ບັນດາເຈົ້າໜ້າທີ່ໃນພາກຕາເວັນອອກຂອງອັຟການິສຖານ
ກ່າວວ່າ ກຸ່ມ Taliban ໄດ້ ຈັບກຸມພົນລະເຮືອນ ຢ່າງນ້ອຍ
9 ຄົນ ຫຼັງຈາກທີ່ເຮືອບິນເຮຣິຄອບເຕີທີ່ເຂົາເຈົ້າຂີ່ໄປ ໄດ້ລົງ
ຈອດສຸກເສີນ ຢູ່ໃນເຂດທີ່ພວກຫົວຕໍ່ສູ້ຄວບຄຸມຢູ່ນັ້ນ.
ກະຊວງການຕ່າງປະເທດເທີກີ ໄດ້ອອກມາຢືນຢັນວ່າ
ຊາວເທີກີ 8 ຄົນແມ່ນຮວມຢູ່ໃນພວກທີ່ເດີນທາງໄປກັບ
ເຮລີຄອບເຕີ້ລໍານັ້ນ ທີ່ໄດ້ລົງຈອດສຸກເສີນໃນຄືນວັນອາທິດ
ວານນີ້ທ່າມກາງອາກາດທີ່ບໍ່ດີ ຢູ່ໃນແຂວງ Logar ປະທານ
30 ລັກກິໂລແມັດຫ່າງຈາກຊາຍແດນປາກີສຖານ. ເຮືອບິນ
ລໍາດັ່ງກ່າວກໍາລັງເດີນທາງ ຈາກ ເມືອງ Khost ໄປຍັງ
ນະຄອນຫຼວງ Kabul. ນອກຈາຊາວເທີກີແລ້ວ ຄົນອື່ນໆຢູ່ເທິງເຮລີຄອຍເຕີ້ລໍານັ້ນແມ່ນ
ມີທັງຊາວຣັດເຊຍຄົນນຶ່ງ ແລະຊາວອັຟການິສຖານ ຢ່າງນ້ອຍ ນື່ງຄົນ.
ອົງການເນໂຕ ກ່າວວ່າ ຕົນກໍາລັງຊ່ອຍໃນຄວາມພະຍາຍາມເພື່ອກູ້ເອົາເຮືອບິນລໍາດັ່ງກ່າວ
ຄືນມາ.
ໃນອີກຂ່າວນຶ່ງນັ້ນ ນັກຮຽນຍິງ ຫລາຍເຖິງ 74 ຄົນ ໃນເຂດພາກເໜືອສຸດຂອງອັຟກາ
ນິສຖານ ໄດ້ຖືກນໍາສົ່ງໂຮງໝໍຢ່າງຮີບດ່ວນ ໃນວັນອາທິດວານນີ້ ຫລັງຈາກທີ່ໄດ້ດົມກິ່ນ
ອາສແກ໊ສເຂົ້າ ຢູ່ທີ່ໂຮງຮຽນຂອງເຂົາເຈົ້າ ຊຶ່ງເຈົ້າໜ້າທີ່ສົງໄສວ່າ ຈະເປັນການວາງ
ແກ໊ສພິດເບື່ອໝູ່ນັກຮຽນຍິງ.
ນາຍແພດຢູ່ໂຮງໝໍເວົ້າວ່າ ນັກຮຽນຍິງເຫລົ່ານັ້ນ ສ່ວນໃຫຍ່ແມ່ນໄດ້ຖືກປ່ອຍໃຫ້ເມືອ
ບ້ານໄດ້ ຫລັງຈາກໄດ້ຮັບການປິ່ນປົວ ແຕ່ກໍຍັງມີຫລາຍຄົນທີ່ມີອາການສາຫັດແລະຍັງ
ພັກຮັກສາໂຕຢູ່ໂຮງໝໍ.

Your browser doesn’t support HTML5
ເບິ່ງວິດີໂອ ກ່ຽວກັບ ການວາງແກ໊ສພິດໃນ ອັຟການີສຖານ