ອັຟການິສຖານ ແລະສະຫະລັດ ເສັດສິ້ນການຮ່າງ ຂໍ້ຕົກລົງຂັ້ນຕົ້ນ ກ່ຽວກັບການເປັນພາຄີກັນ

  • ສິງ ບູຣົມມະວົງ

ທ່ານ Ryan Crocker ເອກອັກຄະລັດຖະທູດສະຫະລັດ ປະຈໍາອັຟການິສຖານ(ຊ້າຍ) ແລະ ປ. Hamid Karzai ແຫ່ງອັຟການິສຖານ(ຂວາ) ທີ່ທໍານຽບປະທານາທິບໍດີ ທີ່ກຸງຄາບູລ. ວັນທີ 23 ເມສາ 2012.

ອັຟກາ​ນິສຖານ​ແລະ​ສະຫະລັດໄດ້ເສັດ​ສິ້ນ​ການ​ຮ່າງ​ຂໍ້​ຕົກລົງ​ຂັ້ນ​ຕົ້ນ ​ໃນ​ການ​ເປັນ​ພາຄີ​ກັນດ້ານ​ຍຸດ​ທະ​ສາດ​ ​ທີ່ລະບຸ​ອອກ​ມາ​ໂດຍ​ສັງ​ເຂບ ​ກ່ຽວ​ກັບຄວາມ​ສໍາພັນ​ຂອງ​ປະ​ເທດ​ທັງ​ສອງ ​ຫຼັງ​ຈາກ​ການ​ຖອນໜ່ວຍ ​ລົບ​ຂອງ​ພວກ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ອອກ​ຈາກ​ອັຟກາ​ນິສຖານ​ໄປ​ໝົດ​ແລ້ວ​ໃນ​ປີ 2014 ນັ້ນ.

ບໍ່​ໄດ້​ມີ​ການ​ເປີດ​ເຜີຍ​ລາຍ​ລະອຽດ​ໃຫ້​ຮູ້ກ່ຽວ​ກັບ​ເນື້ອ​ໄນ​ຂອງ​ຮ່າງ​ຂໍ້ຕົກລົງ​ດັ່ງກ່າວ ຊຶ່ງ​ຕໍ່​ໄປ
ນີ້​ ​ແມ່ນຈະ​ຖືກ​ທົບ​ທວນຄືນເບິ່ງໂດຍປະທານາທິບໍດີຂອງ​ສະຫະລັດ​ແລະອັຟກາ​ນິສຖານ
ລັດຖະສະພາ​ສະຫະລັດ​ແລະ​ສະພາ​ແຫ່ງ​ຊາດ​ອັຟກາ​ນິສຖານ.

ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຈາກ​ທໍານຽບປະທານາທິບໍດີ Hamid Karzaiແຫ່ງ​ອັຟກາ​ນິສຖານ
ກ່າວ​ວ່າ ​ໄດ້​ມີ​ການ​ລົງ​ນາມ​ໃນ​ຮ່າງ​ຂໍ້​ຕົກລົງດັ່ງກ່າວໃນ​ວັນ​ອາທິດ​ວານ​ນີ້ ​ໂດຍ​ທ່ານ
Rangin Dadfar Spanta ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ອັຟກາ​ນິສຖານ ​ແລະ​
ທ່ານ Ryan Crocker ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ອັຟກາ​ນິສຖານໃນພິທີ​ນຶ່ງ
ທີ່ກຸງ​ຄາ​ບູລ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ຄາດ​ວ່າ ປະທາ​ນາ​ທິບໍດີ​ບາຣັກ ​ໂອ​ບາ​ມາ ຈະ​ລົງ​
ນາມໃນ​ຮ່າງ​ຂໍ້​ຕົກລົງ​ດັ່ງກ່າວ​ ກ່ອນ​ກອງ​ປະຊຸມ​ສຸດ​ຍອດຂອງກຸ່ມ​ເນ​ໂຕ້ ທີ່​ຈະ​ມີ​ຂຶ້ນ​ຢູ່​ນະ
ຄອນ Chicago ​ໃນ​ເດືອນ​ໜ້າ​ນີ້.

