ຜູ້ວາງລະ​ເບີດ ​ສະລະ​ຊີບ ສັງຫານ ຕຳຫຼວດຄົນໜຶ່ງ ໃນ ອັຟການິສຖານ

Your browser doesn’t support HTML5

ບັນດາເຈົ້າໜ້າ​ທີ່ອັຟກາ​ນິສຖານ ກ່າວ​ວ່າ ຜູ້ວາງລະ​ເບີດ​
ສະລະ​ຊີບຄົນ​ໜຶ່ງ ​ໄດ້​ບີບ​ຂະ​ນວນ​ລະ​ເບີດລົດ​ຂອງ​ຕົນ ​ເຮັດ​
ໃຫ້​ຕຳຫລວດຄົນ​ໜຶ່ງ​ເສຍ​ຊີວິດ ​ແລະອີກ ຢ່າງ​ນ້ອຍ ​ສອງ​ຄົນ
​ໄດ້​ຮັບ​ບາດ​ເຈັບ ​ໃນ​ເຂດ​ນອກ​ນະຄອນຫລວງ​ກາ​ບູລ.

​ບັນດາເຈົ້າໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພອັຟກາ​ນິສຖານ ກ່າວ​ວ່າ
ພວກຕຳຫລວດທີ່​ເຄາະ​ຮ້າຍ ​ແມ່ນໄດ້​ຕິດຕາມ​ລົດບັນຈຸ​ລະ​ເບີດ
​ຂອງຄົນ​ຮ້າຍ​ໄປ ​ເພື່ອ​ສະກັດ​ກັ້ນບໍ່​ໃຫ້​ຜູ້ກ່ຽວ​ຂັບ​ລົດ​ເຂົ້າ​ໄປ​ໃນ​
ນະຄອນ​ຫລວງ ​ໃນ​ວັນ​ພະຫັດ​ມື້​ນີ້.

​ໃນ​ຫລາຍໆອາທິດຜ່ານ​ມາ​ນີ້ ອັຟກາ​ນິສຖານ ​ໄດ້​ປະສົບ​ກັບ​ຄື້ນຟອງ ຂອງ​ການວາງລະ​ເບີດ​ສະລະ​ຊີບ ຄື ​12 ຄັ້ງ​ທີ່​ນະຄອນຫລວງ​ກາ​ບູລ ​ໃນ​ລະຍະ​ເດືອນ​ດຽວຜ່ານ​ມາ ​ແລະ ການ​ຈູ່
ໂຈມແບບ​ກ້າ​ຕາຍ ​ໂດຍ​ພວກ​ກະບົດ​ຫົວ​ຮຸນ​ແຮງ​ອິສລາມ ຜູ້​ທີ່​ພະຍາ​ຍາມ​ຢຶດຄອງ​ເອົາ​ດິນ​ແດນ​ຕື່ມຂຶ້ນ ​ແລະ​ແຜ່ຜາຍ​ຄວາມ​ຮູ້ສຶກບໍ່​ແນ່ນອນອອກ​ໄປ ​ໃນ​ຂະນະ​ທີ່​ກອງ​ທະຫານ ນາໆ​ຊາດ​ ສ່ວນ​ໃຫຍ່ກຳລັງຈະ​ຖອນ​ອອກ​ໄປ ​ໃນ​ທ້າຍເດືອນນີ້ ຫຼັງຈາກ ​ໄດ້​ປະ​ຕິ​ບັດ​ການມາ 13
​ປີ​ແລ້ວ.​

​ໃນ​ຕົ້ນອາທິດ​ນີ້ ປະທານາທິບໍດີ ອັຟກາ​ນິສຖານ ທ່ານ Ashraf Ghani ​ໄດ້​ປະນາມ​ການ
​ເພີ້​ມຂຶ້ນຂອງ​ການ​ໂຈມ​ຕີ​ທີ່​ເຖິງຂັ້ນ​ພາ​ໃຫ້​ມີ​ການ​ເສຍຊີວິດຫຼາຍບັ້ນ ຂອງ​ພວກ​ຕາ​ລີ​ບານ
ຊຶ່ງ​ທ່ານເອີ້ນ​ການ​ໂຈມ​ຕີ​ ຕໍ່​ພົນລະ​ເຮືອນ ​ແລະ ​ເປົ້າໝາຍ​ທະຫານ​ຕ່າງໆ​ ​ເຫລົ່າ​ນັ້ນ​ວ່າ
“ບໍ່​ແມ່ນອິສລາມ​ເລີຍ.”

ເບິ່ງສະໄລດ໌ກ່ຽວຂ້ອງ:

ພວກກະບົດ ໂຈມຕີ ທີ່ແຂວງ Helmand