ການວາງລະເບີດສະຫຼະຊີບສອງລູກໄດ້ແຕກຂຶ້ນຢູ່ໃນນະຄອນຫຼວງກາບູລຂອງ ອັຟ
ການິສຖານ ໃນວັນຈັນວານນີ້ ຊຶ່ງໄດ້ສັງຫານຢ່າງໜ້ອຍ 26 ຄົນ ຮວມທັງນັກຂ່າວເກົ້າ
ຄົນ. ຢ່າງໜ້ອຍ 50 ຄົນໄດ້ຮັບບາດເຈັບ ຮວມທັງນັກຂ່າວອີກຫ້າຄົນ.
ກຸ່ມລັດອິສລາມ ໂດຍຜ່່ານອົງການຂ່າວອາແມັກ ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການ
ໂຈມຕີຮ້າຍແຮງ ແບບທີ່ບໍ່ເຄີຍມີມາກ່ອນ ໃສ່ພວກນັກຂ່າວ ຢູ່ໃນອັຟການິນຖານ.
ອົງການຄຸ້ມຄອງສື່ມວນຊົນທ້ອງຖິ່ນຄືຄະນະກຳມະການຄຸ້ມຄອງຄວາມປອດໄພ ນັກ
ຂ່າວອັຟການິສຖານຫຼື AJSC ໃນຂະນະທີ່ຢືນຢັນກ່ຽວກັບການບາດເຈັບລົ້ມ ຕາຍທີ່
ພົວພັນກັບສື່ມວນຊົນນັ້ນ ກໍໄດ້ປະນາມການໂຈມຕີຢ່າງແຮງ.
ຜູ້ຊາຍຄົນນຶ່ງຮ້ອງໃຫ້ ຢູ່ໂຮງໝໍໃນນະຄອນກາບູລ ຫຼັງຈາກລາວໄດ້ເສຍລູກຊາຍຄົນນຶ່ງ ທີ່ເປັນນັກຂ່າວ ຈາການວາງລະເບີດ ໃນວັນທີ 30 ເມສາ 2018.
ນັກຂ່າວແມ່ຍິງສອງຄົນ ຮວມທັງນາງມາຮາຣໍາ ດູຣານີ ຈາກວິທະຍຸຢູໂຣບເສລີ ແລະວິ
ທະຍຸອິສະຫຼະພາບ ທີ່ເອີ້ນຫຍໍ້ RFE/RL ກໍຢູ່ໃນບັນດາຜູ້ເສຍຊີວິດ. ອົງ ການຂ່າວ
AFP ຂອງຝຣັ່ງ ໄດ້ໃຫ້ການຢືນຢັນ ກ່ຽວກັບການຕາຍຂອງຫົວໜ້າຊ່າງພາບຂອງຕົນ
ໃນນະຄອນກາບູລ ທ່ານຊາ ມາໄຣ. ພະນັກງານອີກສອງຄົນຈາກວິທະຍຸຢູໂຣບເສລີ
ແລະວິທະຍຸອິສະຫຼະພາບ ທ່ານອັບດູລລາ ຮານານຊາຍ ແລະອາບາວູນ ກາກາ ກໍຮວມ
ຢູ່ໃນຈຳນວນຜູ້ເສຍຊີວິດ.
ສະຖານີໂທລະພາບອັຟການິສຖານ 1 TV News ກໍໄດ້ໃຫ້ການຢືນຢັນກ່ຽວ ກັບການ
ເສຍຊີວິດຂອງພະນັກງານຕົນສອງຄົນໃນການໂຈມຕີໃນວັນຈັນວານນີ້.
ພວກຜູ້ຊາຍພາກັນຫາມຜູ້ໄດ້ຮັບບາດເຈັບຄົນນຶ່ງ ຈາກການວາງລະເບີດ ວັນທີ 30 ເມສາ.
ບັນດາເຈົ້າໜ້າທີ່ອັຟການິສຖານ ແລະຜູ້ເຫັນເຫດການກ່າວວ່າ ການໂຈມຕີໄດ້ເລີ້ມຂຶ້ນ
ໃນຕອນເຊົ້າ ເວລາຄົນໄປການ ໂດຍທີ່ຜູ້ວາງລະເບີດສະຫຼະຊີບໄດ້ຂີ່ ລົດຈັກແລ້ວກໍບີບ
ຄະນວນລະເບີດໃຫ້ແຕກຂຶ້ນຢູ່ໃກ້ກັບຫ້ອງການຮັກສາຄວາມປອດໄພແຫ່ງຊາດ ທີ່ເປັນ
ອົງການສືບລັບຂອງປະເທດນັ້ນ.
ເມືອງໂຄສທ໌ ອັຟການິສຖານ.
ເວລາພວກກູ້ໄພ ແລະພວກນັກຂ່າວໄປເຕົ້າໂຮມກັນຢູ່ສະຖານທີ່ດັ່ງກ່າວບໍ່ພໍເທົ່າໃດນາ
ທີຕໍ່ມາຜູ້ວາງລະເບີດສະຫຼະຊີບທີ່ປອມແປງເປັນນັກຂ່າວກໍໄດ້ບີບຄະນວນ ລະເບີດທີ່
ມັດຕິດໃສ່ຮ່າງກາຍຂອງລາວ ໃຫ້ແຕກຂຶ້ນ ເຮັດໃຫ້ມີການເສຍຊີວິດແລະບາດເຈັບເປັນ
ສ່ວນໃຫຍ່ ອີງຕາມຄຳເວົ້າຂອງໂຄສົກຕຳຫຼວດທີ່ນະຄອນກາບູລ ທ່ານຮາສແມັຕ ອິສ
ຕານິກໄຊ.
ໜ່ວຍຮັກສາຄວາມປອດໄພຄົນນຶ່ງ ແລະພົນລະເຮືອນກຳລັງໝອບລົງ ຢູ່ບ່ອນວາງລະເບີດລູກທີສອງ ໃນນະຄອນກາບູລ ອັຟການິສຖານ ວັນທີ 30 ເມສາ 2018.
ຢູ່ໃນຖະແຫຼງການນັ້ນ ວີໂອເອ ກ່າວວ່າ ຕົນຮູ້ສຶກເສົ້າສະຫລົດໃຈໃນການສູນເສຍບັນ
ດານັກຂ່າວ ຈາກຕາໜ່າງວິທະຍຸ RFE/RL ຊຶ່ງເປັນສ່ວນນຶ່ງຂອງອົງການອອກອາກາດ
ຂອງສະຫະລັດ ຢູ່ບ່ອນລະເບີດແຕກໃນນະຄອນກາບູລ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Afhanistan Blast