ນັກວິທະຍາສາດທ່ານນຶ່ງ ຈາກປະເທດ Burkina Faso ໄດ້ຮັບ
ລາງວັນສົ່ງເສີມການວິໄຈທາງວິທະຍາສາດຂອງອັງກິດຫຼື
Britain’s Royal Society ສຳລັບການຄົ້ນຄວ້າຂອງທ່ານກ່ຽວ
ກັບຊ່ອງທາງໃໝ່ ທີ່ແນເປົ້າໃສ່ຝູງຍຸງທີ່ຮັບຜິດຊອບໃນການແຜ່
ລະບາດຂອງໂຣກມາລາເຣຍຫຼືໂຣກໄຂ້ຍຸງນັ້ນ. ບັນດານັກວິທະ
ຍາສາດກ່າວວ່າ ມັນຈຳເປັນທີ່ຈະຕ້ອງພັດທະນາເຄື່ອງມືແນວ
ໃໝ່ເພື່ອຮັບມືກັບໂຣກດັ່ງກ່າວ ໃນຂະນະທີ່ເຊື້ອມາລາເຣຍ ແລະໂຕຍຸງທີ່ເປັນຜູ້ແຜ່ຜາຍໂຣກ
ດັ່ງກ່າວອອກໄປພວມສ້າງພູມຕ້ານທານຕໍ່ຢາປົວແລະຢາຂ້າແມງໄມ້ທີ່ມີຢູ່ນັ້ນ. ສິງຈະນຳເອົາ
ລາຍງານເລື້ອງນີ້ຂອງຜູ້ສື່ຂ່າວວີໂອເອຈາກກຸງລອນດອນມາສະເໜີທ່ານ ຕໍ່ໄປ.
ເບີກີນາ ຟາໂຊ ມີອັດຕາຄົນທີ່ເປັນໂຣກໄຂ້ຍຸງສູງທີ່ສຸດໃນໂລກ.
ຫຼັງຈາກທຳການສຶກສາຄົ້ນຄວ້າໃນປະເທດຝຣັ່ງ ແລະສະຫະລັດອາເມຣິກາແລ້ວ Dr. Abdoulaye
Diabate ກໍໄດ້ເດີນທາງກັບຄືນປະເທດເພື່ອດຳເນີນການຄົ້ນຄວ້າກ່ຽວກັບການຂະ
ຫຍາຍພັນຂອງພວກໂຕຍຸງ.
ການຄົ້ນພົບຂອງທ່ານໄດ້ກໍ່ໃຫ້ເກີດຄວາມສົນໃຈແກ່ບັນດານັກວິທະຍາສາດ ໃນທົ່ວໂລກ.Dr. Abdoulaye ກ່າວວ່າ:
“ສິ່ງສຳຄັນກ່ຽວກັບລະບົບແຜ່ພັນຂອງຍຸງ ກໍແມ່ນວ່າ ເວລາເຮົາເຂົ້າໄປໃນທົ່ງບ່ອນໃດບ່ອນນຶ່ງ ພວກເຮົາຈະເຫັນພວກໂຕຍຸງບິນເປັນຝູງຢູ່ບ່ອນດຽວນັ້ນໃນແຕ່ລະມື້.
ສິ່ງທີ່ວ່ານີ້ເຮັດໃຫ້ງ່າຍທີ່ສຸດທີ່ຈະແນເປົ້າ ແລະຮັບມືກັບພວກໂຕຍຸງ ແລະເຫັນຊ່ອງທາງທີ່ຈະເຮັດວິທີໃດ ເພື່ອລົດຜ່ອນຄວາມໜາແໜ້ນຂອງພວກໂຕຍຸງນັ້ນລົງໄດ້."
Dr. Diabate ໄດ້ພົບເຫັນວ່າ ໃນລະດູຝົນທີ່ Burkina Faso ພວກເຮືອນຊານບາງຫຼັງມີຍຸງຢູ່ໃນຮອດ 900 ໂຕ.
