ຄາດກັນວ່ານາໆຊາດ ຈະບັນລຸ ແຜນທີ່ ເພື່ອເຈລະຈາ ກັບ ກຸ່ມຕາລີບານ

ລັດຖະມົນຕີຕ່າງປະເທດປາກິສຖານ ທ່ານ Aizaz Ahmad Chaudhry ຫົວໜ້າຜູ້ຕາງໜ້າ (ກາງ) ເຂົ້າຮວມປະຊຸມທີ່ ນະຄອນຕາບູລ ອັຟການິສຖານ 18, ມັງກອນ 2016.

ບັນດາ​ຜູ້​ຕາງໜ້າ ສະຫະລັດ ຈີນ ອັຟກາ​ນິສຖານ ​ແລະ ​ປາ​ກິ​ສ
ຖານ ຄາດ​ວ່າ ຈະ​ເຫັນ​ດີ​ຕໍ່​ແຜນການ​ສະ​ໜັບສະ​ໜູນ ​ເພື່ອ​ໃຫ້​ມີ​
ການ​ເຈລະ​ຈາສັນຕິ​ພາບລະຫວ່າງລັດຖະບານ​ອັຟກາ​ນິສຖານ
​ແລະ​ກຸ່ມຕາ​ລິ​ບານຢູ່ທີ່​ກ​ອງປະຊຸມ​ໃນນະຄອນ​ອິລາມາ​ບັສ ​ໃນ
ວັນ​ເສົາ​ມື້​ນີ້.

ບັນດາ​ຜູ້ຕາງໜ້າກຳລັງ​ພະຍາ​ຍາມກະກຽມ “​ແຜນ​ທີ່​” ​ໃຫ້​ແກ່​ຂັ້ນ
ຕອນ ສັນຕິພາບທີ່​ຍືນ​ຍົງ ​ແລະ​ມີ​ໝາກຜົນ ​ແລະ ​ສຶກສາ​ເບິ່ງ​ວ່າ
ຈະ​ເຮັດ​ຢ່າງ​ໃດກ່ຽວ​ກັບບັນດາ​ກຸ່ມ​ຕາ​ລິ​ບານ​ຕ່າງໆ ທີ່​ຄັດຄ້ານຕໍ່​
ການ​ເຈລະ​ຈາແລະ​ປະຕິ​ເສດ​ບໍ່​ຍອມ​ຍຸຕິ​ການ​ເປັນ​ປໍ​ລະ​ປັກ.

ກຸ່ມ​ປະສານ​ງານ​ສີ່​ຝ່າຍ ​ໄດ້​ພົບ​ກັນ​ສອງ​ຄັ້ງມາ​ກ່ອນ​ແລ້ວ ​ໃນ​ນະຄອນ​ອິສລາ​ມາ​ບັສ ​ແລະ​
ຄາ​ບູລ ​ແຕ່​ບໍ່​ມີ​ການເຄື່ອນ​ໄຫວທີ່​ສຳຄັນ​ໃດໆ​ເກີດ​ຂື້ນ ທີ່​ໄດ້​ລາຍ​ງານ​ຢູ່​ໃນ​ບັນດາກອງ​ປະ
ຊຸ​ມດັ່ງກ່າວ.

ທ່ານ Sartaj Aziz ທີ່​ປຶ​ກສາ​ຂອງນາຍົກລັດຖະມົນຕີປາ​ກິ​ສຖານກ່ຽວກັບ​ກິດຈະການຕ່າງ
ປະ​ເທດກ່າວ​ຢູ່​ໃນ​ຄຳ​ຖະ​ແຫຼງ​ເປີດກອງ​ປະຊຸມວ່າ “ຂ້າພ​ະເຈົ້າຫວັງ​ວ່າໃນ​ການ​ປະຊຸມ​ກັນ
​ມື້​ນີ້ ພວກ​ເຮົາ​ຈະ​ສາມາດ ສະຫລຸບ ​ແລະ​ຮັບເອົາ​ແຜນ​ທີ່ດັ່ງກ່າວ.”

ສີ່​ປະ​ເທດ ກຳລັງພະຍາຍາມ​ຊອກ​ຫາ​ຊ່ອງທາງ ​ເພື່ອຊັກ​ຊວນ​ໃຫ້​ກຸ່ມ ຕາ​ລິ​ບານ​ໃນອັຟກາ
​ນິສຖານ ​ເຂົ້າຮ່ວມການ​ເຈລະຈາ.

ບັນດາ​ເຈົ້າ​ໜ້າ​ທີ່ຕາ​ລິບານ ​ໄດ້​ຮ້ອງ​ການ​ເຈລະຈາ​ນີ້​ເຫຼົ່ານີ້​ວ່າ “​ບໍ່​ມີ​ປະ ​ໂຫຍ​ດ​” ​ແລະ​ບໍ່​ໄດ້
​ສະ​ແດ​ງ​ໃຫ້​ເຫັນ​ວ່າ ​ເຂົາ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ຢຸດເຊົາການ​ເປັນ​ປໍ​ລະ​ປັກຕໍ່ລັດຖະບານ​ອັຟກາ ​
ນິສຖານ​ເລີຍ.

Your browser doesn’t support HTML5

Afghanistan Peace Talks