ຮູບພາບຂອງລະເບີດແຕກ ຢູ່ໃນຈີນ ເບິ່ງຄ້າຍ ຄືວ່າເປັນເຂດສົງຄາມ

ລົດຄັນໜຶ່ງທີ່ໄດ້ຮັບຄວາມເສຍຫາຍ ແມ່ນເຫັນຢູ່ ໃນບໍລິເວນ ລະເບີດແຕກຢ່າງຮ້າຍແຮງ ໃນເມືອງທ່າ Tianjin ເມື່ອວັນທີ 13 ສິງຫາ 2015.

ຢ່າງ​ໜ້ອຍ ​ໄດ້​ມີ 44 ຄົນ​ເສຍ​ຊີວິດ ​ແ​ລະ ຫຼາຍຮ້ອຍ​ຄົນ ​ໄດ້​ຮັບ
​ບາດ​ເຈັບ ​ໂດຍ​ການລະ​ເບີດ​ຢ່າງ​ແຮງຫຼາຍບັ້ນຕິດ​ຕໍ່​ກັນ ຢູ່​ທີ່ສາງ​
ເກັບ​ພວກວັດຖຸ​ອັນຕະລາຍ ​ໃນ​ເມືອງ​ທ່າ Tianjin ຢູ່​ທາງ​ພາກ​
ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ ​ເມື່ອ​ຕອນ​ຄ່ຳ​ວັນ​ພຸດ​ວານ​ນີ້.

ຮູບພາບ​ ​ແລະ ວີ​ດີ​ໂອ​ຕ່າງ​ໆ ສະ​ແດງໃຫ້​ເຫັນ ຄວັນ​ໄຟ​ອັນ​
ໃຫຍ່ໂຕ ​ແລະ ກ້ອນ​ເມກຄ້າຍ​ຄື​ກັບດອກ​ເຫັດ ທີ່ເຮັດ​ໃຫ້​ຕຶກ​ສູງ
ຫຼາຍຊັ້ນ ​ໃກ້​ຄຽງ​ນັ້ນ​ເບິ່ງ​ຄືນ້ອຍ​ລົງ ​ແລະ ​ໄດ້​ສົ່ງ​ຄື້ນສັ່ນ​ສະ​ເທືອ​ນ
ຂະໜາດໃຫຍ່ ທີ່ໄດ້​ສັ່ນ​ຄອນ​ເຮືອນ​ຊານ​ຂອງ​ພົນລະ​ເມືອງ​ ຢູ່​ຫ່າງ
ໄກ​ຫຼາຍກິ​ໂລ​ແມັດ​ຈາກ​ຈຸດລະ​ເບີດ​ດັ່ງກ່າວ.

ພາບ​ຖ່າຍ​ຈາກ​ເທິງ​ນ່ານຟ້າ ທີ່​ໄດ້​ພິມລົງ ໃນ​ວັນ​ພະຫັດ​ມື້​ນີ້ ​ໂດຍ​ອົງການ​ຂ່າວ Xinhua
ຂອງ​ທາງ​ການ​ຈີນ ສະ​ແດງ​ໃຫ້​ເຫັນ ສູນ​ກາງຂອງຄວາມ​ຫາ​ຍະ​ນະ​ທີ່ຍັງ​ເຜົາ​ໄໝ້ຢູ່​ນັ້ນ ​ຢຽດ
​ຍາວ​ອອກ​ໄປ ຫຼາຍຄຸ້ມ ​ໂດຍ​ຫລົງ​ເຫຼືອ​ໄວ້​ແຕ່​ອາຄານ​ທີ່​ເຕັມ​ໄປ​ດ້ວຍ​ຊ່ອງ​ໂວ່ ​ແ​ລະ ຊາກຂອງພວກ​ລົດ ​ທີ່​ຖືກ​ເຜົາ​ໄໝ້.

ບັນດາ​ພະນັກງານ​ດັບ​ເພີງ ຫຼາຍຮ້ອຍ​ຄົນ ພວມ​ພະຍາຍາມ ທີ່​ຈະ​ຄວບ​ຄຸມ​ໄຟ​ໄວ້ ​ແຕ່​
ຄວາມ​ພະຍາຍາມ​ຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ປະສົບ​ກັບ​ຄວາມ​ສັບສົນ ​ໂດຍ “ສະພາບ​ການ
​ທີ່​ສະລັບສັບ​ຊ້ອນ”
ຢູ່​ສະຖານ​ທີ່​ເກີດ​ເຫດ ອີງ​ຕາມ​ອົງການ​ຂ່າວ​ຊິນ​ຫົວ. ລາຍ​ງານ​ຈາກ
ຫຼາຍ​ແຫ່ງ ​ແນະນຳ​ວ່າ ບັນດາ​ພະນັກງານ​ດັບ​ເພີງ ​ໄດ້ໂຈະຄວາມ​ພະຍາຍາມ​ຂອງ​ພວກ​
ເຂົາ​ເຈົ້າ​ໄວ້​ກ່ອນ ຈົນ​ກວ່າ ຈະ​ສາມາດ​ກຳນົດ​ໄດ້​ວ່າ ບໍ່​ມີ​ສານ​ເຄມີ​ທີ່​ເປັນ​ອັນຕະລາຍ ຢູ່​ໃນ
ບໍລິ​ເວນດັ່ງກ່າວ​.

