ຊາວອັຟການິສຖານປະທ້ວງ ການສັງຫານ ທ່ານຣາບານີ

  • ສິງ ບູຣົມມະວົງ

ຜູ້ສະໜັບສະໜຸນອະດີດປະທານາທິບໍດີອັຟການິສຖານ ທ່ານ Burhanuddin Rabbani, ຖືຮູບພາບທ່ານ ຢູ່ນອກບ້ານພັກ ຂອງທ່ານ ນຶ່ງມື້ຫລັງຈາກທ່ານຖືກລອບສັງຫານໃນກຸງຄາບູລ. ວັນທີ 21 ກັນຍາ 2011.

ປະຊາຊົນ​ອັຟກາ​ນິສຖານ​ຫລາຍ​ຮ້ອຍ​ຄົນ​ພາກັນ​ໂຮ​ມຊຸມນຸມ​ກັນ​ໃນ​ວັນ​ພຸດ​ມື້​ນີ້​ເພື່ອ​ທໍາ​ການ​ປະ​ທ້ວງ​ຕໍ່​ການ​ສັງຫານ​ທ່ານ Burhanuddin Rabbani ອະດີດ​ປະທານາທິບໍດີ​ ແລະ​ຜູ້​ເຈລະຈາ​ສັນຕິພາບ​ອັຟການິສຖານ​ ຢູ່​ທີ່​ບ້ານ​ພັກ​ຂອງ​ທ່ານໃນ​ນະຄອນຫລວງ​ຄາ​ບູລນັ້ນ.

ຕໍາຫລວດ​ກ່າວ​ວ່າ ທ່ານ Rabbani ທີ່​ເຄີຍ​ເປັນ​ປະທານາທິບໍດີ​ນັບ​ແຕ່ປີ 1992 ຫາ​ປີ 1996 ​ໄດ້​ຖືກ​ສັງຫານ​ໃນ​ວັນ​ອັງຄານ​ວານ​ນີ້​ ໂດຍ​ຜູ້ວາງລະ​ເບີດ​ສະລະ​ຊີບ​ຕາ​ລີ​ບັນ ທີ່​ໄດ້​ບີບກະນວນ​ລະ​ເບີດ ​ທີ່​ເຊື່ອງ​ໄວ້​ໃນ​ຜ້າ​ປົກ​ຫົວ​ຂອງ​ຜູ້ກ່ຽວ.

ຢ່າງ​ໜ້ອຍ​ປະຊາຊົນ​ອີກ 4 ຄົນ​ໄດ້​ເສຍ​ຊີວິດ​ໃນ​ການໂຈມຕີດ້ວຍລະ​ເບີດ​ດັ່ງກ່າວ​ແລະ​ທ່ານ Masoom Staneksai ຊຶ່ງ​ເປັນ​ນຶ່ງ​ໃນ​ບັນດາ​ທີ່ປຶກສາ​ຄົນສໍາຄັນ​ຂອງ​ປະທານາທິບໍດີ Hamid Karzai ​ໄດ້​ຮັບ​ບາດ​ເຈັບ.

ໃນ​ວັນ​ພຸດ​ມື້​ນີ້ ພວກ​ຝູງ​ຄົນ​ທີ່​ໄວ້ອາ​ໄລ​ນໍາ​ທ່ານ Rabbani ນັ້ນ​ພາກັນ​ຖື​ຮູບ​ພາບ​ທ່ານ Rabbani ​ແລະຖື​ປ້າຍ​ຄໍາ​ຂວັນ​ຕ່າງໆ​ພາກັນ​ເຕົ້າໂຮມ​ກັນ​ຢູ່​ຖະໜົນ​ສາຍ​ນຶ່ງ​ນອກ​ບ້ານ​ພັກ​ຂອງ​ທ່ານ ​ເພື່ອ​ທໍາ​ການ​ປະ​ທ້ວງ​ຕໍ່​ການ​ສັງຫານ​ທ່ານ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ອົງການ​ເນ​ໂຕ້ໄດ້​ຖິ້ມ​ໂທດ​ໃສ່​ຜູ້​ວາງ​ລະ​ເບີດ​ສະລະ​ຊີບ 2 ຄົນ​ສໍາລັບ​ການ​ໂຈມ​ຕີ​ຄັ້ງ​ນີ້ ​ໂດຍ​ກ່າວ​ວ່າ ພວກ​ວາງ​ລະ​ເບີດ​ເຫລົ່າ​ນີ້​ແກ້ງ​ວ່າ​ມີ​ຄວາມ​ປາດ​ຖະໜາ​ທີ່ຢາກທໍາ​ການ​ໂອ້​ລົມເຈລະຈາສ້າງ​ຄວາມ​ປອງ​ດອງ​ກັນ. ໂຄສົກ​ກຸ່ມ​ຕາ​ລີ​ບັນ ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ການໂຈມ​ຕີ​ດັ່ງກ່າວ​ໂດຍ​ກ່າວ​ຕໍ່​ອົງການ​ຂ່າວ Reuters ວ່າ ພວກ​ເຂົາ​ເຈົ້າ​ໄດ້​ແຕ່ງ​ຕັ້ງ​ໃຫ້ນັກ​ຕໍ່ສູ້ 2 ຄົນ​ທີ່​ມີ​ຄວາມ​ສາມາດ​ແລະ​ຊໍານິ​ຊໍານານ​ທີ່ໄດ້​ຮັບ​ການ​ເຝິກ​ແອບ​ຢ່າງ​ດີ​ ທຳ​ການ​ຕິດ​ຕໍ່​ພົວພັນ​ກັບ​ທ່ານ Rabbani ນັ້ນ.

ທ່ານ Rabbani ​ເປັນ​ຊົນ​ເຜົ່າ Tajik ​ແລະ​ເປັນ​ຫົວໜ້າ​ສະພາ​ສັນຕິ ພາບ​ລະດັບ​ສູງ​ຂອງ​ອັຟກາ​ນິສຖານ ຊຶ່ງ​ເປັນ​ທີ​ມງານນຶ່ງ​ຂອງ​ລັດຖະບານ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ຊອກ​ຫາ​ທາງ​ແກ້​ໄຂ​ບັນຫາ​ດ້ານ​ການ​ເມືອງ​ ກັບ​ພວກກະບົດ​ນັ້ນ.

ທ່ານ Karzai ​ໄດ້​ປະນາມ​ການ​ລອບ​ສັງຫານ​ດັ່ງກ່າວ​ໃນ​ວັນ​ອັງຄານວານ​ນີ້​ໂດຍ​ກ່າວ​ວ່າ ອະດີດ​ປະທານາທິບໍດີ​ອັຟ ກາ​ນິສຖານ​ທ່ານ​ນີ້​ໄດ້​ສະລະ​ຊີວິດ​ຂອງ​ທ່ານ​ເພື່ອ​ອັຟກາ​ນິສຖານ​ແລະ​ເພື່ອ​ສັນຕິພາບ. ທ່ານKarzai ກ່າວ​ເຊ່ນ​ນີ້​ກ່ອນ​ການ​ພົບ​ປະ​ກັບ​ປະທານາທິບໍດີບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ທີ່​ນະຄອນ​ນີວຢອກ ນອກ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ​ປະ​ຈໍາປີແຕ່​ໄດ້​ຕັດການ​ຢ້ຽມຢາມ​ຂອງ​ທ່ານ​ໃຫ້ສັ້ນລົງຍ້ອນ​ການ​ໂຈມ​ຕີ​ຄັ້ງ​ນີ້.