17 ຄົນເສຍຊີວິດ ຍ້ອນລົດຢຽບລະເບີດ ຢູ່ອັຟການິສຖານ

  • ໄພສານ ວໍຣະຈັກ

ຕຳຫຼວດອັຟການິສຖານ ກວດລົດຢູ່ທີ່ດ່ານກວດແຫ່ງນຶ່ງ ໃນເມືອງ Jalalabad ແຂວງ Nangarhar (28 ກໍລະກົດ 2011)

ຕຳຫຼວດອັຟການິສຖານກ່າວວ່າ ການແຕກຂຶ້ນຂອງລະເບີດ(ແຄມທາງ)ລູກນຶ່ງໄດ້ສັງຫານພົນ
ລະເຮືອນຢ່າງນ້ອຍ 17 ຄົນ ທີ່ແຂວງ Helmand ໃນພາກໃຕ້ຂອງປະເທດ.

ເຈົ້າໜ້າທີ່ເວົ້າວ່າ ພວກເຄາະຮ້າຍໄດ້ເສຍຊີວິດໃນຕອນເຊົ້າຂອງວັນສຸກມື້ນີ້ ເວລາລົດຕູ້ນ້ອຍ
ຂອງພວກເຂົາເຈົ້າແລ່ນໄປຢຽບລະເບີດໃນເຂດເມືອງ Nahri Sarraj.

ເຈົ້າໜ້າທີ່ເວົ້າວ່າ ກຳລັງຮັກສາຄວາມສະຫງົບທີ່ໄປກວດກາເບິ່ງບ່ອນເກີດເຫດລະເບີດໄດ້ຖືກ
ໂຈມຕີໂດຍພວກກະບົດ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ມີກຳລັງທີ່ຖືກໄປຍັງບ່ອນເກີດເຫດ
ນັ້ນເສຍຊີວິດຫຼືບໍ່.

ໃນວັນພະຫັດວານນີ້ ພວກໂຈມຕີສະລະຊີບຈຸນຶ່ງໄດ້ບຸກໂຈມຕີໂຮງການລັດຖະບານຫຼາຍຫຼັງ
ໃນພາກກາງອັຟການິສຖານ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 19 ຄົນແລະບາດເຈັບອີກ 37
ຄົນ ຊຶ່ງເປັນນຶ່ງໃນການໂຈມຕີທີ່ຮ້າຍແຮງສຸດຢູ່ໃນອັຟການິສຖານ ໃນໄລຍະສອງສາມເດືອນ
ຜ່ານມານີ້.

ພວກທາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີແບບປະສານງານກັນທີ່ເມືອງ
Tarin Kot ຊຶ່ງເມືອງເອກຂອງແຂວງ Uruzgan.

ລາຍງານຂອງອົງການສະຫະປະຊາຊາດເມື່ອບໍ່ດົນມານີ້ແຈ້ງວ່າ ການກໍ່ຄວາມຮຸນແຮງຕໍ່ພົນ
ເຮືອນຊາວອັຟການິສຖານໄດ້ເພີ່ມຂຶ້ນ 15% ໃນໄລຍະ 6 ເດືອນທຳອິດຂອງປີນີ້ ຊຶ່ງມີພົນ ເຮືອນເສຍຊີວິດໄປແລ້ວຫຼາຍກວ່າ 1,400 ຄົນ.