ເນປານ ກຳລັງສູ້ຊົນ ເພື່ອຊ່ອຍກູ້ຊີວິດ ຜູ້ປະສົບໄພ ແລະ ແຈກຢາຍ ເຄື່ອງບັນເທົາທຸກ

ຕຳຫຼວດປ້ອງກັນຊາຍແດນ ກຳລັງສິດສອນພວກນັກຮຽນ ຂັ້ນປະຖົມ ໃຫ້ຮູ້ຈັກວິທີເອົາມາດຕະການປ້ອງກັນ ເວລາ ເກີດແຜ່ນດິນໄຫວ ທີ່ເມືອງ Gyirong ທີເບດ ວັນທີ 13 ພຶດສະພາ 2015.

ມີແຜ່ນດິນໄຫວຂະໜາດນ້ອຍ ຕິດຕາມມາຕື່ມອີກຢູ່ເນ​ປານ​
ຂະນະ​ທີ່​ພວກ​ພະນັກງານ​ຊ່ອຍ​ເຫລືອສືບ​ຕໍ່​ພະຍາຍາມ​ແຈກ
​ຢາຍ​ເຄື່ອງ​ບັນ​ເທົາ​ທຸກ​ໃຫ້​ປະຊາຊົນ ຫຼັງ​ຈາກ​ເກີດ​ແຜ່ນດິນ​
ໄຫວ​ທີ່​ມີຄວາມ​ແຮງ 7.3 ຣິກ​ເຕີທີ່​ໄດ້​ປະ​ທະ​ເປັນ​ເວລາ​ຫຼາຍ
​ສັບປະດາ ຫຼັງ​ຈາກແຜ່ນດິນ​ໄຫວ​ຄັ້ງ​ທຳ​ອິດ​ທີ່​ໄດ້​ເຮັດ​ໃຫ້​ປະ
ຊາຊົນ​ເສຍ​ຊີວິດ​ໄປ​ຫຼາຍ​ກວ່າ 8 ພັນ​ຄົນ​ນັ້ນ.

ກະຊວງ​ພາຍ​ໃນ​ຂອງ​ເນ​ປານ ກ່າວ​ວ່າ ປະຊາຊົນ 65 ຄົນ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ເສຍ​ຊີວິດ​ຈາກ​ແຜ່ນດິນ​ໄຫວ​ໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ອີກ​ເກືອບ 2 ພັນ​ຄົນ​ໄດ້​ຮັບ​ບາດ​ເຈັບ. ​ໂຕ​ເລກ​ເຫຼົ່າ​ນີ້ ຄາດ​ວ່າ​ຈະ​ເພີ້​ມຂຶ້ນ​ອີກເວລາ​ພວກ​ເຈົ້າ​ໜ້າ​ທີ່​ເຂົ້າ​ໄປ​ຮອດພວກ​ເຂດ​ສອກຫຼີກ​ຫ່າງ​ໄກ​ຕື່ມ​ອີກນັ້ນ.

ຫຼາຍສິບຄົນ ເສຍຊີວິດ ໃນແຜ່ນດິນໄຫວ ມື້ນີ້ ທີ່ເນປານ

ປະຊາຊົນຈຳນວນຫຼວງຫຼາຍ​ ພາກັນ​ນອນ​ຂ້າມ​ຄືນ​ໃນ​ທີ່​ກາງ​ແຈ້ງ ​ທຳ ນອງ​ດຽວ​ກັນ​ກັບ​ພວກ​ເຂົາ​ເຈົ້າ​ໄດ້​ເຮັດ​ມາ​ຫຼັງ​ຈາກ​ແຜ່ນດິນ​ໄຫວ​ໃນ​ວັນ​ທີ 25 ​ເມສາ​ຜ່ານ​ມາ​ນີ້ ດ້ວຍ​ຄວາມ​ຢ້ານ​ກົວ​ວ່າ ​ແຜ່ນດິນ​ໄຫວທີ່ຕິດ ຕາມມາ ຫຼື aftershocks ສາມາດ​ເຮັດ​ໃຫ້​ພວກ​ຕຶກ​ອາ
ຄານ​ພັງ​ລົງ​ໄດ້​ຕື່ມ​ອີກ.

ອົງການ​ສຳ​ຫຼວດທໍລະນີວິທະຍາ​ຂອງສະຫະລັດ ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ມີ​ແຜ່ນດິນ​ໄຫວຂະ
ໜາດບໍ່ແຮງ​ເກີດ​ຂຶ້ນ​ອີກ 20 ຄັ້ງ​ນັບ​ແຕ່​ວັນ​ອັງຄານ​ວານ​ນີ້​ເປັນ​ຕົ້ນ​ມາ.

ການ​ສັ່ນ​ສະ​ເທືອ​ນຂອງ​ແຜ່ນດິນ ​ໄດ້​ມີ​ຄວາມ​ຮູ້ສຶກ​ໄປ​ຮອດ​ອິນ​ເດຍ ບ່ອນ​ທີ່​ປະຊາຊົນ​ຢ່າງ​ໜ້ອຍ 4 ຄົນ​ເສຍ​ຊີວິດ ​ແລະ​ທີ່​ທີ​ເບ​ດນັ້ນ ມີ​ລາຍ​ງານ​ປະຊາຊົນ​ຄົນ​ນຶ່ງ​ໄດ້​ເສຍ​ຊີວິດ.

ລັດຖະບານ​ແລະ​ພວກ​ອົງການ​ຊ່ອຍ​ເຫຼືອ​ອື່ນໆ​ໄດ້​ດຳ​ເນີນ​ການ​ມາ​ເປັນ​ເວລາ​ຫຼາຍ​ສັບປະ
ດາ​ແລ້ວ ​ເພື່ອ​ແຈກ​ຢາຍ​ເຂົ້າປາ​ອາຫານ ນ້ຳ​ດື່ມ​ນ້ຳ​ໃຊ້ ​ແລະ​ໃຫ້​ບ່ອນ​ພັກ​ພາ​ອາ​ໄສ​ຊົ່ວ
ຄາວ​ແກ່​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ໄພ​ແຜ່ນດິນ​ໄຫວ ​ໃນ​ການ​ປະຕິບັດ​ງານ​ຕໍ່ສູ້​ຢ່າງ​ຫຍຸ້ງຍາກ​ໃນ​ບໍ່​ເທົ່າ​ໃດ​ມື້​ທຳ​ອິດ ຍ້ອນ​ດິນຟ້າ​ອາກາດບໍ່​ດີ ​ແລະ​ການ​ທ້າ​ທາຍ​ໃນ​ການ​ໄປ​ຮອດ​ໄປ​ເຖິງ​ໃນ​ບັນດາ​ຂົງ​ເຂດ​ທີ່​ບໍ່​ຮາບ​ພຽງ ​ແລະ​ຫ່າງ​ໄກ​ ໃນ​ປະ​ເທດເທິງ​ພູ​ເຂົາ​ຫິມະ​ໄລ​ແຫ່ງ​ນີ້.

Your browser doesn’t support HTML5

Nepal Eathquake