ຖະແຫລງການຮ່ວມ ຂອງ 15 ປະເທດໃນປະຊາຄົມເສດຖະກິດບັນດາລັດອາຟຮິກາຕາເວັນຕົກ ຫລື ECOWAS ກ່າວວ່າ ຜູ້ນຳແກມເບຍ ທ່ານ Yahya Jammeh ທີ່ໄດ້ເສຍໄຊໃນການເລືອກຕັ້ງເມື່ອເດືອນແລ້ວນີ້ ມີເວລາຈົນຮອດຕອນທ່ຽງຂອງວັນສຸກມື້ນີ້ ເພື່ອມອບໂອນອຳນາດ ແລະຕົກລົງທີ່ຈະອອກຈາກປະເທດໄປ ຫລືບໍ່ດັ່ງນັ້ນກໍຈະປະເຊີນໜ້າກັບການປະຕິບັດງານທາງທະຫານ.
ທ່ານ Marcel Alain de Souza ຫົວໜ້າປະຊາຄົມ ECOWAS ກ່າວວ່າ “ພວກເຮົາໄດ້ໂຈະການປະຕິບັດງານໄວ້ ແລະຍື່ນຄຳຂາດຕໍ່ຜູ້ກ່ຽວ” ແລະກ່າວ ຕື່ມວ່າ “ຖ້າຫາກຮອດທ່ຽງແລ້ວ ທ່ານຍັງບໍ່ຕົກລົງທີ່ຈະອອກຈາກແກມເບຍໄປ ພວກເຮົາຈະຕ້ອງເຂົ້າແຊກແຊງທາງທະຫານ.”
Your browser doesn’t support HTML5
New Gambian President Takes Oath at Embassy in Senegal
ອີງຕາມທ່ານ de Souza ແລ້ວ ການເຈລະຈາຂັ້ນສຸດທ້າຍ ແມ່ນຈະນຳພາໂດຍປະທາ ນາທິບໍດີກີເນຍ ທ່ານ Alpha Conde ຢູ່ທີ່ເມືອງ Banjul ນະຄອນຫລວງຂອງແກມເບຍໃນຕອນເຊົ້າວັນສຸກມື້ນີ້.
Your browser doesn’t support HTML5
Gambia’s President-elect Adama Barrow Arrives for Inauguration in Senegal
ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຮູ້ທ່ານ Adama Barrow ເປັນປະທານາ ທິບໍດີຄົນໃໝ່ ຂອງແກມເບຍ ໃນຂະນະທີ່ຜູ້ນຳມາເປັນເວລາດົນນານ ທ່ານ Jammeh ປະຕິເສດບໍ່ຍອມສະຫຼະອຳນາດ.
ທ່ານ Borrow ໄດ້ສາບານໂຕເຂົ້າຮັບຕຳແໜ່ງ ໃນວັນພະຫັດວານນີ້ ຢູ່ທີ່ສະ ຖານທູດແກມເບຍ ໃນປະເທດເຊເນການທີ່ເປັນເພື່ອນບ້ານ. ທ່ານມີກຳນົດທີ່ຈະສາບານໂຕ ຢູ່ທີ່ນະຄອນຫລວງແກມເບຍ.
ກຳລັງທະຫານແກມເບຍ ກຳລັງລາດຕະເວນ ຢູ່ໃກ້ຊາຍແດນ ເຊເນການ.
ໂຄສົກກອງທັບເຊເນການ ກ່າວຕໍ່ບັນດາອົງການຂ່າວຕ່າງປະເທດວ່າ ກຳລັງທະຫານອາຟຣິກາຕາເວັນຕົກ ໄດ້ຂ້າມເຂົ້າສູ່ແກມເບຍ ໃນວັນພະຫັດວານນີ້ ເພື່ອຮັກສາຄວາມສະງົບ ແລະຊັບຍາກອນທາງທະຫານທີ່ “ສຳຄັນ” ແມ່ນມີພ້ອມແລ້ວ.
ໂຄສົກຂອງໄນຈີເຣຍກ່າວວ່າ ກຳລັງທະຫານໄນຈີເຣຍ ກໍໄດ້ຖືກສົ່ງ “ໄປປ້ອງກັນປະຊາ ຊົນແກມເບຍ ພ້ອມທັງຮັກສາສັນຕິພາບແລະຄວາມໝັ້ນຄົງຢູ່ໃນຂົງເຂດ.” ຍັງບໍ່ມີລາຍງານວ່າ ໄດ້ເກີດຄວາມຮຸນແຮງໃດໆຂຶ້ນ.
ຊາວແກມເບຍ ພາກັນສະຫລອງພິທີເຂົ້າສາບານໂຕ ຮັບຕຳແໜ່ງປະທານາທິບໍດີຂອງ ທ່ານ Adama Barrow.
ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານ John Kirby ກ່າວວ່າ ສະຫະລັດໃຫ້ການ ສະໜັບສະໜູນ ຕໍ່ກຳລັງທະຫານຈາກເຂດອາຟຣິກາຕາເວັນຕົກ “ເພາະວ່າພວກເຮົາເຂົ້າໃຈວ່າ ຈຸດປະສົງກໍຄືຊ່ວຍສ້າງຄວາມທຸ່ນທ່ຽງໃຫ້ແກ່ ສະຖານະການທີ່ເຄັ່ງຕຶງແລະພະຍາ ຍາມຈະປະຕິບັດຕາມຄວາມປາດຖະໜາດີຂອງປະຊາຊົນແກມເບຍ.”
ທ່ານ Kirby ກ່າວວ່າ ສະຫະລັດ ບໍ່ມີແຜນໃດໆ ທີ່ຈະສົ່ງກຳລັງທະຫານອາເມຣິກັນ ໄປຮ່ວມ.
Your browser doesn’t support HTML5
Thousands of Gambians Flee Ahead of Presidential Showdown