ອັຟການິສຖານ ແລະ ປາກິສຖານ ຈັດການເຈລະຈາທີ່ສໍາຄັນ ໃນຂະນະການກໍ່ການຮ້າຍຂ້າມຊາຍແດນ ສ້າງ​ຄວາມ​ເຄັ່ງ​ຕຶງ​ຕໍ່​ສາຍ​ສຳ​ພັນ

ເຈົ້າໜ້າທີ່ຕໍາຫຼວດຊາຍແດນຂອງປາກິສຖານ ກວດເບິ່ງເຈ້ຍຂອງປະຊາຊົນຊາວອັຟການິສຖານ ກ່ອນຂ້າມເຂົ້າໄປໃນປາກິສຖານ ຢູ່ຈຸດເລີ້ມຕົ້ນ Torkham ບໍລິເວນເສັ້ນຂ້າມຊາຍແດນລະຫວ່າງ ອັຟການິສຖານ ແລະ ປາກິສຖານ, ໃນແຂວງ Nangarhar, ວັນທີ 25 ກຸມພາ 2023.

ນັກການທູດຂັ້ນສູງຂອງປາກິສຖານ ຈະເດີນທາງໄປອັຟການິສຖານ ໃນວັນພຸດມື້ນີ້ ເພື່ອເຈລະຈາສອງຝ່າຍກັບບັນດາຜູ້ນໍາຂອງກຸ່ມຕາລິບານ ທ່າມກາງຂໍ້ກ່າວຫາເພີ້ມຂຶ້ນ ກ່ຽວກັບກຸ່ມຫົວຮຸນແຮງທີ່ລີ້ໄພຢູ່ໃນອັຟການິສຖານ ທຳການໂຈມຕີ ກໍ່​ການ​ຮ້າຍຂ້​າມຊາຍແດນ ເຂົ້າ​ໄປໃນປາກິສຖານ.

ທ່ານອາຊີຟ ເດີຣານີ (Asif Durrani), ຜູ້​ຕາງໜ້າພິເສດ ທີ່ຫາ​ກໍໄດ້ຮັບການແຕ່ງຕັ້ງໃໝ່ຂອງລັດຖະບານອິສລາມາບັດ ຮັບ​ຜິດ​ຊອບ​ເລື້ອງອັຟການິສຖານ, ຈະຈັດການປະຊຸມໃນນະຄອນຫຼວງກາບູລ, ໂດຍມີເປົ້າໝາຍແນໃສ່ການດໍາເນີນງານທາງດ້ານການຄ້າ, ເສດຖະກິດ ແລະຄວາມໝັ້ນຄົງຮ່ວມກັນ, ອີງ​ຕາມເຈົ້າໜ້າທີ່ຂອງປາກິສຖານ ກ່າວໃນວັນອັງຄານວານນີ້. ທ່ານກ່າວກັບ VOA ໂດຍບໍ່ໄດ້ເປີດເຜີຍຂໍ້ມູນສ່ວນຕົວ ເນື່ອງຈາກທ່ານຍັງບໍ່ໄດ້ຮັບອະນຸຍາດໃຫ້ພົວພັນກັບສື່ທາງສັງຄົມເທື່ອ.

ທ່ານເດີຣານີ ບອກ VOA ໃນລະຫວ່າງການເດີນທາງໄປຢ້ຽມຢາມນະຄອນຫຼວງກາບູລໃນທັນທີຂອງທ່ານວ່າ ການຄ້າຂອງປາກິສຖານ ກັບແລະຜ່ານ​ອັ​ຟ​ກາ​ນິ​ສ​ຖານ ທີ່​ເປັນ​ປະ​ເທດ​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ໄດ້ເພີ້ມຂຶ້ນ ນັບຕັ້ງແຕ່ກຸ່ມຕາລິບານເຂົ້າມາ​ກຳອໍານາດຄືນ ເມື່ອສອງປີກ່ອນ. ປັດຈຸບັນນີ້, ການຄ້າສອງຝ່າຍ ມີມູນຄ່າຫຼາຍກວ່າ 2 ຕື້ໂດລາ, ອີງຕາມລາຍງານຈາກຂໍ້ມູນຂອງທາງການ.

ແຟ້ມຮູບ-ລັດຖະມົນຕີກະຊວງພາຍໃນຂງອປາກິສຖານ ທ່ານເຊອິກ ຣາຊີດ ອາເມດ (Sheikh Rashid Ahmed), ຜູ້ທີສອງຈາກຊ້າຍ, ສະແດງຄວາມເຄົາລົບຕໍ່ເຈົ້າໜ້າທີ່ຕໍາຫຼວດ ທີ່ຖືກສັງການໃນການໂຈມຕີຂອງຕອນເດິກ, ຢູ່ພິທີອະທິຖານໃນງານສົບ, ນະຄອນຫຼວງອິສລາມາບັດ, ວັນທີ 18 ມັງກອນ 2022.

ນັກການທູດຂອງປາກິສຖານ ຍັງໄດ້ຍິນດີກັບການເພີ້ມຂຶ້ນທາງການຄ້າຂອງ ອັຟການິສຖານ ກັບບັນດາປະເທດເພື່ອນບ້ານນໍາອີກດ້ວຍ, ເຊິ່ງລວມມີ ຈີນ ແລະ ອີຣ່ານ. ທ່ານເດີຣານີ ກ່າວວ່າ “ອັຟການິສຖານ​ທີ່​ຂ້ອນ​ຂ້າງ​ມີ​ຄວາມ​ສະ​ຫງົບ” ເຮັດໃຫ້ປາກິສຖານ ເພີ້ມການຄ້າຂອງພວກເຂົາເຈົ້າ ກັບບັນດາປະເທດທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ຢູ່ໃນເອເຊຍກາງ ຜ່ານເສັ້ນທາງການຂົນສົ່ງ ຂອງອັຟການິສຖານ ໃນມູນຄ່າ​ເກືອບ 200 ລ້ານໂດລາ ຈາກ 55 ລ້ານໂດລາໃນ 2 ປີ​ກ່ອນ.

ອ່ານຂ່າວນີ້ເປັນພາສາອັງກິດ