ການພົບເຫັນທີ່ວ່າ ພວກໂຕຍຸງບິນເປັນຝູງໄປນຳກັນ ເພື່ອໄປແຜ່ພັນໃນບ່ອນດຽວກັນໃນທຸກໆປີນັ້ນ ສະແດງໃຫ້ເຫັນໂອກາດ ເພື່ອກໍ່ກວນຮູບແບບການແຜ່ພັນຂອງພວກໂຕຍຸງນັ້ນ. Dr. Diabate ເພັ່ງເລັງຄວາມຄິດໃສ່ພວກຍຸງໂຕຜູ້ ຊຶ່ງທ່ານກ່າວວ່າ:
"ຖ້າເຮົາສາມາດບັນລຸຄວາມສຳເລັດໃນການຂ້າພວກຍຸງໂຕຜູ້ແລ້ວ ອັນທີ່ເກີດຂຶ້ນຕໍ່ໄປນັ້ນ
ກໍແມ່ນວ່າ ພວກເຮົາມີແນວໂນ້ມອຽງທີ່ແຂງແຮງໃນອັດຕາສ່ວນລະຫວ່າງພວກຍຸງໂຕຜູ້
ແລະໂຕແມ່. ດັ່ງນີ້ພວກເຮົາຈະມີຍຸງໂຕແມ່ຫຼາຍກວ່າໂຕຜູ້. ແລະເພາະວ່າພວກຍຸງໂຕແມ່
ຕ້ອງການຍຸງໂຕຜູ້ເພື່ອທຳການແຜ່ພັນ ຊຶ່ງຫຼັງຈາກນັ້ນຈຶ່ງຈະສາມາດອອກໄຂ່ໄດ້. ຍ້ອນ
ເຫດນີ້ ຖ້າບໍ່ມີຍຸງໂຕຜູ້ແລ້ວ ກໍຈະບໍ່ມີການແຜ່ພັນ ບໍ່ມີໄຂ່ ແລະກໍບໍ່ມີຍຸງ ແລະໃນກໍລະນີ
ນີ້ ກໍຈະບໍ່ມີໂຣກມາຣາເຣຍ.”
ການສຶກສາຄົ້ນຄວ້າດັ່ງກ່າວເປີດປະຕູສຳລັບການໃຊ້ເທັກໂນໂລຈີໃນການຄວບຄຸມຍຸງ
ແບບໃໝ່ ເຊັ່ນ ການຄວບຄຸມຍຸງແລະເທັກນິກໃນການເຮັດໃຫ້ພວກແມງໄມ້ເປັນໝັນ
ຫຼືບໍ່ສາມາດແຕກແມ່ແຜ່ລູກອອກນັ້ນ.
Dr.Diabate ຈະໄດ້ຮັບລາງວັນເປັນເງິນຈຳນວນ 95 ພັນດອນລາ ໃນການຄົ້ນຄວ້າ
ຂອງທ່ານ ໃນຖານະເປັນພາກສ່ວນນຶ່ງ ຂອງລາງວັນຂອງສະມາຄົມສົ່ງເສີມການວິໄຈ
ທາງວິທະຍາສາດ Pfizer ປະຈຳປີ 2013 ຂອງອັງກິດ ຫຼື Royal Society Pfizer
Award.
