ເດັກຍິງຊາວປາແລສໄຕນ໌ ອາຍຸ 17 ປີ ໄດ້ຖືກດຳເນີນຄະດີໂດຍສານທະຫານອິສຣາ
ແອລ ໃນອັງຄານມື້ນີ້ ໃນຖານຕົບ ແລະຕີທະຫານອິສຣາແອລສອງຄົນ.
ພາບວີດີໂອໃນການຕໍ່ສູ້ກັນ ເມື່ອເດືອນທັນວາທີ່ຜ່ານມາ ສະແດງໃຫ້ເຫັນ ນາງອາເຮັດ
ທາມີມີ ປະເຊີນໜ້າກັບພວກທະຫານຢູ່ໃກ້ກັບເຮືອນຄອບຄົວຂອງລາວໃນເຂດແຄມ
ຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດັນ ໂດຍໄດ້ເຕະທະຫານຄົນນຶ່ງຢູ່ຂາ ແລະຕົບໜ້າຂອງ
ລາວ ກ່ອນຕີໜ້າທະຫານອີກຄົນນຶ່ງຢູ່ທີ່ໜ້າຂອງຜູ້ກ່ຽວ.
ຊາວປະແລສໄຕນ໌ທ່ີ່ຮ່ວມປະທ້ວງຄົນນຶ່ງໄດ້ຮັບບາດເຈັບ ລະຫວ່າງການປະທະກັນກັບ ອິສຣາແອລ ທີ່ປະທ້ວງຕ້ານປະທານາທິບໍດີ ດໍໂນລ ທຣໍາ ໃນການຮັບຮູ້ເອົາ ເຈຣູຊາແລັມເປັນເມືອງເອກຂອງ ອິສຣາແອລ.
ພວກທະຫານເຫຼົ່ານີ້ໄດ້ຖືກສົ່ງໄປເຂດດັ່ງກ່າວລະຫວ່າງການປະທ້ວງຕໍ່ຕ້ານການ ຕັ້ງ
ຖິ່ນຖານຊາວຂອງອິສຣາແອລ.
ຫລາຍມື້ຕໍ່ມາພວກເຈົ້າໜ້າທີ່ ໄດ້ຈັບນາງທາມີມີ. ນາງໄດ້ຖືກກັກຂັງແຕ່ນັ້ນມາ ເພື່ອລໍ
ຖ້າການດຳເນີນຄະດີ ໃນຂໍ້ຫາຕ່າງໆ ຮວມທັງໂຈມຕີ ແລະຍຸຍົງໃຫ້ເກີດຄວາມວຸ້ນວາຍ.
ພວກປະທ້ວງປາແລສໄຕນ໌ ພາກັນຢືນຢູທ່າມກາງຄວັນຂອງແກັສນໍ້າຕາທີ່ຍິງມາໃສ່ໂດຍ ກຳລັງອິສຣາແອລ.
ນາງທາມີມີໄດ້ກາຍມາເປັນສັນຍາລັກອັນຫລ້າສຸດ ໃນການຕໍ່ສູ້ກັນມາເປັນເວລາຍາວ
ນານ ລະຫວ່າງຊາວປາແລສໄຕນ໌ແລະອິສຣາແອລ ກ່ຽວກັບການຍາດເອົາຫາງສຽງ
ນິຍົມ ຂອງສາທາລະນະຊົນຢູ່ໃນທົ່ວໂລກ. ຄະດີຂອງນາງໄດ້ເນັ້ນໃຫ້ເຫັນເຖິງບັນຫາ
ໃນອັນທີ່ປະກອບການຄັດຄ້ານການຢ່າງຖືກຕ້ອງຕາມກົດໝາຍໃນການປົກຄອງຂອງ
ອິສຣາແອລ ຕໍ່ຊາວປາແລສໄຕນ໌ຫລາຍລ້ານຄົນ ນັບແຕ່ໄດ້ເຂົ້າຍຶດເອົາເຂດແຄມຝັ່ງ
ຕາເວັນຕົກຂອງແມ່ນໍ້າຈໍແດັນ ກາຊາ ແລະເຂດເຈຣູຊາແລັມຕາເວັນອອກໃນປີ 1967.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Israel Palestinians