ຮູບເງົາເລື້ອງນີ້ ທີ່ຍັງໄດ້ຮັບລາງວັນ Oscar ປະເພດຕັດຕໍ່ແລະປັບແປງຍອດຍ້ຽມນໍານັ້ນ ແມ່ນກ່ຽວກັບການປະຕິບັດພາລະກິດຂອງອົງການສືບລັບ CIA ຂອງສະຫະລັດ ໃນການໄປຊ່ວຍເອົານັກການທູດອາເມຣິກັນ 6 ຄົນທີ່ຖືກຈັບເປັນໂຕປະກັນ ຢູ່ອິຣ່ານ ອອກມາ ບໍ່ດົນຫລັງຈາກການປະຕິວັດອິສລາມ ໃນປີ 1979.
ພາບຈາກງານມອບ ລາງວັນ Oscar ປະຈໍາປີທີ 85
ອີກລາງວັນນຶ່ງທີ່ສ້າງຄວາມປະຫລາດໃຈ ກໍຄືລາງວັນກໍາກັບການສະແດງຍອດຍ້ຽມ ທີ່ໃຜໆ
ກໍຄາດວ່າຈະເປັນຂອງ Steven Spielberg ແຕ່ກັບຕົກເປັນຂອງ Ang Lee ສໍາລັບຮູບເງົາເລື້ອງ The Life of Pi.
ສ່ວນລາງວັນນັກສະແດງຊາຍຍອດຍ້ຽມ ຕົກເປັນຂອງ Daniel Day Lewis ທີ່ສະແດງ
ເປັນທ່ານ Lincoln ຊຶ່ງຜູ້ກ່ຽວກໍໄດ້ສ້າງປະຫວັດສາດ ທີ່ໄດ້ຮັບລາງວັນ Oscar ປະເພດນີ້
ເຖິງສາມຄັ້ງ.
ສໍາລັບລາງວັນນັກສະແດງຍິງຍອດຍ້ຽມນັ້ນ ຕົກເປັນຂອງ Jennifer Lawrence ຍ້ອນບົດບາດທີ່ນາງສະແດງເປັນແມ່ໝ້າຍສາວ ໃນຮູບເງົາເລື້ອງ Silver Linings Playbook.
ວີດິໂອກ່ຽວກັບສອງຜູ້ກໍາກັບການສະແດງທີ່ແຂ່ງກັນຍາດເອົາອອສກ້າ: Steven Spielberg ແລະ Ang Lee:
Your browser doesn’t support HTML5
ຜົນງານຂອງສອງຜູ້ກໍາກັບ ທີ່ແຂ່ງກັນເອົາອອສກ້າ: Steven Spielberg ແລະ Ang Lee ທີ່ເປັນຜູ້ໂຊກດີ