ຜູ້ນຳ ສະໄໝ ແບ່ງແຍກ ເຊື້ອຊາດຜິວພັນ Kathrada ເສຍຊີວິດແລ້ວ ຮວມອາຍຸ 87 ປີ

ອະດີດນັກໂທດການເມືອງ ທ່ານ Ahmed Kathrada (ກາງ) ແລະພັນລະຍາຂອງອະດີດ ປະທານາທິບໍດີ Nelson Mandela, ທ່ານນາງ Graca Machel (ຊ້າຍ)

ຜູ້ນຳ​ໃນ​ການ​ແບ່ງ​ແຍກ​ເຊື້ອ​ຊາດ​ຜີວພັນອາພາເທ່ ອາ​ຟຣິກາ​ໃຕ້ ທ່ານ Ahmed
Kathrada ຜູ້​ທີ່​ໄດ້​ໃຊ້​ເວລາ​ຫລາຍປີ​ ຢູ່​ໃນ​ຄຸກ ພ້ອມໆ​ກັບທ່ານ Nelson Man-
dela ​ໄດ້​ເສຍ​ຊີວິດ​ແລ້​ວ ຮວມອາຍຸ​ໄດ້ 87 ປີ.

ມູນ​ນິທິ​ຂອງທ່ານ Kathrada ​ໄດ້​ປະກາດ​ໃນ​ວັນ​ອັງຄານມື້​ນີວ່າ ທ່ານ​ໄດ້​ເສຍ​ຊີວິດ
​ຢູ່ໂຮງໝໍ ນະຄອອ Johannesburg ຫລັງ​ຈາກ​ໄດ້​ເຈັບ​ປ່ວຍ​ຢ່າງ​ສັ້ນໆ ຕິດຕາມ​ມາ​
ດ້ວຍ​ການຜ່າ​ຕັດ​ສະໝອງ.

ການ​ເຄື່ອນ​ໄຫວຕໍ່​ຕ້ານ​ຊາວ​ຜີວ​ຂາວ ​ທີ່​ເປັນ​ຊົນ​ກຸ່ມ​ນ້ອຍ ປົກຄອງ​ອາ​ຟຣິກາ​ໃຕ້ ​ໄດ້
ຈັບ​ກຸມ​ທ່ານ​ ໃນ​ປີ 1964 ໃນ​ການ​ດຳ​ເນີນ​ຄະດີ​ ທີ່​ໄດ້​ສົ່ງ​ທ່ານ Kathrada ​ເຂົ້າ​ຄຸກ
​ພ້ອມ​ດ້ວຍ​ກຸ່ມຜູ້​ສຳຄັນຂອງອົງການສ​ະພາ​ແຫ່ງ​ຊາດອາຟຣິກາຫຼື ANC ທີ່​ຮວມທັງ​
ທ່ານ Mandela, ທ່ານ Walter Sisulu ​ແລະ ທ່ານ Govan Mbeki.

ທ່ານ Kathrada ​ໄດ້​ໃຊ້​ເວລາ​ຫລາຍ​ກວ່າ 26 ປີ​ຢູ່ໃນ​ຄຸກ ຮວມທັງ 18 ປີ​ຢູ່​ຄຸກ​ທີ່​ມີ​ຊື່
​ສຽງ​ທີ່​ເກາະ Robben. ​ໃນ​ປີ 2013 ທ່ານ​ໄດ້​ນຳພາ​ ​ເວລາ​ນັ້ນ​ແມ່ນ​ປະທານາທິບໍດີ
Barack Obama ຢ້ຽມຢາມສະຖານ​ທີ່​ດັ່ງກ່າວ.

ທ່ານ Kathrada ຍັງໄດ້ເປັນປາກ​ກະບອກ​ສຽງ​ຕິຕຽນ ປະທານາທິບໍດີອາ​ຟຣິກາ​ໃຕ້
ທ່ານ Jacob Zuma ຮ່ວມ​ທັງ​ການ​ຂຽນ​ໜັງສື​ເປີດ​ຊອງ​ປີ​ກາຍ​ນີ້ ຮ້ອງ​ໃຫ້​ທ່ານ Zuma
ລາ​ອອກ​ຈາກ​ຕຳແໜ່​ງ.

ທ່ານ Neeshan Balton ຫົວໜ້າ​ບໍລິຫານ​ມູນ​ນິທິ Kathrada ກ່າວ​ວ່າ “ນີ້​ເປັນ​ການ
​ສູນ​ເສຍ​ອັນ​ຍິ່ງ​ໃຫຍ່​ແກ່ ANC ຂອງການ​ເຄື່ອນ​ໄ​ຫວທີ່​ກວ້າງຂວາງ ​ແລະ​ອາຟຣິກາ
​ໃຕ້​ທັງ​ໝົດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