ນາຍພົນ ສຫລ ເປັນຫ່ວງ ການສະໜັບສະໜຸນ ທີ່ກຸ່ມທາລີບານ ໄດ້ຮັບ ຈາກພາຍນອກ

ນາຍພົນສະຫະລັດ ທ່ານ John W. Nicholson ຜູ້ບັນຊາການ ກຳລັງ NATO ໃນອັຟການິສຖານ.

ຜູ້​ບັນຊາ​ການ​ທະຫານສະຫະລັດ​ຄົນ​ນຶ່ງ​ເຕືອນ​ວ່າ “​ອິດ​ທິພົນ​ທີ່​ເປັນ​ອັນ​ຕະລາຍ” ຂອງ​ປາ​ກິ​ສຖານ ຣັດ​ເຊຍ ​ແລະ​ອີຣ່ານ ທີ່ມີກຸ່ມກໍ່​ກະບົດ ທາ​ລິ​ບານ​ ​ແລະ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ສະຖຽນ​ລະ​ພາບ​ທາງດ້ານ​ການ​ເມືອງ​ໃນ​ອະນາຄົດຂອງ​ລັດຖະບານ​ອັຟກາ​ນິສຖານ ເປັນ​ໄພຂົ່ມຂູ່​ຕໍ່​ຄວາມ​ພະ ຍາຍາມ​ສາກົນທີ່ແນໃສ່​ເພື່ອ​ສ້າງ​ຄວາ​ມ ທຸ່ນທ່ຽງຂອງປະ​ເທດ​ທີ່​ປະ ສົບ​ກັບ​ໄພສົງຄາມດັ່ງກ່າວ.

ນາຍ​ພົນ John Nicholson ຜູ້​ບັນຊາ​ການ ກຳລັງ​ໃຫ້ການ​ສະໜັບສະໜູນ​ອັຟກາ​ນິສຖານ ຂອງ​ອົງການ​ເນ​ໂຕ້ ກ່າວ​ວ່າ “ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບພວກ​ກະບົດ ​ຫລື​ພວກກໍ່​ການ​ຮ້າຍ​ ທີ່​ໄດ້ຮັບ​ການ​ສະໜັບສະໜູນ​ຈາກ​ພາຍ​ນອກ ​ຢູ່​ໃນ​ອັຟກາ​ນິສຖານ ​ໂດຍ​ສະ​ເພາະ​ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບບ່ອນ​ຫລົບ​ລີ້ ຫລື​ການສະໜັບສະໜູນ​ຈາກ​ລັດຖະບານພາຍ​ນອກ.”

ທ່ານ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ທຳນຽບຫ້​າ​ແຈ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ຕາໜ່າງກໍ່​ກາ​ນຮ້າຍ Haqqanis ທີ່​ທຳ​ການ​ສູ້​ລົບຄຽງ​ບ່າ​ຄຽງ​ໄຫລ່ກັບກຸ່ມທາ​ລິ​ບານ ຍັງເປັນ​ໄພ​ຂົ່ມຂູ່​ທີ່​ຮ້າຍ​ແຮງທີ່​ສຸດ ຕໍ່​ຊາວ​ອາ​ເມຣິກັນ ​ກຳລັງ​ປະສົມ ​ແລະ​ຄູ່ຮ່ວມ ງານອັຟກາ​ນິສຖານ ​ຈາກ​ບ່ອນ ຫຼົບ​ລີ້ ໃນ​ປະ​ເທດປາ​ກິ​ສຖານທີ່​ເປັນ​ເພື່ອນບ້າ​ນ.

ນາຍພົນ John Nicholson ຜູ້ບັນຊາ​ການ ກຳລັງ​ໃຫ້ການ​ສະໜັບສະໜູນ​ອັຟກາ​ນິສຖານ ຂອງ​ອົງການ​ເນ​ໂຕ້

ນາຍ​ພົນ Nicholson ກ່າວ​ວ່າ “​ແລະ​ພວກ Haqqanis ​ຍັງ​ຈັບ​ສັນຊາດ​ອາ​ເມ ຣິກັນ​ຫ້າ​ຄົນ​ເປັນ​ໂຕ​ປະກັນ​ປັດຈຸບັນ​ນີ້. ຂ້າພະ​ເຈົ້າ​ຄິດ​ວ່າ ນີ້​ເປັນຄວາມ​ຊົງ​ຈຳ​ທີ່​ລະນຶກ​ເຖິງ ​ໃນ​ຂະນະ​ທີ່​ພວກ​ເຮົາຄິດ​ກ່ຽວກັບ​ຕາໜ່າງ Haqqanis. ​ແລະ​ເຂົາ​ເຈົ້າ​ຍັງ​ສືບ​ຕໍ່ພາ​ໃຫ້​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ທີ່ສຸດ ​ແລະ​ເຂົາ​ເຈົ້າໄດ້​ຮັບ​ບ່ອນ​ຫລົບ ​ລີ້ຢູ່​ໃນ​ປາ​ກິ​ສຖານ.”

ບັນດາ​ເຈົ້າ​ໜ້າ​ທີ່​ປາ​ກິ​ສຖານ ​ເຖິງ​ຢ່າງ​ໃດ​ກໍ​ດີ ຢືນ​ຢັດ​ວ່າ​ ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ເຂົາ​ເຈົ້າ​ໄດ້​ທັບ​ມ້າງ​ການແລະ​ທຳລາຍ​ພື້ນຖານ​ໂຄງ​ລ່າງ​ຂອງ​ພວກ​ກະບົດ​ທາ​ລິ​ບານ ​ແລະ​ບັນດາ​ພັນທະ​ມິດຂອງ​ພວກ​ເຂົາ​ ທີ່​ໃຊ້​ການ​ໂຈມ​ຕີ​ຂ້າ​ມ ຊາຍ​ແດນ ​ແລະກຳລັງ​ຂະຫຍາຍການ​ປະຕິບັດ​ງານ​ເພື່ອ​ຮັກສາຊາຍແດນອັຟກາ​ນິສຖານ​ທີ່​ຍາວ​ຢຽດ​ນັ້ນ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Afghanistan US