ອັຟການິສຖານ ເຮັດແຜນທີ່ ຊັບພະຍາກອນ ໂດຍໃຊ້ ເຄື່ອງມື ທັນສະໄໝ

ອັຟການິສຖານ ໄດ້ກາຍເປັນປະເທດທໍາອິດ ທີ່ເຮັດແຜນທີ່ ຊັບພະຍາ ກອນ ທໍາມະຊາດ ໂດຍການໄຊ້ເຄື່ອງ hyperspectal Imaging.

ອັຟກາ​ນິສຖານ ​ໄດ້​ກາຍ​ມາ​ເປັນ​ປະ​ເທດ​ທໍາ​ອິດ ທີ່ເຮັດ​ແຜນ​ທີ່ຊັບພະຍາກອນ​ທໍາ​ມະ​ຊາດ ​
ໂດ​ຍການໃຊ້ເຄື່ອງຄວບ​ຄຸ​ມຊອກ​ຫາ ອັນ​ເປັນເທັກ​ນິກ​ກ້າວໜ້າທັນ ສະ​ໄໝ ທີ່​ຮູ້​ກັນໃນ​
ນາມ hyperspectral imaging ນັ້ນ.

ການ​ເຮັດ​ແຜນ​ທີ່ ​ຊຶ່ງ​ເປັນ​ການ​ຮ່ວມ​ມື​ລະຫວ່າງອົງການ​ສໍາ​ຫລວດ​ທໍລະນີ​ວິທະ ຍາ​ຂອງ
ສະຫະລັດ ​ແລະອົງ​ການ​ສໍາ​ຫລວດທໍລະນີຂອງອັຟກາ​ນິສຖານ ທີ່​ຜະ​ລິດ​ຮູບ​ພາບ​ລາຍ​ລະ
ອຽດ ບັນຈຸ​ຂໍ້​ມູນຫລາຍ​ກວ່າ 800 ລ້ານ pixels ສຳຫຼັບພື້ນທີ່ໆ​ເຕັມໄປ​ດ້ວຍ​ພູຜາ ຂອງ
ອັຟກາ​ນິສຖານ.

​ເອກ​ອັກ​ຄະ​ລັດຖະທູດອັຟກາ​ນິສຖານ ປະຈຳສະຫະລັດ ທ່ານ Ekil Hakimi ກ່າວ​ວ່າ“
ຂໍ້​ມູນ​ທີ່​ແຈ້ງ ​ແລະ​ໜ້າ​ເຊື່ອ​ຖື” ​ກ່ຽວ​ກັບຊັບພະ​ຍາ​ກອນຂອງ​ຕົນ ໄດ້ ຊ່ວຍ​ເດືງດູດ​ເອົາ​
ບັນດາ​ນັກ​ລົງ​ທືນຕ່າງປະ​ເທດ.

ທ່ານ​ເວົ້າ​ວ່າ: “ບັນດາ​ປະ​ເທດຕ່າງໆ​ ​ເຊັ່ນອີນ​ເດຍ ຈີນ ການ​າດາ ​ເທິ​ກກີ ​ແລະ​ບໍລິສັດ​
ຕ່າງໆ​ເຊັນ​ວ່າ Exxon Mobil ​ແລະ Chevron ​ໄດ້​ພາກັນ​ເຊັນ​ສັນຍາ ຫລື​ສ​ະ​ແດງ​ຄວາມ
​ສົນ​ໃຈຢ່າງ​ຈິງ​ຈັງ ທີ່​ຈະ​ມາ​ຂຸດ​ຄົ້ນ​ຊັບພະ​ຍາກ​ອນ​ເຫຼົ່ານີ້.”

ປະມານ 70 ​ເປີ​ເຊັນ​ຂອງອັຟກາ​ນິສຖານ ​ໄດ້ເຮັດແຜນ​ທີ່​ໄປ​ແລ້ວ​ດ້ວຍການ ​ໃຊ້​ເທັກ​ນິກ
hyperspectral imaging ທີ່​ເຮັດ​ໃຫ້ລັດຖະບານ ​ໄດ້​ເຫັນ​ຮູບ​ພາບ​ອັນ​ຈະ​ແຈ້ງ ກ່ຽວ​ກັບ
​ຊັບພະ​ຍາກ​ອນທີ່​ມີ​ຢູ່​ຢ່າງ​ຫຼວງຫຼາຍຂອງປະ​ເທດ ຊຶ່ງ​ເປັນເຄື່ອງມື​ທີ່​ຈຳ​ເປັນສຳ​ຫຼັບ​ການ​ພັດ​
ທະນາ​ເສດຖະກິດ ​ແລະ​ຄວາມ​ສາມາດ ​ໃນ​ການ​ພັດ​ໄດ້ທາງດ້ານ​ເສດຖະກິດ ຂອງຊັບພະ​ຍາ
ກ​ອນ​ເຫຼົ່ານີ້​ເພື່ອ​ການຈຳ ໜ່າຍ. ທ່ານ Hakimi ກ່າວ​ວ່າ ລາຍ​ລະອຽດ​ດັ່ງກ່າວ​ນີ້ ​ແມ່ນ
ການ​ເລີ້​ມວິ​ໄສ ທັດ​ໃໝ່​ສຳ​ຫຼັບອັຟກາ​ນິສຖານ.