ນາຍພົນທະຫານສະຫະລັດຄົນນຶ່ງ ທີ່ນຳພາກຳລັງແນວໂຮມສູ້ລົບທາງພາກພື້ນດິນໃນ ອີຣັກ ກຳລັງຊຸກຍູ້ໃຫ້ກຳລັງອີຣັກທີ່ສູ້ລົບຢູ່ໃນເມືອງ Mosul ວ່າ “ຢ່າໄດ້ຮີບຮ້ອນ ເພາະ ມັນຈະເລີ້ມໃຫ້ໂອກາດແກ່ພວກສັດຕູ.”
Your browser doesn’t support HTML5
US General Urges Iraqis 'Not to Rush' Mosul Fight
ນາຍພົນຕີ Gary Volesky ກ່າວຕໍ່ບັນດານັກຂ່າວ ຜ່ານການປະຊຸມທາງໂທລະສັບຈາກນະຄອນຫລວງ Bagdad ໃນວັນພຸດວານນີ້ວ່າ “ຂ້າພະເຈົ້າບໍ່ໄດ້ບອກໃຫ້ອີຣັກ ຢ່າໄດ້ຮີບຮ້ອນເຂົ້າໄປເມືອງ Mosul. ຂ້າພະເຈົ້າບອກໃຫ້ເຂົາເຈົ້າ ວ່າພວກທ່ານພວມມີແຮງກະຕຸ້ນ ຊຸກຍູ້ ໃຫ້ຮັກສາກຳລັງແຮງນັ້ນໄວ້ ໃຫ້ດຳເນີນໃຊ້ຄວາມກົດດັນຢ່າງບໍ່ຢຸດຢັ້ງແກ່ໃສ່ສັດຕູ ແລ້ວພວກສັດຕູກໍຈະແຕກສະຫລາຍໄປ.”
ຄວັນໄຟພູ່ຂຶ້ນສູ່ທ້ອງຟ້າໃນຂະນະທີ່ສູ້ລົບກັນລະຫວ່າງ ກຳລັງຮັກສາຄວາມປອດໄພອີຣັກ ແລະກຸ່ມລັດອິສລາມ.
ນາຍພົນຜູ້ນັ້ນກ່າວວ່າ ທ່ານຄາດວ່າ ບັນດານັກລົບອິສລາມ ຈະສູ້ລົບ “ຢ່າງສຸດຂີດໜ້າຕໍ່ ໜ້າປ້ອງກັນເມືອງ Mosul” ຈົນກວ່າພວກເຂົາຈະສູນເສຍເມືອງດັ່ງກ່າວ. ທ່ານກ່າວວ່າ ຫລັງຈາກນັ້ນພວກ IS ກໍຈະຫັນປ່ຽນເປັນກຳລັງກະບົດ ໃຊ້ວິທີການທີ່ບໍ່ແມ່ນໜ້າຕໍ່ໜ້າ ເພື່ອເຮັດໃຫ້ການໂຈມຕີເປັນການລົບກວນແກ່ ກຳລັງອີຣັກ ແລະພວກພົນລະເຮືອນ.
ແມ່ຍິງຄົ່ນນຶ່ງພ້ອມລູກນ້ອຍຜ່າຍໜີຈາກການສູ້ລົບ.
ນາຍພົນ Volesky ກ່າວວ່າ “ພວກເຮົາບອກໃຫ້ ພວກ Daesh ວ່າ ບັນດາຜູ້ນຳພວກເຂົາກຳລັງປະລະພວກເຂົາ. ພວກເຮົາເຫັນການເຄື່ອນໄຫວອອກມາຈາກ ເມືອງ Mosul.
ພາບບັນທຶກເຜີຍແຜ່ຢູ່ໜ້າແວັບໄຊລຂອງພວກຫົວຮຸນແຮງລັດອິສລາມ ຢູ່ໃນເມືອງ Raqqa, Syria.
ສະຫະລັດ ໄດ້ໃຫ້ການຊ່ວຍເຫລືອດ້ານສືບລັບ ສະໜັບສະໜູນຍຸດທະສາດການໂຈມຕີທາງອາກາດຫລາຍພັນຖ້ຽວ ຍິງປືນໃຫຍ່ ແລະໃຊ້ເຮືອບິນເຮລິຄອບເຕີ Apache ເພື່ອສະໜັບສະໜູນການສູ້ລົບຢູ່ໃນເມືອງ Mosul. ເຖິງຢ່າງໃດກໍດີ ການສູ້ລົບດັ່ງກ່າວ ກໍບໍ່ແມ່ນເປົ້າໝາຍທີ່ເຈາະຈົງຢ່າງດຽວຂອງນາຍພົນດັ່ງກ່າວ. ນາຍພົນ Volesky ກ່າວວ່າ ກຳລັງທະຫານສະລັດຂອງທ່ານ ຕັ້ງໃຈຢູ່ໃນເຂດອຶ່ນໆຂອງອີຣັກນຳ ເພື່ອປ້ອງກັນໂອກາດໃດໆທີ່ລັດອິສລາມ ພະຍາຍາມທີ່ຈະຫັນເຫຄວາມສົນໃຈຂອງລັດຖະບານອີຣັກ ໄປສູ່ທາງພາກໃຕ້ຂອງປະເທດ.
Your browser doesn’t support HTML5
Retreating IS Leaves Destruction in Villages Around Mosul