ພວກກະບົດທາລິບານ ຕັດຫົວ ພົນລະເຮືອນ 17 ຄົນ

ແຂວງ Helmand ບ່ອນທີ່ພວກທາລີບານໄດ້ຕັດຫົວ ພົນລະເຮືອນອັຟການິສຖານ 15 ຄົນ, ວັນທີ 2ຼ ສິງຫາ 2012.

ເຈົ້າ​ໜ້າ​ທີ່ ຢູ່​ທາງ​ພາກໃຕ້​ຂອງອັຟກາ​ນິສຖານ ກ່າວ​ວ່າ ພວກກະບົດທາລີບານ ​ໄດ້​ຕັດ​ຫົວ ພົນລະ​ເຮືອນອັຟກາ​ນິສຖານ 17 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່ ​ໃນ​ແຂວງ Helmand ກ່າວ​ວ່າ ພວກ​ກະບົດໄດ້​
ສັງຫານ ​ຜູ້ຊາຍ 15 ຄົນ​ ແລະ​ຜູ້ຍິງ 2 ຄົນ ​ໃນ​ເຂດ​ເມືອງ​ Musa
Qala ​ໃນ​ຕອນ​ແລງວັນ​ອາທິດວານ​ນີ້ ເ​ພາະວ່າ​ກຸ່ມຄົນດັ່ງກ່າວໄດ້
ພາກັນ​ຈັດການສັງ​ສັນຊຸມ​ແຊວ ທີ່​ມີທັງ​ຍິງ​ແລະຊາຍມາຮ່ວມນໍາ ​
ແລະມີ​ທັງດົນຕີແລະເຕ້ນ​ລໍາ ຊຶ່ງ​ເປັນ​ກິດຈະກໍາ​ທີ່ພວກທາ​ລິ​ບານ
ບໍ່ມັກ​ນັ້ນ.

ຫລາຍ​ຊົ່ວ​ໂມງ​ຫລັງ​ຈາ​ກການ​ຕັດ​ຫົວພວກ​ຄົນ​ເຫລົ່າ​ນັ້ນ ພວກທາ​ລິ​ບານ​ໄດ້​ເຂົ້າ​ຍຶດ​ເອົາ ຄ້າຍທະຫານອັຟກາ​ນິສຖານແຫ່ງ​ນຶ່ງ ​ໃນ​ເຂດ​ເມືອງ Washir ຂອງ​ແຂວງ Helmand ​ໃນ​ການ​ບຸກ​ໂຈມ​ຕີໃນຕອນກ່ອນ​ແຈ້ງ​ວັນ​ອາທິດ​ວານ​ນີ້ ໂດຍໄດ້​ສັງຫານ ທະຫານ​ອັຟກາ​ນິສຖານ 10 ຄົນ.

​ໂຄສົກ​ລັດຖະບານທ້ອງຖິ່ນ ກ່າວ​ວ່າ ມີທະຫານ ສີ່​ຄົນ​ໄດ້​ຮັບ​ບາດ​ເຈັ​ບ ​ໃນການ​ໂຈມ​ຕີ
ດັ່ງກ່າວ ​ແລະ​ວ່າ ທະຫານຫ້າ​ຄົນ​ໄດ້​ໜີ​ໄປ​ກັບພວກທາ​ລິ​ບານ. ​ຍັງ​ບໍ່​ເປັນ​ທີ່​ແຈ້ງຂາວ​ໃນ​ເວລາ​ນີ້​ເທື່ອ​ວ່າ ພວກ​ທີ່​ໜີ​ໄປ​ກັບກຸ່ມທາ​ລິ​ບານນັ້ນ​ ໄດ້​ຖືກ​ລັກພາ​ໂຕ​ໄປ ຫລືວ່າ ​ໜີໄປ​ດ້ວຍ​ຄວາມສະໝັກ​ໃຈ.

ໃນ​ຂະນະ​ດຽວ​ກັນ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງອັ​ຟກາ​ນິສຖານ ເຈົ້າ​ໜ້າ​ທີ່​ NATO ກ່າວ​ວ່າ ທະຫານກອງ​ຫັບ​ແຫ່ງ​ຊາດອັຟກາ​ນິສຖານຄົນ​ນຶ່ງ ​ໄດ້​ຍິງ ສັງຫານ ທະຫານ​ນາໆ​ຊາດ​ສອງ​ຄົນ. NATO ກ່າວ​ວ່າ ທະ​ຫານ​ຂອງ​ຕົນ​ໄດ້​ຍິງຕອບ​ໂຕ້ ​ແລະ​ກກໍ​ໄດ້ສັງຫານ​ທະຫານ​ຄົນ​ດັ່ງກ່າວ.

|ການ​ໂຈມ​ຕີດັ່ງກ່າວ ທີ່​ມີ​ຂຶ້ນ​ຢູ່ແຂວງ Laghman ​ແມ່ນເປັນ​ເທື່ອ​ຫລ້າ​ສຸດ​ໃນ​ການ​ໂຈມ​ຕີ​ໂດຍ​ບຸກຄົນພາຍ​ໃນ​ ຢ່າງ​ຕໍ່ເນື່ອງກັນມາ​ໃນ​ປີ​ນີ້ ​ທີ່ໄດ້ສ້າງ​ຄວາມ​ເສຍ​ຫາຍ​ ​ໃຫ້​ແກ່​ຄວາມ
ໄວ້​ເນື້ອເຊື່ອໃຈກັນ​ລະຫວ່າງ​ພັນ​ທະ​ມິດ ທັງສອງ​.