ຫຼາຍພັນຄົນ ເຂົ້າຮ່ວມພິທີ ສົ່ງສະການທ່ານ Rabbani

  • ໄພສານ ວໍຣະຈັກ

ປະທານາທິບໍດີອັຟການິສຖານ ທ່ານ Hamid Karza (3 ຈາກຂວາ) ຮ່ວມໃນພິທີສົ່ງສະການອະດີດ ປະທານາທິບໍດິ Burhanuddin Rabbani ທີ່ຖືກຄາດຕະກໍາ ຢູ່ທໍານຽບປະທານາທິບໍດີ ໃນນະຄອນຫລວງກາບູລ, ວັນທີ 23 ກັນຍາ 2011.

ຊາວອັຟການິສຖານຈຳນວນຫຼາຍພັນຄົນໄດ້ໄປເຕົ້າໂຮມກັນທີ່ນະຄອນຫຼວງຄາບູລໃນວັນສຸກ
ມື້ນີ້ເພື່ອສົ່ງສະການໃຫ້ແກ່ອະດີດປະທານາທິບໍດີ Burhanuddin Rabbani ທີ່ໄດ້ເຖິງແກ່
ມໍລະນະກຳຍ້ອນການໂຈມຕີດ້ວຍລະເບີດສະລະຊີບທີ່ບ້ານພັກຂອງທ່ານ.

ຫີບສົບຂອງທ່ານ Rabbani ທີ່ຫໍ່ດ້ວຍທຸງຊາດອັຟການິສຖານ ໄດ້ຖືກນຳຂຶ້ນໄປຝັງໄວ້ທີ່
ຈອມພູນ້ອຍແຫ່ງນຶ່ງ ໃນນະຄອນຫຼວງຄາບູລ.

ໃນການຖະແຫຼງຕໍ່ພວກໄວ້ທຸກນັ້ນ ປະທານາທິບໍດີອັຟການິສຖານ ທ່ານ Hamid Karzai
ກ່າວວ່າ ມັນເປັນຄວາມຮັບຜິດຊອບຂອງພວກເຮົາທີ່ຈະຕ້ອງດຳເນີນການຕ້ານພວກທີ່ເປັນ
ສະຕູຂອງສັນຕິພາບ.

ທ່ານ Rabbani ໄດ້ເຖິງແກ່ມໍລະນະກຳຍ້ອນການໂຈມຕີດ້ວຍລະເບີດສະລະຊີບໃນມື້ວັນອັງ
ຄານຜ່ານມາ ໂດຍຜູ້ໂຈມຕີທີ່ອ້າງວ່າ ເປັນຜູ້ຖືສານສັນຕິພາບຂອງພວກຕາລີບານແລະໄດ້ ເຊື່ອງລະເບີດໄວ້ໃນຜ້າປົກຫົວຂອງລາວ.

ອະດີດປະທານາທິບໍດີ Rabbani ເປັນຫົວໜ້າສະພາສັນຕິພາບລະດັບສູງຂອງອັຟການິສ
ຖານແລະເປັນຜູ້ນຳໜ້າໃນການດຳເນີນຄວາມພະຍາຍາມເພື່ອສ້າງສັນຕິພາບກັບພວກຕາ
ລີບານ.