ບັນດາອົງການດ້ານອົບພະຍົບສາກົນ ແລະພະນັກງານບັນເທົາທຸກຢູ່ໃນບັງກລາແດັສ
ແລະມຽນມາພາກັນມີຄວາມເປັນຫ່ວງກ່ຽວກັບຕໍ່ສະພາບການທີ່ນັບມື້ນັບເຄັ່ງຮ້ອນຂຶ້ນ
ສໍາລັບຫລາຍພັນຄົນທີ່ຫລົບໜີຈາກການກໍ່ຄວາມຮຸນແຮງຍ້ອນຄວາມຂັດແຍ້ງທາງ
ສາສະໜາໃນລັດ ຣາໄຄຂອງມຽນມາ.
ທ່ານນາງ Vivian Tan ຫົວໜ້າດ້ານຂ່າວສານໃນເຂດເອເຊຍຂອງອົງການສະຫະປະ
ຊາຊາດດ້ານອົບພະຍົບ ໄປໃນບັງກລາແດັສກ່າວຕໍ່ ວີໂອເອພະແນກພາສາມຽນມາວ່າ
ບໍ່ມີທີ່ພັກພາອາໄສພຽງພໍໃຫ້ແກ່ຄົນ 18,000 ພັນຄົນທີ່ໄດ້ຂ້າມຊາຍແດນຈາກມຽນມາ ເພື່ອມາຫລົບໄພຢູ່ທີ່ນັ້ນ.
ຊາວບ້ານຂອງບັງກລາແດັສ ໃຫ້ການຊ່ວເຫລືແມ່ຍິງເຖົ້າໂຣຮິງຢາ ອອກຈາເຮືອ ຫລັງຈາກໄດ້ຂ້າມແມ່ນໍ້າ Shah Porir Deep.
ອົງການສາກົນດ້ານການຍົກຍ້າຍຖິ່ນຖານ ແລະກຸ່ມໃຫ້ການຊ່ວຍເຫລືອຕ່າງໆ ກ່າວຕໍ່
ວີໂອເອ ພະແນກພາສາບັງກລາແດັສວ່າ ມີຫລາຍກວ່າ 20,000 ຄົນພາກັນຕິດຄ້າງຢູ່
ພຽງແຕ່ໃນຊາຍແດນມຽນມາ ທີ່ມີຄວາມຫວັງຈະເຂົ້າໄປຍັງບັງກລາແດັສ.
ຊາວພຸດທີ່ເປັນຊາວບ້ານຣາຄາຍ ເດີນທາງມາເຖິງທາງເຮືອ ຈາກເຂັດທີ່ບໍ່ມີຄວາມສະຫງົບ ທີ່ເມືອງ Maungdaw.
ນັກຂ່າວວີໂອເອຄົນນຶ່ງລາຍງານວ່າ ຢູ່ໃນມຽນມາປະຊາຄົມຈຳນວນນຶ່ງເຕັມໄປດ້ວຍ
ຜູ້ຄົນ ທີ່ອົບພະຍົບມາແຕ່ທາງອື່ນຢູ່ໃນປະເທດ ແລະບັນດາພະນັກງານບັນເທົາທຸກ
ຢ້ານກົວວ່າ ການຂາດອາຫາຫານທີ່ປອດໄພ ແລະສະຖານທີ່ບໍ່ສະອາດອາດຈະພາ
ໃຫ້ການຕິດເຊື້ອ ພະຍາດຢ່າງແຜ່ຫລາຍ.
ຝູງຄົນພາກັນຢືນເບິ່ງໃນຂະນະທີ່ ພວກດັບເພີງກຳລັງມອດໄຟໄໝ້ເຮືອນ ທີ່ຈູດໂດຍ ພວກຫົວຮຸນແຮງ ມຸສລິມໂຮຮິງຢາ ທີ່ເມືອງ Maungdaw.
ຜູ້ຄົນເລີ້ມພາກັນຫລັ່ງໄຫລອອກມາຈາກໝູ່ບ້ານຂອງເຂົາເຈົ້າຢູ່ໃນລັດຣາໄຄໃນວັນທີ
25 ສິງຫາຜ່ານມາ ພາຍຫລັງທີ່ພວກກະບົດມຸສລິມກຸ່ມນຶ່ງທໍາການໂຈມຕີຫລາຍໆບ່ອນ
ຢ່າງຕໍ່ເນື່ອງໃສ່ບັນດາປ້ອມຍາມຕຳຫລວດ. ມີລາຍງານວ່າພວກເຈົ້າໜ້າທີ່ຮັກສາ
ຄວາມປອດໄພມຽນມາ ໄດ້ຕອບໂຕ້ຕໍ່ການໂຈມຕີດັ່ງກ່າວ ດ້ວຍການບຸກລຸກຢ່າງຮ້າຍ
ແຮງຢູ່ໃນໝູ່ບ້ານຂອງຊາວໂຣຣິງຢາ.
ຊາວບ້ານບັງກລາແດັສ ປົກຄຸມຊາກສົບແມ່ຍິງ ແລະເດັກນ້ອຍ ຊາວໂຣຮິງຢາ ທີ່ຖືກເຮືອຫລົ້ມຢູ່ ບັງກລາແດັສ.
ການໂຈມຕີທີ່ຮ້າຍແຮງສຸດຢູ່ໃນຂົງເຂດຢູ່ໃນຮອບຢ່າງໜ້ອຍຫ້າປີ ໄດ້ສົ່ງຊາວໂຣຣິງ
ຢາທີ່ເປັນມຸສລິມ ແລະຜູ້ຄົນທີ່ມາຈາກກຸ່ມຊາວພຸດທີ່ເປັນຊຸມຊົນສ່ວນໃຫຍ່ ພາກັນ
ຫລົບໜີໄປຢູ່ບ່ອນປອດໄພ.
ຣັດຣາໄຄ ປະເທດມຽນມາ
ຜູ້ນໍາຂອງປະຊາຄົມຮິນດູຢູ່ໃນບັງກລາແດັສກ່າວຕໍ່ວີໂອເອ ພະແນກພາສາບັງກລາ
ແດັສວ່າສະມາຊິກຂອງພວກຖືສາສະໜາຮິນດູຊຶ່ງເປັນຊຸມຊົນສ່ວນນ້ອຍກໍໄດ້ພາກັນ
ຫລົບໜີຈາກທີ່ ນັ້ນເຊັ່ນກັນ. ທ່ານ Shapawn Sharma Roni ເວົ້າວ່າ ພວກຖືສາສະ
ໜາຮິນດູ 412 ຄົນ ຊຶ່ງສ່ວນໃຫຍ່ແມ່ນຜູ້ຍິງ ແລະເດັກນ້ອຍ ໄດ້ພາກັນຂ້າມຊາຍແດນ
ໄປຍັງບັງກລາແດັສ ໃນສາມມື້ ຜ່ານມານີ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Myanmar Rohinya Crisis