ປະທານາທິບໍດີໃໝ່ ຂອງອັຟການິສຖານ ສາບານໂຕ ເຂົ້າຮັບຕຳແໜ່ງ

ປະທານາທິບໍດີໃໝ່ຂອງອັຟການິສຖານ ທ່ານ Ashraf Ghani Ahmadzai (ຂ້າງຊ້າຍ) ຢືນຢູ່ທາງຂ້າງ ຫົວໜ້າສານສູງສຸດ ທ່ານ Abdul Salam Azimi ໃນຂະນະທີ່ສາບານໂຕ ເຂົ້າຮັບຕຳແໜ່ງ ທີ່ ຄາບູລ, ວັນທີ 29 ກັນຍາ 2014.

ອັຟກາ​ນິສຖານ​ໄດ້ຈັດ​ພິທີ ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງ ​ຂອງ​
ທ່ານ Ashraf Ghani ​ເປັນ​ປະທານາທິບໍດີ​ຄົນ​ໃໝ່​ຂອງ​ປະ​
ເທດ ຊຶ່ງ​ເປັນ​ຜູ້ນຳ​ໃໝ່​ຄົນທຳ​ອິດ ນັບ​ແຕ່​ສະຫະລັດ​ໄດ້​ບຸກລຸກ
​ເຂົ້າ​ໄປ​ໃນ​ອັຟກາ​ນິສຖານ ​ໃນທ້າຍປີ 2001 ​ເປັນ​ຕົ້ນ​ມາ.

ພາຍ​ໃຕ້​ການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເຄັ່ງ​ຄັດ ບັນດາ​ຜູ້​ແທນ​
ມາ​ຈາກ​ທົ່ວ​ໂລກ ​ໄດ້​ເຂົ້າ​ຮ່ວມ​ໃນ​ພິທີ​ດັ່ງກ່າວ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ
​ໄດ້​ຈັດ​ຂຶ້ນ​ທີ່​ທຳນຽບປະທານາທິບໍດີ​ໃນ​ນະຄອນຫລວງ​ຄາ​ບູລ.
ບັນດາ​ຜູ້ນຳ​ດ້ານ​ການ​ເມືອງ ​ແລະ​ດ້ານ​ສາສະໜາ​ອັຟກາ​ນິສຖານ
ກໍ​ໄດ້​ເຂົ້າ​ຮ່ວມນຳ​ເຊັ່ນ​ກັນ.

ປະທານາທິບໍດີ Ghani ກ່າວ​ວ່າ:

“ການ​ຕໍ່ສູ້​ກັນ ບໍ່​ແມ່ນ​ທາງ​ອອກ ຂອງ​ຄວາມ​ແຕກ​ຕ່າງ​ທາງ​ການ​ເມືອງ ພວກ​ເຮົາ​
ໄດ້​ພິສູດ​ໃຫ້​ເຫັນ​ວ່າ ຄວາມ​ແຕກ​ຕ່າງ​ທາງ​ການ​ເມືອງ​ສາມາດແກ້​ໄຂ​ໄດ້ ຜ່ານ​
ການ​ເຈລະຈາ​ຕໍ່​ຮອງ​ການ​ທາງ​ການ​ເມືອງ. ສະ​ນັ້ນ ຂ້າພະ​ເຈົ້າ​ຈຶ່ງ​ຂໍ​ຮຽກຮ້ອງ​ໄປ​
ຍັງ ບັນດາ​ຝ່າຍ​ທີ່​ຄັດຄ້ານ​ລັດຖະບານ ​ໂດຍ​ສະ​ເພາະ ​ພວກ​ຕາ​ລີ​ບານ ກັບ​ພວກ
Hezb-e-Islami ນັ້ນ ​ໃຫ້​ມາ​ຮ່ວມ​ໃນ​ການ​ເຈລະຈາ​ທາງ​ການ​ເມືອງ ນຳ​ກັນ.”

