NY Times ເວົ້າວ່າ ເຈົ້າໜ້າທີ່ຂັ້ນສູງ ຂອງອັຟການິສຖານຮັບເງິນ ຈາກອີຣ່ານ

  • ບົວສະຫວັນ

ທ່ານ Mahmoud Ahmadinejad (ເບື້ອງຂວາ) ປະທານາທິບໍດີອີ ຣານ ພົບກັບທ່ານ Hamid Karzai ປະທານາທິບໍດີອັຟການິສຖານ ທີ່ເມືອງ Dushanbe, Tajikistan, ໃນປີ 2006 ເພື່ອພະຍາຍາມ ຜູກສຳພັນທະໄມຕີຢ່າງໃກ້ສິດກັບອັຟການິສຖານ (AP Photo/Misha Japaridze)

ໜັງສືພິມທີ່ມີຊື່ສຽງຂອງສະຫະລັດສະບັບນຶ່ງກ່າວວ່າ ທ່ານ Umar Daudzai ຫົວໜ້າ ກອງເລຂາປະຈໍາປະທານາທິບໍດີ Hamid Karzai ໄດ້ຮັບເງິນເປັນຈໍານວນຫລາຍລ້ານ ໂດລາ ຈາກອີຣ່ານ.

ໜັງສືພິມ New York Times ກ່າວວ່າ ການຈ່າຍເງິນທີ່ວ່ານີ້ ມີເປົ້າ ໝາຍເພື່ອ​ໃຫ້​ໄດ້​ຮັບຄວາມຈົງຮັກພັກດີ ຈາກທ່ານ Daudzai ແລະ ເພື່ອສົ່ງເສີມຜົນປະໂຫຍດຂອງອີຣ່ານ ໃນທໍານຽບປະທານາທິບໍດີຂອງອັຟການິສຖານນັ້ນ.

ໜັງສືພິມ New York Times ອ້າງແຫລ່ງຂ່າວທີ່ບໍ່ບອກຊື່ໃຫ້ຊາບວ່າ ອິຣ່ານໃຊ້ອິດທິ ພົນ ເພື່ອສ້າງຄວາມ​ແຕກ​ແຍກ ລະຫວ່າງປະຊາຊົນອັຟການິສຖານກັບພວກຊ່ວຍ​ເຫລືອ​ເຂົາ​ເຈົ້າ ຄືກອງ​ທະຫານອາເມຣິກັນແລະກຸ່ມ NATO ນັ້ນ.

ໜັງສືພິມສະບັບນີ້​ເວົ້າ​ອີກວ່າ ບັນດາເຈົ້າໜ້າທີ່ອີຣ່ານສາມາດເຂົ້າອອກທໍານຽບປະທານາ ທິບໍດີອັຟການິສຖານໄດ້ ເກືອບວ່າຢ່າງເສລີ ​ໂດຍ​ບໍ່​ຕ້ອງຜ່ານລະບຽບການທາງການທູດ.

ໜັງສືພິມ New York Times ກ່າວວ່າ ປະທານາທິບໍດີ Hamid Karzai ພ້ອມດ້ວຍຫົວໜ້າກອງເລຂາຂອງທ່ານໄດ້ໃຊ້ເງິນທີ່ວ່ານີ້

ເພື່ອຈ່າຍໃຫ້ພວກສະມາຊິກສະພາ ພວກຊົນເຜົ່າອາວຸໂສຂອງອັຟການິສຖານ ແລະພວກ ຜູ້ບັນຊາການກຸ່ມຕາລີບານ ເພື່ອຮັບປະກັນຄວາມຈົງຮັກພັກດີຂອງເຂົາເຈົ້າ.