ບານ ແມ່ນ​ແຂ່ງ​ກັບ​ເວລາ
ເພື່ອ​ຊ່ອຍ​ເຫຼືອ​ພວກ​ເຄາະ​ຮ້າຍ ຈຳ​ນວນ​ຫຼາຍ​ພັນ​ຄົນ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພາຍຸ​ໄຊ
​ໂຄ​ລນ ອີ​ແດ​ນັ້ນ.

ພາຍຸ​ໄຊ​ໂຄ​ລນຫົວ​ນີ້ ​ຊຶ່ງ​ໄດ້ພັດເຂົ້າ​ປະ​ທະ​ຂົງ​ເຂດ​ດັ່ງ​ກ່າວ ເມື່ອ​ວັນ​ທີ 14 ມີ​ນາ ຜ່ານ​ມາ​ພຸ້ນ ​ໄດ້ຍັງ​ຜົນ​ໃ​ຫ້ມີ​ຜູ້​ຄົນ​ເສຍ​ຊີ​ວິດ ເກືອບ 1 ພັນ​ຄົນ ໃນປະ​ເທດ​ໂມ​ຊຳ​ບິກ ມາ​ລາ​ວີ ແລະ​ຊິມ​ບັບ​ເວ ແລະອີກ​ຈຳ​ນວນ​ນຶ່ງ ​ຍັງ​ຫາຍ​ສາບ​ສູນ​ຢູ່.

ນຶ່ງ​ໃນ​ຜົນ​ກະ​ທົບ​ທີ່​ຮ້າຍ​ແຮງ​ສຸດ ໃນ​ເມືອງ​ທ່າເບ​ຣາ ຕາມແຄມຝັ່ງ​ທະ​ເລໂມ​ຊຳ​ບິກ. ມີ​ຜູ້​ຄົນ​ຫຼາຍກວ່າ 150 ພັນ​ຄົນ ​ບໍ່​ມີ​ທີ່​ຢູ່​ອາ​ໄສ ຈາກ​ 3 ເຂດ​ໃກ້​ຄຽງ​ກັບເມືອງ​ທ່າເບ​ຣາ ​ແລະ​ໄດ້​ພາ​ກັ​ນ​ໄປ​ອາ​ໄສ ຢູ່​ທີ່​ສູນ​ອົບ​ພະ​ຍົບຊົ່ວ​ຄາວ ໃນ​ຕົວ​ເມືອງ.

ອົງ​ການ​ແພດໄຮ້​ພົມ​ແດນ ຫຼື Médecins Sans Frontières ໄ​ດ້​ກ່າວ​ໃນ​ວັນ​ ຈັນ​ວານ​ນີ້ ວ່າ ​ມີ​ຫຼາຍ​ພັນ​ຄອບ​ຄົວ ທີ່​ຍັງ​ພົບ​ຄວາມ​ຍຸ້ງຍາກ ໃນ​ການຊອກ​ຫາ ອາ​ຫານ​ການ​ກິນ, ທີ່​ພັກ​ພາອ​າ​ໄສ ແລະ​ຂາດ​ການ​ປິ່ນ​ປົວ​ພະ​ຍາ​ບານ ແລະ​ຍັງ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ທີ່​ຈະ​ມີ​ບັນ​ຫາ​ເລື້ອງ​ສຸນະ​ພາບ ເຈັບປ່ວຍ ເຊັ່ນ​ໂຣກ​ອະ​ຫິ​ວາ ແລະ​ໂຣກ​ໄຂ້​ຍຸງ.

“ຕອນ​ທຳ​ອິດ. ພວກ​ເຮົາ​ແມ່ນ​ຮັກ​ສາຜູ້​ປ່ວຍປະ​ມານ 200 ຄົນ ຕໍ່​ວັນ ພຽງ​ແຕ່​ໜ່ວຍ​ຮັກ​ສາ ໂຣກ​ອະ​ຫິ​ວາ​ເທົ່າ​ນັ້ນ,” ນັ້ນ​ແມ່ນ​ຄຳ​ເວົ້າ ​ຂອງ​ທ່ານ Quezia Monteiro ທ່ານ​ໝໍ​ຊ່ຽວ​ຂານ​ຂອງກຸ່ມແພດ​ດັ່ງ​ກ່າວ ທີ່ໄດ້​ກ່າວ​ໄວ້. ມາ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ກຸ່ມ​ທ່ານ​ໝໍ​ໄຮ້​ພົມ​ແດນ ແລະ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກແມ່ນໄດ້​ຮັກ ​ສາ​ພະ​ຍາ​ບານ ພວກ​ຄົນ​ໄຂ້​ທີ່​ເປັນ​ໂຣກ​ອະ​ຫິ​ວາ​ນີ້ ຫຼາຍກວ່າ 3,400 ຄົນ​ແລ້ວ ໃນ​ຂົງ​ເຂດ​ທີ່​ມີ​ນ້ຳ​ຖ້ວມ​ນີ້.

