ອະດີດປະທານາທິບໍດີ ຈອດ ບູຊ ເຂົ້າຮ່ວມ ກອງປະຊຸມໂຣກເອດສ໌ ທີ່ອາຟຣິກາ

  • ທອງປານ ເທບວົງສາ

ອະດີດປະທານາທິບໍດີສະຫະລັດ ທ່ານ George W. Bush ກໍາລັງໂອ້ ລົມກັບແມ່ຍິງທີ່ຕິດເຊື້ອ HIV ຫລັງຈາກກອງປະຊຸມໂຣກເອດສ໌ທີ່ ນະ ຄອນຫລວງ Addis Ababa ປະເທດ Ethiopia

ທ່ານ George W. Bush ອະດີດ​ປະທານາທິບໍດີ​ສະຫະລັດ ​ໄດ້​ບອກກອງ​ປະຊຸມ​ນານາ
ຊາດ​ກ່ຽວ​ກັບ​ໂຣກ​ເອ​ດສ໌ວ່າ ​ເຖິງ​ແມ່ນ​ມີ​ຄວາມ​ເປັນຫ່ວງ ​ກັນ​ດ້ານ​ການ​ເງິນ​ຂອງ​ໂລກ​ຢູ່​ໃນ
ຂະນະ​ນີ້​ກໍ​ຕາມ ການ​ຕໍ່ສູ້​ປາບ​ປາມ​ໂຣກ​ເອດ​ສ໌ກໍຈະ​ຕ້ອງ​ດໍາ​ເນີນ​ຕໍ່​ໄປ.

ໃນ​ຄໍາ​ປາໄສ​ໄຂ​ກອງ​ປະຊຸມ​ເມື່ອ​ວັນ​ອາທິດ​ຜ່ານ​ມາ​ນີ້ ທີ່​ເມືອງ​ຫລວງ Addis Ababa ປະ​
ເທດອີທິ​ໂອ​ເປຍນັ້ນ ທ່ານ​ບູຊ ​ເວົ້າວ່າ ​ໂລກ​ຈະ​ຕ້ອງຕັ້ງ​ບູລິ​ມະ​ສິດ​ຕ່າງໆ ​ແຕ່​ບໍ່​ມີ​ບູລິ​ມະ​ສິດ
ໃດ​ທີ່​ຈະ​ຍິ່ງ​ໃຫຍ່​ໄປ​ກວ່າ​ບູລິມະສາດການ​ຊ່ວຍຊີວິດມະນຸດ.

ນອກ​ນີ້​ທ່ານ​ບູຊຍັງ​ໄດ້​ຮຽກຮ້ອງ​ໃຫ້​ສະຫະລັດ​ສືບ​ຕໍ່​ໃຫ້​ຄວາມ​ໝັ້ນ​ໝາຍ​ຕໍ່ການ​ຊ່ວຍ​ຊີວິດ
ມະນຸດ​ໃນ​ພວກ​ປະ​ເທດພວມພັດທະນາ​ແລະສືບ​ຕໍ່​ໃຫ້​ງົບປະມານ​ສໍາລັບການ​ຕໍ່ສູ້​ຕ້ານ​ພວກ
ພະຍາດ​ທີ່​ມາ​ຈາກ​ເພດ​ສໍາພັນ ຫລື​ກາມະ​ໂຣກ ​ໂດຍກ່າວ​ວ່າ ການຢູ່ໂດດດ່ຽວນັ້ນ​ມັກ​ຈະ
ເປັນ​ການ​ບໍ່​ມອງ​ເຫັນ​ການ​ໄກ.

ທ່ານ​ບູຊ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ​ລູກ​ສາວສອງ​ຄົນ ຢູ່​ໃນ​ລະຫວ່າງ​ມ້ວນທ້າຍການ​ທ່ຽວ
ຊົມ​ອາ​ຟຣິກາ ທີ່ໄດ້​ພາ​ພວກທ່ານ​ໄປຍັງ​ປະ​ເທດຕັນ​ຊາ​ເນຍ ​ແລະຊໍາເບຍ ​ແລ້ວ.

ອະດີດ​ປະທານາທິບໍດີ​ສະຫະລັດກໍາລັງໄດ້​ຮັບ​ກຽດ​ຍ້ອນບົດບາດ​ຂອງ​ທ່ານ​ທີ່​ໄດ້​ກໍ່​ຕັ້ງ​ອົງ
ການບັນ​ເທົາ​ໂຣກ​ເອດ​ສ໌ສຸກ​ເສີນ​ຂອງ​ປະທານາທິບໍດີ ຫລື PEPFAR ຂື້ນ​ມາ. ໂຄງການ
ດັ່ງກ່າວ​ນີ້​ເປັນ​ໂຄງການ​ລິ​ເລີ່​ມດ້ານສຸຂະພາບ​ທີ່​ໃຫຍ່​ທີ່​ສຸດ ທີ່ໄດ້​ອຸທິດ​ໃຫ້ແກ່​ການ​ປາບ
ປາມ​ໂຣກ​ເອດ​ສ໌ ​ແລະ​ໄດ້ ໃຫ້​ເງິນ ຈໍານວນ 1400 ​ລ້ານ​ໂດ​ລາ​ແກ່​ປະ​ເທດ​ອີທິ​ໂອ​ເປຍ​ໄປ
ແລ້ວ ນັບ​ຕັ້ງ​ແຕ່ໂຄງການ​ໄດ້​ຕັ້ງ​ຂຶ້ນມາ​ໃນ​ປີ 2003.