ກຸ່ມຕາລີບານຂອງອັຟການິສຖານ ຢືນຢັນໃນວັນຈັນວານນີ້ວ່າ ພວກເຂົາເຈົ້າໄດ້ປ່ອຍພວກຜູ້ຊາຍຊາວອັງກິດຫລາຍຄົນແລ້ວຫລັງຈາກໄດ້ຈັບພວກເຂົາເຈົ້າເປັນເວລາປະມານ 6 ເດືອນ.
ການຢືນຢັນດັ່ງກ່າວ ມີຂຶ້ນບໍ່ດົນຫຼັງຈາກເຈົ້າໜ້າທີ່ອັງກິດປະກາດວ່າ ພົນລະເມືອງຂອງເຂົາເຈົ້າ 5 ຄົນ ໄດ້ຖືກປ່ອຍຕົວອອກຈາກການຄຸມຂັງຢູ່ໃນອັຟການິສຖານແລ້ວ.
ໂຄສົກລັດຖະບານກຸ່ມຕາລີບານ, ທ່ານຊາບີຮູລລາ ມູຈາຮິດ (Zabihullah Mujahid) ກ່າວຢູ່ໃນຂໍ້ຄວາມ ຂຽນລົງໃນທວີດເຕີວ່າ ພວກຜູ້ຊາຍດັ່ງກ່າວໄດ້ຖືກຈັບກຸມ ຍ້ອນການລະເມີດກົດຫມາຍ ແລະປະເພນີອັຟການິສຖານ. ທ່ານກ່າວວ່າ ພວກເຂົາເຈົ້າໄດ້ຖືກມອບຕົວໃຫ້ສະຫະລາດອັງກິດ ໃນວັນອາທິດຜ່ານມາ ຫລັງຈາກມີການພົບປະກັນຫລາຍຄັ້ງລະຫວ່າງກຸ່ມຕາລີບານ ແລະລັດຖະ ບານອັງກິດ.
ທ່ານມູຈາຮິດກ່າວຕື່ມວ່າ “ພວກເຂົາເຈົ້າໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດກົດ ໝາຍຂອງອັຟການິສຖານ, ປະເພນີ ແລະວັດທະນະທຳຂອງປະຊາຊົນ, ແລະຈະບໍ່ລະເມີດມັນອີກ.”
Pleased the UK has secured the release of 5 British nationals detained in Afghanistan. They will soon be reunited with their families. I am grateful for the hard work of British diplomats to secure this outcome.
— Liz Truss (@trussliz) June 20, 2022
ຫ້ອງການ ການຕ່າງປະເທດອັງກິດ ສະແດງຄວາມຍິນດີຕໍ່ການປ່ອຍຕົວພວກກ່ຽວ ແລະເວົ້າວ່າຜູ້ຊາຍ 5 ຄົນນັ້ນ ເດີນທາງໄປປະເທດເອເຊຍໃຕ້ແຫ່ງນັ້ນ ໂດຍຝືນຕໍ່ຄຳແນະນຳຂອງລັດຖະບານອັງກິດ.
"ນີ້ແມ່ນການເຮັດຜິດພາດ," ນັ້ນຄືຖ້ອຍຄຳທີ່ເປັນການອ້າງເຖິງຄຳເວົ້າຂອງຜູ້ຕາງຫນ້າຫ້ອງການ.
"ໃນນາມຂອງຄອບຄົວຂອງຊາວອັງກິດ, ພວກເຮົາຂໍສະແດງຄວາມເສຍໃຈ ຕໍ່ການລະເມີດວັດທະນະທໍາ, ຮີດຄອງປະເພນີ ຫຼືກົດຫມາຍຂອງອັຟການິສຖານ, ແລະຂໍໃຫ້ການຮັບປະກັນຈາກເຂົາເຈົ້າວ່າ ຈະມີການປະພຶດທີ່ດີ ໃນອະນາຄົດ. ລັດຖະບານອັງກິດຮູ້ສຶກເສຍໃຈກ່ຽວກັບເລື້ອງນີ້.”
ລັດຖະມົນຕີການຕ່າງປະເທດອັງກິດ, ທ່ານນາງເອລີຊາເບັດ ທຣັສ (Elizabeth Truss) ໄດ້ຂຽນລົງໃນທວີດເຕີວ່າ ນັກໂທດທີ່ຖືກປ່ອຍຕົວ "ຈະກັບຄືນສູ່ຄອບຄົວຂອງພວກເຂົາໃນໄວໆນີ້", ແລະຂອບໃຈນັກການທູດອັງກິດສໍາລັບບົດບາດຂອງພວກເຂົາເຈົ້າໃນການຮັບປະກັນໃຫ້ມີການປ່ອຍຕົວ ພວກເຂົາ.
ທັງກຸ່ມຕາລີບານ ແລະເຈົ້າໜ້າທີ່ອັງກິດ ບໍ່ໄດ້ເປີດເຜີຍຊື່ ຫຼືລາຍລະອຽດອື່ນໆກ່ຽວກັບຊາວອັງກິດທີ່ຖືກປ່ອຍຕົວນີ້ ໃນທັນທີທັນໃດ.