ການໂຈມຕີ ສະລະຊີບ ຕໍ່ສໍານັກງານ ສືບລັບ ແຫ່ງຊາດ ອັຟການິສຖານ

ຊາວອັຟການີສຖານເອົາຜູ້ຣັບເຄາະຮ້າຍຂຶ້ນລົດ ໄປໂຮງໝໍ ຍ້ອນຖືກບາດເຈັບຈາກການໂຈຕີສະລະຊີບ ໃນນະຄອນກາບູນ ໃນວັນທີ 16 ມັງກອນ 2013.

ເຈົ້າໜ້າທີ່ອັຟການິສຖານເວົ້າວ່າ ພວກໂຈມຕີສະລະຊີບຢ່າງ
ໜ້ອຍ 5 ຄົນໄດ້ບຸກໂຈມຕີ ສໍານັກງານໜ່ວຍສືບລັບແຫ່ງຊາດ
ໃນນະຄອນຫຼວງກາບູນ.

ພວກເຫັນເຫດການເວົ້າວ່າ ລົດຄັນນຶ່ງທີ່ບັນຈຸເຕັມໄປດ້ວຍ
ວັດຖຸລະເບີດ ໄດ້ໄປຈອດຢູ່ ຕໍ່ໜ້າປະຕູເຂົ້າຂອງກອງບັນຊາ ການກໍາລັງຮັກສາຄວາມສະຫງົບແຫ່ງຊາດ ແລະກໍບີບຂະ
ນວນໃຫ້ແຕກຂຶ້ນຢ່າງແຮງ ຊຶ່ງໄດ້ສົ່ງຄວັນເປັນແປວກຸ້ມຂຶ້ນ
ໄປເທິງຟ້າ.

ພວກທໍາການໂຈມຕີອີກກຸ່ມນຶ່ງ ໄດ້ໄປຫາທີ່ນັ້ນໂດຍການຍ່າງ
ແລະໄດ້ຖືກຈັບກຸມໂດຍ ພວກຕໍາຫລວດຍາມ. ນອກນັ້ນຍັງ
ໄດ້ຍິນສຽງປືນຈາກການຍິງ ປະທະກັນລຸນຫລັງລະເບີດໄດ້
ແຕກຂຶ້ນ.

ພວກເຈົ້າໜ້າທີ່ຍັງກ່າວອີກວ່າ ປະມານ 30 ຄົນໄດ້ຮັບບາດເຈັບໃນເຫດລະເບີດດັ່ງກ່າວ ຊຶ່ງໄດ້ສົ່ງເສດແກ້ວ ແລະເຫລັກຈາກຮ້ານຄ້າຢູ່ໃກ້ຄຽງຟົ້ງຢາຍກັນໄປ.

ພວກຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວ.