ຊາວເຢເມນ ທີ່ໜີ ອອກຈາກເມືອງ ໂຮດີດາ ອາດບໍ່ເດີນທາງກັບຄືນ

ຮູບນີ້ຈາກວິດີໂດ ທີ່ສະໜອງໃຫ້ໂດຍອົງການຂ່າວ Arab24 ສະແດງໃຫ້ເຫັນ ກອງກຳລັງນຳພາໂດຍ ຊາອຸດີ ອາຣາເບຍ ກຳລັງສູ້ລົບ ເພື່ອຍຶດສະໜາມບິນສາກົນ ຂອງເມືອງ ໂຮດີດາ ຄືນຈາກພວກກະບົດຮູຕີ. 16 ມິຖຸນາ, 2018.

ເຈົ້າໜ້າທີ່ໃຫ້ຄວາມຊ່ວຍເຫຼືອໃນເຢເມນກ່າວວ່າ ພວກທີ່ເດີນທາງອອກຈາກເມືອງທ່າ
ໂຮ​ດີ​ດາເພື່ອໄປສະຫຼອງບຸນ ອີດ-ອາລ-ຟີດ ກັບຍາດພີ່ນ້ອງຂອງພວກເຂົາເຈົ້າຢູ່ບ່ອນ
ອື່ນນັ້ນອາດຈະບໍ່ພາກັນກັບຄືນໄປຍັງເມືອງໂຮ​ດີ​ດາອີກ​ ໃນເມື່ອວ່າກຳລັງທີ່ຢູ່ພາຍໃຕ້
ການນຳພາ ຂອງຊາອຸດີ ອາຣາເບຍ ໄດ້ເຂົ້າໄປໃນເມືອງດັ່ງກ່າວແລ້ວ.

ອົງການຊ່ອຍເຫຼືອອົບພະຍົບຂອງນໍເວ ກ່າວໃນວັນເສົາວານນີ້ວ່າ ຊາວມຸສລິມທີ່ຍັງຢູ່
ໃນເມືອງໂຮ​ດີ​ດາແມ່ນພາກັນຕື່ນຕົກໃຈທີ່ຈະພາກັນສະຫລອງບຸນຕາມປະເພນີດ້ວຍ ການໄປວັດແລະໄປຢ້ຽມຢາມຍາດພີ່ນ້ອງແລະຄອບຄົວ. ໃນຖະແຫຼງການທີ່ນຳອອກ ເຜີຍແຜ່ນັ້ນ ອົງການຊ່ອຍເຫລືອອົບພະຍົບນໍເວກ່າວວ່າ ຫຼາຍໆຄົນມີຄວາມຢ້ານກົວ
ທີ່ຈະອອກຈາກເຮືອນຂອງຕົນໄປໄກໂພດຍ້ອນຍັງມີການສູ້ລົບກັນຢູ່.

ຫົວໜ້າຜູ້ປະສານງານຂອງອົງການດັ່ງກ່າວທີ່ເມືອງໂຮ​ດີ​ດາ ທ່ານຊາລີມ ອາລ-ຊາມີ
ຣີ ກ່າວຢູ່ໃນຖະແຫຼງການວ່າ “ປະຊາຊົນຮູ້ສຶກວ່າ ມີຄວາມເຄັ່ງຕຶງເພີ້ມຂຶ້ນໃນແຕ່ລະ
ມື້ ທີ່ຜ່ານໄປ..ບຸນອີດ ຄວນເປັນໂອກາດ ທີ່ມີແຕ່ຄວາມງຽບສະຫງົບແລະຄວາມມ່ວນ
ຊື່ນຍິນດີ ສຳລັບພວກເຮົາເພື່ອຢູ່ກັບຄອບຄົວ ບໍ່ແມ່ນໂອກາດໃນການລໍຖ້າຢາກຮູ້ວ່າ
ເຮືອນຂອງເຈົ້າຈະຖືກລະເບີດຫຼືບໍ່ ເວລາການສູ້ລົບໄດ້ເຂົ້າໄປຮອດດັ່ງກ່າວແລ້ວ.“

ເມືອງໂຮ​ດີ​ດາ ແມ່ນເມືອງທ່າ ແລະທີ່ຕັ້ງທາງຍຸດທະສາດອັນສຳຄັນຍ້ອນເປັນຈຸດສົ່ງ
ການຊ່ອຍເຫຼືອທາງດ້ານມະນຸດສະທຳເຂົ້າໄປໃນເຢເມນ ຮວມທັງອາຫານນຳດ້ວຍ.

ໃນມື້ວັນພຸດຜ່ານມານີ້ ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ພັກ
ຝ່າຍທີ່ພວມທຳການສູ້ລົບໃນເຢເມນໃຫ້ເປີດເມືອງທ່າໂຮ​ດີ​ດາ ໃນຂະນະທີ່ອົງການ ໃຫ້ຄວາມຊ່ອຍເຫຼືອທາງດ້ານມະນຸດສະທຳ ພະຍາຍາມທີ່ຈະຈັດສົ່ງການຊ່ອຍເຫຼືອ
ທີ່ສຳຄັນໆ ໄປໃຫ້ພົນລະເຮືອນ 600,000 ຄົນຢູ່ໃນເມືອງດັ່ງກ່າວ.

ອົງການໃຫ້ຄວາມຊ່ອຍເຫຼືອອົບພະຍົບນໍເວກ່າວວ່າ ເຄື່ອງຂອງຕ່າງໆແມ່ນເກັບໄວ້
ຢູ່ໃນ 9 ຈຸດທົ່ວຕົວເມືອງ ແຕ່ການສູ້ລົບແບບບໍ່ຄາດຝັນທີ່ໄດ້ເກີດຂຶ້ນຢູ່ໃນບາງເຂດ
ນັ້ນ ເຮັດໃຫ້ການຈັດສົ່ງເຄື່ອງ ມີບັນຫາ. ຢູ່ໃນເຂດທາງໃຕ້ຂອງເມືອງ​ບອ່ນທີ່ການສູ້
ລົບ ໄດ້ເກີດຂຶ້ນນັ້ນ ຈຶ່ງມີທ່າທາງວ່າ ຢາປົວພະຍາດແລະເຄື່ອງໃຊ້ແມ່ນຈະມີຄວາມ
ຕ້ອງການ ແຕ່ກຸ່ມດັ່ງກ່າວເວົ້າວ່າ ຕົນບໍ່ສາມາດເຂົ້າໄປໃນເຂດນັ້ນໄດ້ຍ້ອນມີຄວາມ
ຮຸນແຮງ.

ຫ້ອງການສື່ມວນຊົນຂອງກອງທັບເຢເມນ ລາຍງານວ່າ ກຳລັງພັນທະມິດອາຣັບໄດ້
ບຸກເຂົ້າໄປໃນບໍລິເວນສະໜາມບິນ ໃນວັນເສົາມື້ວານນີ້ ຊຶ່ງເປັນມື້ທີ 4 ໃນການໂຈມ
ຕີຂອງກຳລັງປະສົມ ເພື່ອຢຶດເອົາເມືອງດັ່ງກ່າວຄືນຈາກພວກກະບົດຮູຕີ ທີ່ ນັບຖືສາ
ສະໜາອິສລາມນິກາຍຊີໄອທ໌.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