ສາດສະດາຈານ Sir Brian Greenwood ທີ່ສະຖາບັນອະນາໄມແລະການແພດ
ເຂດຮ້ອນ ໃນກຸງລອນດອນ ໄດ້ເປັນສະມາຊິກຄົນນຶ່ງຂອງຄະນະກຳມະການຄັດເລືອກ
ການໃຫ້ລາງວັນດັ່ງກ່າວ ຊຶ່ງທ່ານກ່າວວ່າ:
“ມາຮອດປັດຈຸບັນນີ້ ພວກເຮົາໄດ້ກາງຕໍ່ຫຼາຍໂພດ ໃນການໃຊ້ມຸ້ງອາບນ້ຳຢາຕໍ່ຕ້ານຍຸງ
ແຕ່ມີຄວາມເປັນຫ່ວງກ່ຽວກັບການຕ້ານທານຂອງພວກຍຸງຕໍ່ຢາຂ້າຍຸງ ທີ່ກຳລັງໃຊ້ກັບມຸ້ງ
ນັ້ນ . ແລະດັ່ງນີ້ ການພັດທະນາຫາຊ່ອງທາງໃໝ່ທີ່ແທ້ຈິງໃນການຄວບຄຸມໂຣກໄຂ້ຍຸງ
ແບບໃໝ່ນີ້ ແມ່ນສຳຄັນຫຼາຍ.
ເຖິງແມ່ນມີຄວາມຄືບໜ້າທາງດ້ານວິທະຍາສາດກໍຕາມ ແຕ່ໂຣກໄຂ້ຍຸງຍັງເອົາຊີວິດຜູ້ຄົນ
ໄປປະມານ 660 ພັນຄົນ ໃນແຕ່ລະປີ ຊຶ່ງສ່ວນຫຼາຍແມ່ນພວກເດັກນ້ອຍ.
ບໍລິສັດ GlaxoSmithKline ຂອງອັງກິດ ວາງແຜນທີ່ຈະຍື່ນຄຳຮ້ອງເພື່ອຢາກຈຳໜ່າຍ
ຢາວັກຊິນກັນໂຣກມາລາເຣຍ ຊະນິດທຳອິດຂອງໂລກຄັ້ງທຳອິດ ທີ່ເອີ້ນວ່າ ຢາ RTS,S.
ອົງການອະນາໄມໄລກ ກ່າວວ່າ ອາດຈະມີການໃຊ້ຢາວັກຊິນດັ່ງກ່າວນີ້ໄດ້ ພາຍໃນປີ
2015. ສາດສະດາຈານ Greenwood ໄດ້ຊ່ອຍໃນການຄົ້ນຄວ້າຢາວັກຊິນດັ່ງກ່າວ ຊຶ່ງ
ທ່ານກ່າວວ່າ :
“ມັນອາດຈະປ້ອງກັນໄດ້ປະມານ 50 ເປີເຊັນສຳລັບພວກເດັກນ້ອຍທີ່ມີອາຍຸແກ່ແລ້ວ ປະ
ມານ 3 ຫຼື 4 ຂວບ. ແຕ່ເປັນໜ້າເສຍໃຈ ທີ່ຢາວັກຊິນດັ່ງກ່າວ ມີປະສິດທິຜົນໜ້ອຍກວ່າ
ສຳລັບພວກເດັກນ້ອຍທີ່ຍັງມີອາຍຸອ່ອນໆຊຶ່ງເປັນພວກທີ່ພວກເຮົາຢາກປ້ອງກັນນັ້ນ. ແລະ
ນີ້ ແມ່ນ 50 ເປີເຊັນ ບໍ່ແມ່ນ 100 ເປີເຊັນເຕັມ ທີ່ພວກເຮົາຢາກປ້ອງກັນນັ້ນ. ແຕ່ມັນ
ເປັນບາດກ້າວອັນນຶ່ງ ໃນທິດທາງທີ່ຖືກຕ້ອງ."
ໃນຂະນະດຽວກັນ Dr. Diabate ກ່າວວ່າ ທ່ານຫວັງວ່າ ການໄດ້ຮັບລາງວັນນີ້ ຈະດົນ
ບັນດານໃຫ້ພວກນັກຄົ້ນຄວ້າໃນທົ່ວທະວີບອາຟຣິກາເພັ່ງເລັງໃສ່ການແກ້ບັນຫາໂຣກໄຂ້ຍຸງນີ້.

Your browser doesn’t support HTML5