ນາຍພົນ Allen ກ່າວວ່າ ສະຫະລັດ ຍັງຈະມີໜ້າ ຢູ່ອັຟການິສຖານ ຫຼັງປີ 2014

  • ໄພສານ ວໍຣະຈັກ

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta (ຊ້າຍ) ເອກອັກຄະລັດຖະທູດສະຫະລັດ ປະຈຳອັຟການິສຖານ ທ່ານ Ryan Crocker (ຂວາ) ແລະນາຍພົນ John Allen ທີ່ນະຄອນຫຼວງກາບູລ, ອັຟການິສຖານ (13 ທັນວາ 2011)

ຜູ້​ບັນຊາ​ການ​ກອງ​ກຳລັງ​ຂອງ​ສະຫະລັດ​ໃນ​ອັຟກາ​ນິສຖານໃຫ້​ສັນຍານ​ວ່າ ສະຫະລັດ​ອາດ
ຈະ​ສືບ​ຕໍ່​ຮັກສາ​ການ​ມີໜ້າ​ທາງ​ທະຫານ​ຂອງ​ຕົນ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ ​ໄປ​ກາຍ​ໝາຍ​ກຳນົດ
ການ​ໃນ​ການ​ຖອນ​ທະຫານ​ອະ​ເມຣິກັນໃນ​ປີ 2014.

ໃນ​ການ​ໃຫ້​ສຳພາດ​ ທີ່​ພິມ​ເຜີຍ​ແຜ່​ໂຍໜັງສືພິມ New York Times ນາຍ​ພົນ John
Allen ກ່າວ​ວ່າ ການ​ເຈລະຈາ​ກັບ​ລັດຖະບານຂອງ​ປະທານາທິບໍດີ​ຮາ​ມິດ ກາ​ໄຊ ​ແມ່ນ
ເກືອບ​ເປັນ​ທີ່​ແນ່ນອນ​ແລ້ວວ່າ ຈະ​ກວມ​ເອົາ​ເລື່ອງ​ກອງ​ກຳລັງ​ໃນ​ຍຸກ​ຫຼັງປີ 2014 ​ມີ​ລັກ
ສະນະ​ແບບ​ໃດ. ທ່ານ​ເວົ້າວ່າ ເລື່ອງ​ນີ້ບາງທີ​ ອາດ​ຈະຮວມທັງພວກ​ທີ່​ປຶກສາ​ຈຳນວນ​ນຶ່ງ
ພວກ​ໃຫ້ການ​ຝຶກ​ແອບ ແລະ​ພວກ​ນັກ​ຊ່ຽວຊານ ​ໃນ​ດ້ານ​ສືບ​ລັບ ສຳລັບ​ໄລຍະ​ຫຼັງຈາກ​ປີ
2014.

ເມື່ອ​ໄວໆ​ມານີ້ ​ໄດ້​ມີ​ການ​ອ້າງຄຳ​ເວົ້າຂອງ​ທ່ານ Ryan Crocker ​ເອກ​ອັກຄະລັດຖະທູດ
ສະຫະລັດປະຈຳ​ອັຟກາ​ນິສຖານ​ທີ່​ກ່າວ​ວ່າ ຫຼັງຈາກ​ປີ 2014 ​ແລ້ວ​ສະຫະລັດ​ຈະ​ສືບ​ຕໍ່​ໃຫ້
ການ​ຊ່ອຍ​ເຫຼືອທາງ​ດ້ານ​ເສດຖະກິດ​ ແລະ​ດ້ານ​ການ​ຮັກສາຄວາມ​ສະຫງົບ. ​ແຕ່​ນາຍ​ພົນ
Allen ​ແມ່ນ​ເຈົ້າໜ້າ​ທີ່​ຂັ້ນສູງ​ສຸດ​ທາງ​ທະຫານຂອງ​ສະຫະລັດ​ ທີ່​ໄດ້​ສະ​ເໜີ​ແນະກ່ຽວ​ກັບ​
ຄວາມ​ເປັນໄປ​ໄດ້​ໃນ​ການ​ພົວພັນ​ໄລຍະ​ຍາວ​ທາງ​ທະຫານ​ຂອງ​ສະຫະລັດ​ໃນ​ອັຟກາ​ນິສຖານ.

ໂຄສົກ​ຄົນ​ນຶ່ງ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອັຟກາ​ນິສຖານ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ມື້ວັນ​ພຸດ​
ວານ​ນີ້ວ່າ ອັຟກາ​ນິສຖານ​ພວມ​ໄດ້​ຮັບ​ຄວາມ​ກ້າວໜ້າ ​ໃນ​ການ​ຝຶກ​ແອບ​ກຳລັງ​ທະຫານ​ຂອງ​
ຕົນ​ແລະ​ໃນ​ເວລາ​ນີ້ກຳລັງ​ທະຫານ​ກອງທັບ​ແຫ່​ງຊາດອັຟກາ​ນິສຖານ​ແມ່ນ​ຢູ່​ໃນ​ລະດັບ 180
ພັນ​ຄົນ. ທ່ານ​ເວົ້າວ່າ ​ເປົ້າໝາຍ​ໃນການ​ເພີ່ມຈຳນວນ​ທະຫານ ​ແມ່ນ 240 ພັນ​ຄົນຊຶ່ງ​ເປັນ​
ກຳລັງ​ທີ່​ທ່ານ​ເວົ້າວ່າຈະ​ສາມາດ​ຮັກສາ​ຄວາມ​ໝັ້ນຄົງ​ທັງ​ພາຍ​ໃນ​ແລະ​ພາຍ​ນອກຢູ່​ໃນ​ທົ່ວ​ປະ
ເທດຫຼັງຈາກ​ປີ 2014.