10 ຄົນ ເສຍຊີວິດ ໃນການໂຈມຕີໂຮງແຮມ ທີ່ນະຄອນຫຼວງອັຟການິສຖານ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ຄວັນໄຟແລະແປວໄຟລຸກຂຶ້ນຈາກໂຮງແຮມ InterContinental ໃນກຸງຄາບູລ ຫລັງຈາກກຸ່ມຕາລີບັນເຂົ້າຍຶດ ໃນຄືນວັນອັງຄານ ວັນທີ 29 ມິຖຸນາ, 2011

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນີສຖານ​ກ່າວ​ວ່າ ພວກ​ພົນລະ​ເຮືອນ​ອັຟກາ​ນີສຖານ 10 ຄົນ​ເສຍ​ຊີວິດ​ໃນ​ຄືນ​ວັນ​ອັງຄານ​ວານ​ນີ້ ​ເວລາ​ພວກ​ຫົວຮຸນ​ແຮງ​ກຸ່ມ​ຕາ​ລີ​ບັນຈຸ​ນຶ່ງ​ທີ່​ປະກອບ​ອາວຸດ
ໜັກ​ບຸກລຸກ​ເຂົ້າ​ໄປ​ໃນ​ໂຮງ​ແຮມ​ທີ່​ຫລູຫລາ​ແຫ່ງ​ນຶ່ງ​ໃນ​ນະຄອນ​ກຸງ​ຄາ​ບູລນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ການ​ບຸກ​ເຂົ້າ​ຍຶດ​ໂຮງ​ແຮມ InterContinen-tal Hotel ​ເປັນ
ເວລາ 5 ຊົ່ວ​ໂມງ​ຍຸດຕິ​ລົງຫລັງຈາກພວກໂຈມຕີດ້ວຍ ລະເບີດ​ສະລະ​ຊີບ​ທັງ​ໝົດ 8 ຄົນ
ໄດ້​ເສຍ​ຊີວິດ​ໄປ​ດ້ວຍການລະ​ເບີດ​ໂຕ​ເອງ​ຕາຍ​ຫລື​ບໍ່​ກໍ​ຖືກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ
ສັງຫານ.

ການ​ໂຈມ​ຕີຊຶ່ງ​ໄດ້​ເຮັດ​ໃຫ້​ຜູ້​ຄົນ 8 ຄົນ​ໄດ້​ຮັບ​ບາດ​ເຈັບ​ໄປ​ເຊ່ນ​ກັນ​ນັ້ນໄດ້​ເກີດ​ຂຶ້ນ​ນຶ່ງມື້
ກ່ອນ​ໄຂ​ກອງ​ປະຊຸມ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ການ​ມອບ​ໂອນ​ຄວາມ​ຮັບ
ຜິດຊອບ​ດ້ານ​ຄວາມ​ປອດ​ໄພເທື່ອ​ລະ​ຂັ້ນໆ​ໃນ​ອັຟກາ​ນີສຖານໃຫ້​ແກ່​ກໍາລັງ​ອັຟກາ​ນີສ
ຖານ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ທີ່​ເສຍ​ຊີວິດ​ໄປ​ນັ້ນ​ສ່ວນ​ຫລາຍ​ເປັນ​ພະນັກງານ​ໃນ​ໂຮງ
ແຮມ ​ແຕ່​ຢ່າງ​ນ້ອຍ​ມີ​ຕໍາຫລວດ​ອັຟກາ​ນີສຖານ 2 ຄົນ​ຮວມຢູ່​ນໍາ.

ກຸ່ມ​ເນ​ໂຕ້​ກ່າວ​ວ່າ ​ໄດ້​ມີ​ການ​ເອີ້ນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ເຮືອບິນ​ເຮ​ລີກ​ອບ​ເຕີ 2 ລໍາ​ຂອງ
ຕົນໄປຊ່ອຍ ​ແລະ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ 3 ຄົນ​ໃນ​ຈໍານວນ​ພວກ​ຫົວ​ຮຸນ​ແຮງ​ທັງ
ໝົດທີ່​ໄດ້​ພາກັນ​ຂຶ້ນ​ຍຶດຢູ່​ເທິງ​ຫລັງຄາ​ໂຮງ​ແຮມ​ນັ້ນ.

ກຸ່ມ​ຕາ​ລິ​ບັນ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ​ໂດຍກ່າວ​ວ່າ ພວກຕາ
ລິ​ບັນກຸ່ມ​ນີ້​ແມ່ນ​ແນ​ເປົ້າ​ໝາຍ​ໃສ່​ພວກແຂກຕ່າງປະ​ເທດ. ພວກ​ທີ່​ມາຮ່ວມກອງ​ປະຊຸມວ່າ
ດ້ວຍ​ຄວາມ​ປອດ​ໄພ​ຄັ້ງນີ້​ບາງ​ຄົນ​ໄດ້​ພັກ​ຢູ່​ໂຮງ​ແຮມ​ແຫ່ງ​ດັ່ງກ່າວ.