ບັນດາເຈົ້າໜ້າທີ່ໃນພະມ້າທີ່ຮູ້ກັນໃນອີກຊື່ນຶ່ງວ່າມຽນມານັ້ນ
ກ່າວວ່າ ເຂົາເຈົ້າຈະບໍ່ອະນຸຍາດ ໃຫ້ອົງການຊ່ວຍເຫລືອສາ
ກົນ ນາຍແພດບໍ່ມີພົມແດນສືບຕໍ່ດໍາ ເນີນວຽກງານຂອງເຂົາ
ເຈົ້າຢູ່ໃນລັດ Rakhine ທີ່ພວມມີບັນຫາຊຶ່ງເປັນບ່ອນຢູ່ຂອງ
ຊາວມຸສລິມກຸ່ມນ້ອຍຮວມທັງຊາວ Rohingyaທີ່ບໍ່ມີປະເທດ
ນຳດ້ວຍ.
ໂຄສົກປະທານາທິບໍດີມຽນມາ ທ່ານ U Ye Htut ໄດ້ກ່າວຕໍ່
ໜັງສືພິມ Myanmar Freedom ໃນວັນສຸກມື້ນີ້ວ່າ ລັດຖະ
ບານຈະບໍ່ຕໍ່ໃບອະນຸຍາດໃນການເຮັດວຽກ ໃຫ້ແກ່ອົງການ
ດັ່ງກ່າວ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ ເພາະວ່າກຸ່ມດັ່ງ
ກ່າວ ບໍ່ມີຄວາມໂປ່ງໃສ ໃນການປະຕິບັດງານຂອງຕົນ.
ທ່ານໄດ້ຕິຕຽນກຸ່ມດັ່ງກ່າວ ທີ່ກ່າວວ່າ ມີຊາວ Rohinya ຫລາຍກວ່າ 40 ຄົນໄດ້ຖືກຂ້າ
ຕາຍ ໃນການໂຈມຕີຢູ່ທີ່ບ່ອນສອກຫຼີກແຫ່ງນຶ່ງໃນພາກເໜືອຂອງລັດໃນເດືອນແລ້ວນີ້. ລັດຖະບານຢືນຢັດວ່າ ມີແຕ່ຊາວພຸດຄົນນຶ່ງ ທີ່ເປັນຕໍາ ຫລວດ ໄດ້ເສຍຊີວິດ.
ຍັງບໍ່ມີການໃຫ້ຄວາມເຫັນໃດໃນທັນທີ ຈາກກຸ່ມນາຍແພດ ທີ່ບໍ່ມີພົມແດນ.
ລັດຖະບານ ປະຕິເສດບໍ່ຍອມຮັບຮູ້ຢ່າງເປັນທາງການວ່າ ຊາວ Rohinya ເປັນ ຊົນກຸ່ມ
ນ້ອຍ. ລັດຖະບານກ່າວວ່າ ສະມາຊິກ ພວກຊົນກຸ່ມນ້ອຍທີ່ຖືກຮັບຮູ້ຢ່າງ ເປັນທາງການ
ໃດໆ ຕ້ອງສາມາດພິສູດໃຫ້ເຫັນວ່າ ບັນພະບຸລຸດຂອງເຂົາເຈົ້າ ເຄີຍຢູ່ໃນມຽນມາ ກ່ອນ
ທີ່ອັງກິດໄດ້ລຸກລານລັດ Rakhine ໃນປີ 1823.

Your browser doesn’t support HTML5
Rohingya Protest Outside Burmese Embassy in Washington