ເຈົ້າຊາຍຊາລສ໌ (Charles) ໄດ້ກະກຽມເພື່ອຈະໄດ້ສວມມົງກຸດມາຕະຫຼອດຊີວິດຂອງພະອົງ. ດຽວນີ້, ເມື່ອອາຍຸໄດ້ 73 ປີ ໃນທີ່ສຸດເວລານັ້ນ ກໍມາເຖິງ, ຕາມການລາຍງານຂອງອົງການຂ່າວເອພີ (AP).
ເຈົ້າຊາຍຊາລສ໌, ຜູ້ທີ່ມີອາຍຸສູງທີ່ສຸດທີ່ຂຶ້ນສະເຫວີຍຣາດຂອງອັງກິດ ໄດ້ກາຍເປັນກະ ສັດຊາລສ໌ທີ III ໃນວັນພະຫັດວານນີ້ ຫຼັງຈາກການສິ້ນພະຊົນຂອງພະມານດາຂອງພະອົງ ກໍຄືພະຣາຊີນີ ເອລີຊາແບັດ (Elizabeth) ທີ II. ຍັງບໍ່ມີກໍານົດວັນເວລາທີ່ຈະຈັດພິທີຣາຊາພິເສດເພື່ອຂຶ້ນສະເຫວີຍຣາດຂອງພຣະອົງເທື່ອ.
ເຈົ້າຊາຍ Charles ຂອງອັງກິດ ແລະເຈົ້າສາວຂອງພະອົງ ຄືເຈົ້າຍິງ Diana, ຊຶ່ງເປັນເຈົ້າຍິງແຫ່ງ Wales ໄດ້ຖ່າຍຮູບໃນງານສົມລົດພວກເພິ່ນຢູ່ລະບຽງຂອງພະຣາຊວັງ Buckingham ໃນນະຄອນຫລວງລອນດອນ, ວັນທີ 29 ກໍລະກົດ, 1981.
ຫຼັງຈາກການຝຶກແອບທີ່ໄດ້ເລີ້ມຕົ້ນມາແຕ່ຕອນເປັນເດັກນ້ອຍ, ເຈົ້າຊາຍຊາລສ໌ ໄດ້ຊຶມຊັບຄວາມທັນສະໄຫມຂອງລະບອບການປົກຄອງດ້ວຍຣາຊາຂອງອັງກິດ. ພະອົງເປັນເຊື້ອພະວົງອົງທໍາອິດທີ່ບໍ່ໄດ້ຮັບການສຶກສາຢູ່ໃນພະຣາຊວັງ, ເປັນອົງທໍາອິດທີ່ໄດ້ ຮັບປະລິນຍາຈາກມະຫາວິທະຍາໄລ ແລະເປັນຄົນທໍາອິດທີ່ເຕີບໂຕຂຶ້ນໂດຍ ໄດ້ຖືກສາຍຕາຈ້ອງມອງເບິ່ງຢ່າງຈົດຈໍ່ ຈາກສື່ມວນຊົນ ຂະນະທີ່ຄວາມນັບຖືຕໍ່ຣາດຊະວົງໄດ້ຈາງຫາຍໄປ.
ພະອົງຍັງໄດ້ເຮັດໃຫ້ຫລາຍຄົນຮູ້ສຶກຫ່າງໄກອອກໄປ ຍ້ອນການຢ່າຮ້າງທີ່ສັບສົນຂອງ ພະອົງກັບເຈົ້າຍິງໄດອານາ (Diana) ທີ່ເປັນຄົນໄດ້ຮັບຄວາມຮັກແພງຫຼາຍຈາກປະຊາຊົນ, ແລະເຮັດໃຫ້ກົດລະບຽບທີ່ຫ້າມບັນດາກະສັດແຊກແຊງເຂົ້າໃນວຽກງານຂອງສາທາລະນະຖືກປ່ຽນໄປ ໂດຍການເຂົ້າໄປຮ່ວມການໂຕ້ວາທີ ກ່ຽວກັບບັນຫາຕ່າງໆ ເຊັ່ນການຮັກສາສິ່ງແວດລ້ອມ ແລະການປົກປັກຮັກສາສະຖາປັດຕະຍະກໍາ.
