ກຸ່ມຕາລີບັນ ໄດ້ອ້າງເອົາຄວາມຮັບຜິດຊອບໃນການເຂັ່ນຂ້າ ປະຊາຊົນ 10 ຄົນ ທີ່ຮວມທັງຊາວຕ່າງຊາດນໍາ ຫລັງຈາກພົບເຫັນສົບຂອງພວກເຈົ້າ ຢູ່ໃນປ່າດົງຕຶບແຫ່ງນຶ່ງໃນພາກເໜືອຂອງອັຟການິສຖານ.
ອົງການຊ່ອຍເຫລືອລະຫວ່າງຊາດ ຫລື International Assistance Mission ຊຶ່ງເປັນອົງການກຸສົນຄຣິສຕຽນ ທີ່ໃຫ້ການບໍລິການທາງ ດ້ານສຸຂະພາບແກ່ປະຊາຊົນອັຟການິສຖານ ກ່າວຢູ່ໃນ website ຂອງເຈົ້າໃນວັນເສົາມື້ນີ້ ວ່າພວກທີ່ເສຍຊີວິດໄປນີ້ ເບິ່ງຄືວ່າເປັນສະມາຊິກຢູ່ໃນທີມປິ່ນປົວຕາຂອງຕົນ ທີ່ກໍາລັງກັບຄືນມາຍັງກຸງຄາບູລ ຫລັງຈາກໄປເຮັດ ວຽກຢູ່ໃນເຂດ Nuristan ເປັນເວລາ 2 ມື້ແລ້ວ.
ບັນດາເຈົ້າໜ້າທີ່ສະຫະລັດໃນອາຟກາສຖານ ກ່າວວ່າ ຢ່າງນ້ອຍມີຄົນອະເມຣິກັນ 2 ຄົນຮວມ ຢູ່ໃນຊາວຕ່າງປະເທດ 8 ຄົນແລະຊາວອັຟການິສຖານ 2 ຄົນ ທີ່ເສຍຊີວິດໄປນັ້ນ. ບັນດາເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ຄົນເຍຍລະມັນ 6 ຄົນຮວມຢູ່ໃນຈໍານວນພວກທີ່ເສຍຊີວິດ ໄປໃນແຂວງ Badakhshan ນັ້ນ.
ນາຍ Zabihullah Mujahed ໂຄສົກປະຈໍາກຸ່ມຕາລີບັນ ກ່າວຕໍ່ອົງການຂ່າວຝຣັ່ງ
ວ່າໜ່ວຍລາດຕາເວັນຂອງຕົນໄດ້ປະເຊີນໜ້າກັບພວກເຜີຍແຜ່ສາດສະໜ້າຄຣິສຕຽນ
ກຸ່ມນຶ່ງແລະພວກເຮົາໄດ້ສັງຫານພວກເຂົາເຈົ້າທັງໝົດ. ຜູ້ຊາຍອັຟການິສຖານຄົນນຶ່ງ
ລອດຊີວິດມາໄດ້ຈາກການໂຈມຕີນັ້ນ. ພວກສົບທີ່ຖືກປືນໃນຮ່າງກາຍຂອງພວກເຂົາເຈົ້າ
ໄດ້ຖືກພົບເຫັນໃນວັນສຸກວານນີ້.