ສື່​ມວນ​ຊົນ​ຂອງ​ທາງ​ການຈີນ ກ່າວ​ວ່າ ຢ່າງ​ໜ້ອຍ 32 ຄົນ ຍັງ​ຢູ່​ໃນ​ສະພາບອາການ​ສາຫັດ
ຫຼັງຈາກ​ລະ​ເບີດ​ແຕກ​ຂຶ້ນ ແລະ ຢ່າງ​ໜ້ອຍ 400 ຄົນ ​ໄດ້​ຮັບ​ບາດ​ເຈັບ.

ຜົນລະເບີດແຕກ ໃນຈີນ ເບິ່ງຄ້າຄືກັບ ເຂດສົງຄາມ

ລະ​ເບີດ​ແຕກ​ຂຶ້ນຄັ້ງທຳ​ອິດ ແມ່ນຫຼັງຈາກ 11:30 ຕອນ​ຄ່ຳ​ໃນເວລາ ທ້ອງຖິ່ນ ​ແມ່ນ​ເທົ່າ​ກັບ ​3 ​ໂຕນ​ຂອງ​ລະ​ເບີດ TNT ອີ​ງຕາມ​ສູນ​ກາງ​ເຄືອ​ຂ່າຍ​ແຜ່ນດິນ​ໄຫວ​ຂອງ​ຈີນ. ສູນ​ກາງ​ນັ້ນ ກ່າວ​ວ່າ ລະ​ເບີດ​ຄັ້ງທີສອງ​ແຕກ​ຂຶ້ນ 30 ວິນາ​ທີ ລຸນຫຼັງ ​ແມ່ນເທົ່າ​ກັບ 21 ​ໂຕນ ຂອງລະ​ເບີດ TNT.

ລະ​ເບີດ​ທີ່​ແຕກ​ຂຶ້ນນັ້ນ ​ໄດ້​ຖະຫລົ່ມ​ປ່ອງ​ຢ້ຽມຫຼາຍໆ​ບານ ​ແລະ ສັ່ນ​ສະ​ເທືອ​ນບ້ານ​ເຮືອ​
ຂອງພົນລະ​ເມືອງ ທີ່​ຢູ່ຫ່າງໄກອອກ​ໄປຫຼາຍກິ​ໂລ​ແມັດ.

ທ່ານ Drew Chovanec ອາ​ຈານ​ສອນ​ພາສາ​ອັງກິດ​ຜູ້​ທີ່​ອາ​ໄສ​ຢູ່​ປະມານ​ຫ້າ​ກິ​ໂລ​ແມັດ​
ຈາກ​ຈຸດ​ລະ​ເບີດ ກ່າວ​ຕໍ່​ວີ​ໂອ​ເອ ວ່າ “ມີ​ລົມແຮງໜຶ່ງພັດ​ເຂົ້າມາ ທີ່​ບໍ່​ຄື​ກັບລົມ​ແຮງ​ຈາກ​
ທຳ​ມະ​ຊາດ ​ແລະ ຕໍ່​ມາ ​ແມ່ນ​ທະວີ​ຄວາມ​ແຮງ​ຕື່ມຂຶ້ນ​ແທ້ໆ​ ຕາມຫຼັງມາ ພ້ອມ​ດ້ວຍ​
ຄວາມ​ສັ່ນ​ສະ​ເທືອ​ນ. ພວກ​ເຮົາໄດ້ເຫັນກ້ອນ​ເມກ​ຂອງ​ຄວັນ ​ແລະ ​ແສງ​ທີ່​ກະຈ່າງ
ແຈ້ງ ຫຼັງຈາກ​ນັ້ນ.”

ບໍ່​ມີ​ຮ່ອງຮອຍໃດໆ​ເປັນ​ເຫດກໍ່​ໃຫ້​ເກີດ​ລະ​ເບີ​ດຄັ້ງ​ນີ້ ຊຶ່ງ​ສື່​ມວນ​ຊົນ​ທາງ​ການ​ກ່າວ​ວ່າ ​ເກີດ​
ຂຶ້ນຢູ່​ທີ່​ສາງ​ແຫ່ງ​ໜຶ່ງ ທີ່​ບໍລິສັດ Rui Hai International Logistics ​ເປັນ​ເຈົ້າຂອງ.
ບັນດາ​ເຈົ້າໜ້າ​ທີ່​ໃນ​ທ້ອງຖິ່ນ ກ່າວ​ວ່າ ຜູ້​ຈັດການ​ໃຫຍ່​ຂອງ​ບໍລິສັດ​ດັ່ງກ່າວ ​ແມ່ນ​ໄດ້​ຖືກ​
ຄວບ​ຄຸມ​ຕົວ​ໄວ້.

​ເມືອ​ງທ່າ Tianjin ຕັ້ງຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ ຫ່າງຈາກ​ນະຄອນຫຼວງ ປັກ​ກິ່ງ ປະມານ 150 ກິ​ໂລ​ແມັດ ກ້ຳ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ​ເປັນ​ທີ່ຢູ່​ອາ​ໄສ​ຂອງ​ພົນລະ​ເມືອງ ຫຼາຍກວ່າ 7 ລ້ານ​ຄົນ. ​ແລະ​ເປັນ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ອັນ​ດັບ​ສີ່​ຂອງ​ປະ​ເທດ.

Your browser doesn’t support HTML5

China Explosion