"ດຽວນີ້ ພະອົງໄດ້ເຫັນວ່າຕົວເອງ ຢູ່ໃນລະດູໃບໄມ້ຫລົ່ນຂອງຊີວິດພະອົງ, ຖ້າທ່ານຢາກຈະເວົ້າ, ຊຶ່ງພະອົງຈະຕ້ອງໄດ້ຄິດຢ່າງລະມັດລະວັງກ່ຽວກັບວິທີທີ່ພະອົງສະແດງ ພາບພົດຂອງຕົນອອກມາໃຫ້ສັງຄົມເຫັນ ວ່າຕົນເອງເປັນແບບໃດ ໃນນາມທີ່ເປັນຜູ້ສຳຄັນໃນສາຍຕາຂອງສາທາລະນະຊົນ," ນັ້ນຄືຄຳເວົ້າຂອງທ່ານເອດ ໂອເວນສ໌ (Ed Owens). "ພະອົງບໍ່ມີແງ່ມຸມໃດທີ່ຈະໃກ້ກັບພະມານດາຂອງພະອົງເມື່ອເວົ້າເຖິງການມີຊື່ສຽງ."
ທ່ານໂອເວນສ໌ກ່າວອີກວ່າ ເຈົ້າຊາຍຊາສ໌ຕ້ອງຊອກຫາວິທີທີ່ຈະສ້າງ "ການສະໜັບ ສະໜູນຈາກສາທາລະນະຊົນ, ສ້າງຄວາມຮູ້ສຶກທີ່ຮັກແພງ" ທີ່ໄດ້ສະແດງເຖິງຄວາມສຳພັນທີ່ຣາຊີນີເອລີຊາແບັດ ມີກັບສາທາລະນະຊົນອັງກິດ.
ເຈົ້າຊາຍ Charles ຂອງອັງກິດ ແລະມ່ອມນາງ Camilla, ພັນລະຍາຂອງພະອົງໄດ້ໄປເຖິງຜາສາດ Windsor, ໃນເມືອງ Windsor ຂອງອັງກິດ, 13 ມີຖຸນາ, 2022.
ເວົ້າອີກຢ່າງນຶ່ງ, ເຈົ້າຊາຍຊາລສ໌ ຈະເປັນທີ່ຮັກຫອມຂອງປະຊາກອນຂອງພະອົງ ຫລືບໍ່? ນັ້ນມັນເປັນຄໍາຖາມ ທີ່ຖືກບົດບັງມາຕະຫຼອດຊີວິດຂອງພະອົງ.
ໂດຍທີ່ເປັນເດັກຊາຍຂີ້ອາຍ ທີ່ມີພໍ່ທີ່ເປັນຄົນຄວບຄຸມຢູ່, ເຈົ້າຊາຍຊາລສ໌ ໄດ້ເຕີບໂຕຂຶ້ນມາເປັນຜູ້ຊາຍທີ່ບາງຄັ້ງຂີ້ອາຍ, ບໍ່ຄ່ອຍມັກປາກມັກເວົ້າ ແຕ່ມີຄວາມຫມັ້ນໃຈ ໃນຄວາມຄິດເຫັນຂອງຕົນເອງ. ບໍ່ເຫມືອນກັບພະມານດາຂອງພະອົງ, ຜູ້ທີ່ບໍ່ຍອມສົນທະນາກ່ຽວກັບທັດສະນະຂອງຕົນຢ່າງເປີດເຜີຍ, ເຈົ້າຊາຍຊາລສ໌ໄດ້ກ່າວຄໍາປາໄສ ແລະຂຽນບົດເລື້ອງກ່ຽວກັບບັນຫາທີ່ກົງກັບຄວາມຄິດຂອງພະອົງ ເຊັ່ນການ ປ່ຽນແປງຂອງດິນຟ້າອາກາດ, ພະລັງງານສີຂຽວ ແລະຢາທີ່ເປັນທາງເລືອກ.