ການ​ເຈລະຈາ​ກັນ​ກ່ຽວ​ກັບ​ຂໍ້​ຕົກລົງ​ກັນ​ນີ້ ​ໄດ້​ມີ​ຄວາມ​ຄືບ​ໜ້າ​ໃນຫວ່າງ​ໄວໆ​ຜ່ານ​ມາ​ນີ້ ຫຼັງ
ຈາກ​ທີ່ສະຫະລັດ​ຕົກລົງ​ຮັບ​ເອົາ​ຄໍາ​ຮຽກຮ້ອງຂອງ​ອັຟກາ​ນິສຖານ ​ທີ່​ຢາກ​ມີ​ອໍານາດຄວບ
ຄຸມ​ໂດຍ​ເຕັມ​ກ່ຽວ​ກັບຄຸກ Bagram ຊຶ່ງ​ເວລາ​ນີ້​ສະຫະລັດ​ເປັນ​ຜູ້​ຄວບ​ຄຸມ​ທັງ​ໝົດນັ້ນ ແລະ
ໃຫ້​ຍຸດຕິການ​ບຸກໂຈມ​ຕີ​ພວກ​ກະບົດ​ກຸ່ມ​ຕາ​ລີ​ບັນໃນ​ຍາມ​ກາງຄືນ​ ​ໂດຍໜ່ວຍ​ລົບ​ພິ​ເສດ
ຂອງ​ສະຫະລັດ ທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນນັ້ນ.

ປະທານາທິບໍດີ Karzai ​ໄດ້​ກ່າວວ່າ ທ່ານ​ຢາກ​ເຫັນ​ຄໍາໝາຍໝັ້ນ​ເປັນລາຍ​ລັກ​ອັກສອນ
ຈາກ​ສະຫະລັດ ​ກ່ຽວ​ກັບ​ເງິນ​ຊ່ອຍ​ເຫຼືອ​ເປັນ​ມູນ​ຄ່າ 2 ພັນລ້ານ​ໂດ​ລາ​ຕໍ່​ປີ​ ຫຼັງ​ຈາກ​ການ
ຖອນ​ທະຫານ​ອອກ​ໝົດ​ແລ້ວ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດໄດ້ກ່າວ​ວ່າ ພວກ​ຕົນ​ສາມາດ​ໃຊ້​ຈ່າຍ​ເງິນຈໍານວນ​ຫຼາຍ​ເຖິງ 4
ພັນ​ລ້ານ​ໂດ​ລາ​ຕໍ່​ປີ​ໄດ້ ສໍາ​ລັບກໍາລັງ​ຂອງ​ອັຟກາ​ນິສຖານ​ນັ້ນ ​ແຕ່​ພວກ​ເຈົ້າ​ໜ້າ​ທີ່​ເຫຼົ່າ​ນີ້
ເວົ້າ​ ວ່າ ສົນທິສັນຍາ​ຍຸດ​ທະ​ສາດ​ສະບັບ​ນີ້ ບໍ່​ໄດ້​ມີເປົ້າ​ໝາຍ​ທີ່​ຈະ​ໃຫ້​ເປັນ​ແຜນການ​ຊ່ອຍ
ເຫຼືອ​ຢ່າງ​ລະອຽດ ​ແຕ່ເປັນ​ໂຄງ​ຮ່າງອັນ​ກ້ວາງຂວາງກ່ຽວ​ກັບ​ຄວາມ​ໝາຍໝັ້ນ ​ຂອງ​ທັງ​
ສອງ​ຝ່າຍ ໃນ​ການສືບ​ຕໍ່​ດໍາ​ເນີນ​ງານ​ຮ່ວມ​ກັນ​ຕໍ່​ໄປອີກ​ຫຼາຍ​ປີ​ຂ້າງ​ໜ້າ​ນັ້ນ.