ປະທານາທິບໍດີຄົນໃໝ່ ຂອງອັຟການິສຖານ ເຂົ້າຮັບຕຳແໜ່ງ

ທ່ານ Hamid Karzai ປະທານາທິບໍດີ​ທີ່​ຈະ​ພົ້ນ​ຈາກ​ຕຳ​ແໜ່​ງ​ໄປ ​ໄດ້​ມອບ​ໂອນ​ຄວາມ​ຮັບຜິດຊອບ​ຕ່າງໆ​ໃນ​ການ​ນຳພາ​ອັຟກາ​ນິສຖານ ​ໃຫ້​ທ່ານ Ghani ຫຼັງ​ຈາກ​ໄດ້​ຄອງ​ອຳນາດ​ມາ ຕັ້ງ​ແຕ່ພວກ​ຕາ​ລີ​ບັນ​ຖືກ​ຂັບ​ໄລ່ອອກ​ຈາກ​ອຳນາດ​ໄປ​.

ທ່ານ​ອັບ​ດູລລາ ອັບ​ດູລລາ ຄູ່​ແຂ່ງ​ໃນ​ການ​ເລືອກ​ຕັ້ງ​ກໍ​ໄດ້​ສາບານ​ໂຕເຂົ້າ​ຮັບ​ຕຳ​ແໜ່​ງ​
ເຊັ່ນ​ກັນ ​ໃນ​ຖານະ​ເປັນ​ຫົວໜ້າ​ບໍລິຫານ​ຄົນ​ໃໝ່​ຂອງ​ປະເທດ ​ໃນ​ການ​ແບ່ງປັນ​ອຳນາດ​
ທີ່​ໄດ້​ບັນລຸ​ຂໍ້​ຕົກລົງ​ກັນ ຫຼັງ​ຈາກປະ​ເຊີນ​ກັບວິ​ກິດ​ການຫຼັງ​ການ​ເລືອກ​ຕັ້ງ​ ​ເປັນ​ເວລາ​ຫຼາຍ​ເດືອນ.

ທ່ານ Abdullah Abdullah ຫົວໜ້າ​ບໍລິຫານ​ຄົນ​ໃໝ່ຂອງ​ອັຟກາ​ນິສຖານ​ກ່າວ​ວ່າ:
“​ໃນ​ພາກສ່ວນ​ສຳຄັນອັນ​ນີ້​ ຂອງ​ປະຫວັດ​ສາດ​ຂອງ​ປະ​ເທດຂອງ​ພວກ​ເຮົາ ​ໃນ​
ຖານະ​ເປັນ​ທີ​ມ​ໃນລັດຖະບານ​ສາມັກຄີ​ຊາດ​ທີ່​ຕັ້ງ​ຂຶ້ນ​ມາ​ ຕາມ​ຂໍ້​ຕົກລົງ​ທາງ​ດ້ານ
​ການ​ເມືອງ​ກັນ ພວດ​ເຮົາ​ມີຄວາມ ​ໝັ້ນ​ໝາຍ​ທີ່​ຈະ​ເອົາ​ບາດກ້າວ​ຕ່າງໆ​ທີ່​ສຳຄັນ ​
ໃນ​ການປົກ​ປັກ​ຮັກສາ​ໄວ້​ຊຶ່ງຄ່າ​ນິຍົມຕ່າງໆຂອງອິສລາມ ການ​ປະ​ຕິ​ຮູບ​ຂັ້ນ​ພື້ນ
ຖານ ນຳ​ມາ​ຊຶ່ງ ການ​ປ່ຽນ​ແປງ​ໃນ​ທຸກ​ລະດັບ​ ຂອງ​ໂຄງ​ລ່າງ​ພື້ນຖານທາງ​ດ້ານ
​ເມືອງ ແລະ​ລັດຖະບານ​ຂອງ​ປະ​ເທດ ​ໂດຍອີງ​ໃສ່​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ ການ​
ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ​ແລະ​ກັນ ຄວາມ​ຊື່ສັດ ​ແລະ​ການ​ຮັບ​ເອົາຊຶ່ງ​ກັນ​ແລະ​ກັນ.”

ການ​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງຂອງ​ທ່ານ Ghani ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ໂອນ​ອຳນາດ​ແບບ​ປະຊາທິປະ​ໄຕ​ຢ່າງ​ສັນຕິ​ຄັ້ງ​ທຳ​ອິດ ​ໃນ​ອັຟກາ​ນິສຖານ​ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ສົງຄາມ​ນັ້ນ.

Your browser doesn’t support HTML5

afghaninauguration29september14