ພວກເຄາະຮ້າຍຈາກພະຍຸອີແດ ຮັບສຳພາລະ ເຂົ້າປາອາຫານ ໃນເມືອງ Chipinge, ຊິມບາບເວ, 24 ມີນາ 2019.

ກຸ່ມ​ທ່ານ​ໝໍ​ໄຮ້​ພົມ​ແດນ ໄດ້​ໃຫ້ສະ​ໜັບ​ສະ​ໜຸນ​ດ້ານ​ພະ​ລາ​ທິ​ການ​ແລະດ້ານ​ເທັກ ນິກ ແລະ​ ​ວາງ​ແຜນໃຫ້​ການ​ສະ​ໜັບ​ສະ​ໜຸນ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໃນ​ການປຸກ​ລະ​ດົມຊັກ​ຢາວັກ​ຊີນ​ຕ້ານ​ໂຣກ​ອະ​ຫິ​ວາໃນ​ເຂດ​ຫ່າງ​ໄກສອກ​ຫຼີກ ທີ່​ເມືອງ ບູ​ຊີ ພ້ອມ​ກັບ​ເມືອງ ດອນ​ໂດ, ມາ​ຟາມ​ບິ​ສຊີ, ມາ​ຕົວ ແລະ​ຕິ​ກາ.

ອົງ​ການ​ທ່ານ​ໝໍ​ນາໆ​ຊາດ​ໄຮ້​ພົມ​ແດນ ຍັງ​ໄດ້​ຊ່ອຍ​ເຫຼືອ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ໃນ​ເຂດ​ທ້ອງ​ຖິ່ນ ແຈກ​ຢາຍມຸ້ງ​ກັນ​ຍຸງ, ສະ​ບູ ແລະ​ນ້ຳ​ຢາ​ຄ​ລໍ​ຣີນ ເພື່ອ​ຕ້ານ​ການ​ແຜ່​ຂະ​ຫຍາຍ​ຂອງ​ໂຣກ​ທີ່​ເກີດ​ຈາກ​ນ້ຳ​ນັ້ນ.

“ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສຸ​ຂ​ະນາ​ໄມ ແມ່ນ​ປະ​ຕິ​ເສດ​ບໍ່​ໄດ້, ແຕ່​ວ່າ ​ເລື້ອງ​ກຽດ​ສັກ​ສີ ນັ້ນ ແມ່ນ​ກະ​ແຈ​ສຳ​ຄັນ,” ນັ້ນ​ແມ່ນ​ຄຳ​ເວົ້າ​ທ່ານ Joaquim Guinart ຜູ້ປະ​ສານ​ໂຄງ​ການ​ຂອງ​ກຸ່ມ​ດັ່ງ​ກ່າວ ໃນ​ເມືອງບູ​ຊີ ​ທີ່ໄດ້​ກ່າວ​ໄວ້ ແລະ​ທ່ານ​ຍັງ​ໄດ້​ກ່າວ​ຕໍ່​ອີກວ່າ “ໃນ​ຫຼາຍໆ​ມື້ ຫຼັງ​ຈາກ​ທີ່​ພວກ​ເຮົາ​ແຈກ​ຈ່າຍສະ​ບູ ແລະ​ນ້ຳ​ຢາ​ ຄ​ລໍ​ຣີນແລ້ວ…ມີ​ແ​ມ່​ຍິງ​ຜູ້​ນຶ່ງ​ຂອບ​ໃຈ​ຂ້ອຍ, ໂດຍ​ກ່າວ​ວ່າ ລາວ​ບໍ່​ຊັກ​ເສື້ອ​ຜ້າ​ມາ​ໄດ້ 3 ​ອາ​ທິດ​ແລ້ວ ນັບ​ຕັ້ງແຕ່ໄດ້ເກີດລົມ​ພາ​ຍຸ​ມາ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ນາງ Ester Thoma ຄົວກິນ ໃນບ້ານທີ່ຖືກຫັກພັງເສຍຫາຍຂອງລາວ ຫຼັງຈາກທີ່ພະຍຸອີແດ ໄດ້ປະທະຂົງເຂດແລ້ວ ໃນບ້ານ Cheia, ທີ່ໝາຍຄວາມວ່າ “ນ້ຳຖ້ວມໃນປອກຕຸຍການ” ໃນເມືອງເບຣາ, ໂມຊຳບິກ, 01 ເມສາ 2019.