ອະດີດ​ ສະຕີ​ ໝາຍ​ເລກ​ນຶ່ງ ຕ້ອງຕິ ກ່ຽວກັບ ການແຍກພໍ່ແມ່ ແລະລູກ ຈາກກັນ

ອະດີດສະຕີໝາຍເລກນຶ່ງ ທ່ານນາງ ລໍຣາ ບຸຊ ກ່າວໃນກອງ ປະຊຸມ ທີ່ສະຖາບັນ ປະທານາທິບໍດີ George W. Bush ເປັນເຈົ້າພາບ ໃນນິວຢອກ, 19 ຕລາ 2017.

​ໃນ​ວັນ​ທີ 17 ມິຖຸນາຜ່ານມານີ້, ອະດີດ​ສະຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ ລໍຣາ ບຸ​ຊ
(Laura Bush) ​ໄດ້​ຂຽນ​ລົງ​ໃນ​ບົດ​ບັນນາທິການ ຂອງ​ໜັງສືພິມ Washington
Post
ກ່ຽວ​ກັບ​ການເປີດເຜີຍທີ່​ວ່າ​ລັດຖະບານ ​ໄດ້​ແຍກ​ພວກ​ເດັກນ້ອຍ 2 ພັນຄົນ
ຈາກ​ພວກພໍ່​ແມ່​ຂອງ​ພວກ​ເຂົາ​ເຈົ້າ.

​ທ່ານ​ນາງ​ບຸ​ຊ ຜູ້​ຊຶ່ງ​ອາ​ໄສ​ຢູ່​ລັດ​ເທັກ​ຊັສ ໄດ້​ຂຽນ​ວ່າ “ຂ້າພະ​ເຈົ້າ​ອາ​ໄສ​ຢູ່​ລັດ​ຊາຍ​
ແດນຂ້າພະ​ເຈົ້າ​ຫຼິງເຫັນຄຸ່ນຄ່າ ໃນຄວາມ​ຈຳ​ເປັນ​ກ່ຽວກັບການບັງຄັບໃຊ້​ກົດໝາຍ ​
ແລະປົກ​ປ້ອງ​ເຂດຊາຍແດນສາກົນຂອງພວກເຮົາ, ​ແຕ່​ວ່າ ນະ​ໂຍບາຍ​ບໍ່ໂຍະຍານ​
ຜ່ອນຜັນ ຫຼື zero-tolerance ​ແມ່ນ​ໂຫດຮ້າຍ. ​ບໍ່​ມີ​ສິນທຳ ​ແລະ​ມັນ​ທຳລາຍ​ຫົວ​ໃຈ ​
ຂອງ​ຂ້າພະ​ເຈົ້າ.”

ໃນວັນທີ 22 ມີນາ 1989, ມື້ລາງອະດີດສະຕີໝາຍເລກ 1 ທ່ານ​ນາງ ບາ​ຣ໌ບາຣາ ບຸ​ຊ ອູມເດັກທາລົກ Donovan ໃນການຢ້ຽມຢາມ ບ້ານແມ່ເຖົ້າ ຫຼື Grandma’s House ໃນວໍຊິງຕັນ. Grandma’s House ແມ່ນສະຖານທີ່ລ້ຽງພວກເດັກກຳພ້າທີ່ຕິດໂຣກເອດ (HIV/AIDS).

ໃນ​ຈົດໝາຍ​ຂອງ​ທ່ານນາງນັ້ນ, ທ່ານ​ນາງ​
ບຸ​ຊ ​ໄດ້​ຮຽກຮ້ອງ​ໃຫ້​ຍຸຕິການ​ແຍກພວກ
ພໍ່​ແມ່​ແລະ​ພວກ​ເດັກນ້ອຍອອກຈາກກັນ.

ທ່ານ​ນາງຍັງ​ໄດ້​ຈົດ​ຈຳໃນ​ການ​ເອົາ​ບາດ
ກ້າວ​ງ່າຍໆ​ຕໍ່ມະນຸດຊາດ ​ໂດຍ​ສະຕີ​ໝາຍ​ເລກ​ນຶ່ງ ອີກ​ທ່ານ​ນຶ່ງ ​ເກືອບ​ເມື່ອ 3 ທົດ​ສະວັດກ່ອນ​. ​ໃນ 1989 ທ່າມກາງ ການ
ແຜ່ລະ ບາດຂອງໂຣກ​ເອສນັ້ນ ທ່ານ​ນາງ
ບາ​ຣ໌ບາຣາ ບຸ​ຊ ຜູ້​ຊຶ່ງ​ໄດ້​ເສຍ​ຊີວິດ​ໃນ​
ເດືອນ​ເມສາ ທີ່​ຜ່ານ​ມາ​ນີ້ ​ໄດ້​ໄປ​ຢ້ຽມຢາມ​ພວກ​ຄອບຄົວ​ ແລະ​ພວກ​ລູກ​ໆຂອງ​
ເຂົາ​ເຈົ້າ ທີ່ຕິດ​ໂຣ​ກ​ເອສ ຊຶ່ງ​ອາ​ໄສ​
ຢູ່ທີ່ນັ້ນ.

ໂດຍປາດ​ສະ​ຈາກ​ການລັ່ງ​ເລໃຈ​ໃດໆ,
ທ່ານ​ນາງ​ໄດ້​ອູ້ມແລະ​ກອດ​ເດັກນ້ອຍ
ທີ່​ກຳລັງ​ຕາຍ​ຍ້ອນ​ໂຣກ​ແອ​ສ, ຊຶ່ງ​ມັນ​
ແມ່ນ​ການ​ກະ​ທຳ​ທີ່​ແຮງ​ກ້າ​ ດ້ວຍ​ຄວາມ​
ຮັກ ​ໃນ​ເວລາ​ທີ່​ ສັບສົນ ​ແລະ​ຢ້ານ​ກົວກ່ຽວກັບ​ການລະບາດ​ຂອງໄວຣັສນີ້.

ຄວາມ​ຮັກ​ແບບ​ນັ້ນ, ທ່ານ​ນາງ ລໍຣາບຸ​ຊ ​ໄດ້​ກ່າວ​ໄວ້, ທີ່​ໄດ້​ສໍ່ສະແດງ​ໃຫ້​ເຫັນ
​ເຖິງ​ຈິດ​ວິນ​ຍານ​ຂອງ​ຊາວ​ອາ​ເມຣິກັນ.

ສາມ​ມື້ ຫຼັງ​ຈາກ​ທີ່​ໜັງສືພິມ Washington Post ​ໄດ້​ພິມ​ເຜີຍ​ແຜ່​ຈົດໝາຍ​ຂອງ​ທ່ານ​ນາງ, ປະທານາທິບໍດີ​ດໍ​ໂນ​ລ ທຣຳ ​ໄດ້​ລົງ​ນາມ​ໃນ​ດຳລັດ​ຝ່າຍ​ບໍລິຫານ ​ອອກຄຳສັ່ງບໍ່ໃຫ້​ແຍກຄອບຄົວໃນອະນາຄົດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

Your browser doesn’t support HTML5

Cora Neumann on African First Ladies and Authority vs. Power