ອັຟການີສຖານ ຕັ້ງເງື່ອນໄຂ ໃນການເປັນພາຄີ ກັບສະຫະລັດ (ເບິ່ງວີດິໂອ)

  • ສິງ ບູຣົມມະວົງ

ປະທານາທິບໍດີ Hamid Karzai ແຫ່ງອັຟການີສຖານ ທີ່ກອງປະຊຸມຫລວງ Jirga ໃນກຸງຄາບູລ. ວັນທີ 16 ພະຈິກ 2011.

ປະທານາທິບໍດີ​ Hamid Karzai ກ່າວ​ວ່າ ປະເທດ​ຂອງ​ທ່ານ​ຢາກ​ມີ​ອະ​ທີ​ປະ​ໄຕ​ຂອງ​ຕົນ​ແລະ​ໃຫ້​ຍຸດຕິ​ການ​ໂຈມ​ຕີຍາມ​ກາງຄືນ​ເປັນ​ເງື່ອນ​ໄຂ​ສໍາລັບ​ການ​ເປັນ​ພາຄີ​ທາງ​ດ້ານ​ຍຸດ​ທະ​ສາດ​ກັນ​ກັບ​ສະຫະລັດ​ ຊຶ່ງ​ການ​ເປັນ​ພາຄີ​ດັ່ງກ່າວ​ນີ້​ອະນຸຍາດໃຫ້​ພວກ​ທະຫານ​ສະຫະລັດ​ ບາງ​ສ່ວນ​ ມີໜ້າ​ຢູ​ໃນ​ອັຟກາ​ນີສຖານ​ໄດ້​ຕໍ່​ໄປ.

ທ່ານ Karzai ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ທ່ານ​ບໍ່​ຢາກ​ມີ​ ສະ​ຖາ​ບັນ​ໃນ​ທໍານອງ​ດຽວ​ກັນ ຈັດ​ຕັ້ງ​ຂຶ້ນ​ຄຽງ​ຂ້າງ​ກັບ​ລັດຖະບານ​ຂອງ​ທ່ານ.

ທ່ານ Karzai ກ່າວ​ເຊ່ນ​ນີ້​ໃນ​ການ​ໄຂ​ກອງ​ປະຊຸມ​ loya Jirga ຫລື​ສະພາ​ຫລວງເປັນ​ເວລາ 4 ມື້ ຊຶ່ງ​ມີ​ພວກ​ນັກ​ການ​ເມືອງ ພວກ​ອາວຸ​ໂສ​ຊົນ​ເຜົ່າ​ແລະ​ພວກ​ຜູ້​ນໍາ​ປະຊາ​ຄົມ​ຈໍານວນ​ຫລາຍ​ກວ່າ 2 ພັນ​ຄົນ​ທີ່ກໍາລັງ​ປະຊຸມ​ກັນ ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ເລື້ອງ​ສາຍ​ພົວພັນ​ກັບ​ສະຫະລັດ​ແລະ​ການ​ເຈລະຈາ​ສັນຕິພາບ​ທີ່​ອາດ​ຈະ​ເປັນ​ໄປ​ໄດ້​ກັບ​ກຸ່ມ​ຕາ​ລີ​ບັນ​ນັ້ນ.

ກອງ​ປະຊຸມ​ໃນ​ນະຄອນຫລວງ​ຄາ​ບູລ ກໍາລັງ​ດໍາ​ເນີນ​ໄປ​ພາຍ​ໃຕ້ການ​ເອົາ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເຄັ່ງ​ຄັດ ຫລັງ​ຈາກກຸ່ມ​ຕາ​ລີ​ບັນ​ຂົ່ມຂູ່​ວ່າ​ຈະ​ທໍາ​ການ​ກໍ່ກວນ​ກອງ​ປະຊຸມ​.

ທ່ານ Karzai ກ່າວ​ວ່າ ອັຟກາ​ນີສຖານ​ແມ່ນ​ເປີດ​ກວ້າງ​ຕໍ່​ການ​ປ່ອຍໃຫ້​ສະຫະລັດ​ມີ​ຖານ​ທັບ​ຢູ່​ໃນ​ປະ​ເທດ​ໄດ້ ​ຫລັງ​ຈາກ​ປີ 2014 ​ໂດຍ​ກ່າວ​ວ່າ ການ​ກະທໍາ​ເຊ່ນ​ນີ້​ຈະ​ນໍາ​ມາ​ຊຶ່ງ​ເງິນ​ຄໍາ​ແລະ​ການ​ເຝິກແອບສໍາລັບ​ພວກ​ກໍາລັງ​ຂອງ​ອັຟກາ​ນີສຖານ.

ນອກ​ນັ້ນ ທ່ານ Karzai ຍັງ​ກ່າວ​ຕື່ມ​ວ່າ ລັດຖະບານ​ຂອງ​ທ່ານ​ກໍາລັງ​ທໍາ​ການ​ເຈລະຈາ​ເລື່ອງເປັນ​ພາຄີ​ຍຸດ​ທະ​ສາດ​ກັບ​ອັງກິດ ຝຣັ່ງ ອອສ​ເຕຣ​ເລຍ​ ແລະ​ສະຫະພາບ​ຢູ​ໂຣບ.

ເບິ່ງວິດີໂອ ລາຍງານຂ່າວທີ່ກ່ຽວຂ້ອງກັນເປັນພາສາອັງກິດ