ຫົວໜ້າທະນາຄານກາງ ອັຟການີສຖານ ລາອອກ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ທ່ານ Abdul Qadir Fitrat ຜູ້ອໍານວຍການທະນາຄານແຫ່ງຊາດ ອັຟການີສຖານ ວັນທີ 28 ມິຖຸນາ 2011

ຫົວໜ້າ​ທະນາຄານ​ກາງ​ຂອງ​ອັຟກາ​ນີສຖານ​ກ່າວ​ວ່າ ທ່ານ​ໄດ້​ລາອອກ​ຈາກ​ຕໍາ​ແໜ່​ງ​ແລະ
ຫລົບໜີ​ອອກຈາກ​ປະ​ເທດ​ເພາະວ່າ ທ່ານ​ມີ​ຄວາມຢ້ານກົວກ່ຽວກັບຊີວິດຂອງທ່ານຫລັງ​
ຈາກ​ທ່ານ​ໄດ້ມີບົດບາດໃນ​ການ​ສືບສວນ​ສອບ​ສວນ​ຂ່າວນອງ​ນັນ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​
ຫຼວງ​ທີ່ພົວພັນກັບ​ທະນາຄານ​ກຸງ​ຄາ​ບູລ ຫລື Kabul Bank ຊຶ່ງເປັນ​ສະ​ຖາ​ບັນ​ໃຫ້​ເງິນ​ກູ້
ຢືມ​ລາຍ​ໃຫຍ່​ທີ່ສຸດ​ຂອງ​ປະ​ເທດ​ນັ້ນ.

ໃນ​ການ​ໃຫ້​ສໍາພາດ​ໃນ​ວັນ​ຈັນ​ວານ​ນີ້​ຢູ່​ນອກກຸງ​ວໍ​ຊິງ​ຕັນ ທ່ານ Abdul Qadir Fitrat ຜູ້
ອໍານວຍ​ການ​ທະນາຄາ​ນ​ແຫ່ງ​ຊາດອັຟການິສຖານ ກ່າວ​ວ່າທ່ານ​ຫລົບໜີ​ຈາກ​ປະ​ເທດ​ກໍ​
ເພາະວ່າ ຊີວິດ​ຂອງ​ທ່ານ​ພວມຕົກ​ຢູ່​ໃນອັນຕະລາຍ​ຮ້າຍແຮງ ​ແລະ​ກ່າວ​ຕື່ມ​ວ່າ ອັນ​ນີ້​ເປັນ
ຄວາມ​ຈິງໂດຍ​ສະ​ເພາະຫລັງ​ຈາກ​ທ່ານ​ເປີດ​ເຜີຍ​ຊື່​ພວກ​ຮັບຜິດຊອບ​ບາງ​ຄົນ​ໃນ​ວິ​ກິດ​ການ
ກ່ຽວກັບທະນາຄານ​ກຸງ​ຄາ​ບູລ ​ໃຫ້​ລັດຖະສະພາ​ຊາບ​ໃນ​ເດືອນ​ເມສາ​ຜ່ານ​ມາ.

ທ່ານ Waheed Omar ​ໂຄສົກ​ປະ​ຈໍາ​ປະທານາທິບໍດີ Hamid Karzai ກ່າວ​ໃນ​ແລງ​ວັນ​
ຈັນວານ​ນີ້​ວ່າ ທ່ານ Fitrat ບໍ່​ໄດ້​ແຈ້ງໃຫ້​ທາງ​ການ​ຊາບ​ກ່ຽວ​ກັບ​ການ​ລາ​ອອກ​ຈາກ​ຕໍາ
ແໜ່​ງຂອງ​ທ່ານ​ແລະອາດ​ມີ​ທາງ​ເປັນ​ໄປ​ໄດ້​ວ່າ​ເປັນ​ຜູ້​ຮັບຜິດຊອບ​ກ່ຽວ​ກັບ​ຂ່າວ​ນອງ​ນັນ​
ທີ່ພາ​ໃຫ້​ທະນາຄານ​ກຸງ​ຄາ​ບູລລົ້ມ​ແຫລວ​ໄປ​ນັ້ນ.

ທະນາຄານ​ກຸງ​ຄາ​ບູລ​ໄດ້​ສູນ​ເສຍ​ເງິນ​ໄປ​ຫລາຍ​ກວ່າ 900 ລ້ານ​ໂດ​ລາແລະ​ເກືອບ​ລົ້ມ​ລະ
ລາຍໃນ​ປີ​ແລ້ວ​ນີ້ ​ເນື່ອງ​ຈາກ​ການ​ກ່າວ​ຫາ​ທີ່​ວ່າ ມີການ​ບໍລິຫານ​ຜິດພາດ ຫລິ້ນ​ພັກ​ຫລິ້ນ​
ພວກເຫັນ​ແກ່​ພີ່​ນ້ອງແລະ​ເພື່ອນ​ມິດ ​ແລະ​ການ​ໃຫ້​ເງິນ​ກູ້​ຢືມ​ແບບ​ທີ່​ມີ​ຂໍ້​ສົງ​ໄສ​ນັ້ນ.