ຊາວອາຟການິສຖານ ພາກັນປະທ້ວງ ເປັນມື້ທີ່ຫ້າ ຍ້ອນມີການຈູດເຜົາ ປື້ມຄໍາພີ Quran (ເບິ່ງວີດີໂອ)

ຊາວອາຟການິສຖານ ພາກັນຈູດຕີນລົດປະທ້ວງຕໍ່ຕ້ານສະຫະລັດອາເມຣິກາ ທີ່ Muhammad Agha, ແຂວງ Logar ທາງໃຕ້ຂອງ Kabul, Afghanistan, ເດືອນກຸມພາ ທີ 25, 2012. ຍ້ອນວ່າມີການຈູດຄໍາພີ Quran ທີ່ຖານທັບ NATO.

ໃນ​ວັນ​ເສົາ​ນີ້ ຊາວ​ອາຟກາ​ນິສຖານຈໍານວນ​ຫລາຍ​ຮ້ອຍ​ຄົນຍັງ​ພາກັນທຳ​ການ​ປະ​ທ້ວງ​
ເປັນ​ມື້​ທີ່​ຫ້າລຽນຕິດ ຕໍ່​ການ​ຈູດ​ຄໍາ​ພີ Quran.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ ຢ່າງ​ໜ້ອຍ 24 ຄົນທົ່ວ​ປະ​ເທດ​ໄດ້​ເສຍ​ຊີວິດ ນັບ​ຕັ້ງ​ແຕ່​ວັນ​ພຸດ​ເປັນ​ຕົ້ນ
ມາຮວມ​ທັງ​ທະຫານ​ອາ​ເມ​ຣິກັນສອງ​ຄົນ.

ການ​ຂໍ​ຂະ​ມາ​ໂທດ ​ຂອງສະຫະລັດ ​ກ່ຽວ​ກັບ​ການບໍ່​ໃຫ້​ຄວາມ​ເຄົາລົບປື້​ມຄໍາ​ພີ Quran
ຂອງ​ສາສະໜາ​ອິສລາມ ທີ່​ຖື​ກ​ເຜົາ​ຖີ້ມ ຢູ່ຖານ​ທັບ​ອາກາດ Bagram ຂອງ​ອົງການ​ເນ​ໂຕ້
ນັ້ນ ບໍ່​ສາມາດ​ຊັກ​ຊວນ​ໃຫ້​ປະ ຊາ​ຊົນ​ຈຳນວນ​ນຶ່ງ​ໃນ​ອັຟກາ​ນິສຖານ​ແລະ​ປາ​ກິ​ສຖານ ທີ່
ເປັນ​ເ​ພື່ອນ ບ້ານ ຫງຽບ​ສະ​ງົບ​ລົງ​ໄດ້.

ພວກ​ປະ​ທ້ວງທີ່​ພາກັນ​ຮ້ອງ​ໂຮ​ຕໍ່ຕ້ານອາ​ເມ​ຣິກາ ໄດ້ເດີນ​ຂະ​ບວນໃນ​ວັນ​ສຸກວານ​ນີ້ ທີ່​
ນະຄອນຫລວງ​ Islamabad ຂອງ​ປາ​ກິ​ສຖານ ​ແລະ​ທີ່ເມືອງ Peshawa ​ໃນ​ພາກ​ຕາ​ເວັນ​
ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ​ດັ່ງ ກ່າວ.

ການ​ເດີນ​ຂ​ະບວນປະ​ທ້ວງ​ຢູ່ໃນອາ​ຟກາ​ນິສຖານ ຍັງ​ດໍາ​ເນີນ​ຕໍ່​ໄປເຖິງ​ແມ່ນ​ວ່າໄດ້ມີ​ການ​
ຮ້ອງຂໍ​ໃຫ້​ຢັບ​ຍັ້ງຈາກ NATO ​ແລະ​ເຈົ້າ​ໜ້າ​ທີ່​ຂອງ ອາຟກາ​ນິສຖານ. ​ໃນ​ວັນພ​ະຫັດ​ຜ່ານ​
ມາ ກຸ່​ມ Taliban ​ໄດ້ອອກ​ຖະແຫຼງການ​ສະບັບ​ນຶ່ງຮຽກຮ້ອງໃຫ້​ຊາວ​ອາ​ຟກາ​ນິສຖານ
ພາກັນ​ໂຈມ​ຕີ​ເປົ້າ​ໝາຍ​ຕ່າງໆ​ຂອງ​ຊາວ​ຕ່າງ​ດ້າວ ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການຈູດ​ເຜົາ
ຄໍາ​ພີ Quran.

http://www.voanews.com/templates/widgetDisplay.html?id=140416993&player=article

ໃນ​ວັນ​ສຸກວານ​ນີ້ ຜູ້ບັນຊາ​ການ​ກອງທັບ​ສະຫະລັດ ​ແລະກໍາລັງ NATO ທີ່​ອາ​ຟກາ​ນິສ
ຖານ ນາຍ​ພົນ John Allen ​ກ່າວ​ວ່າຄະນະ​ສືບສວນ​ຮ່ວມ​ຂອງ​ກຳລັງ​ປະສົມ ແລະ​ອັຟກາ
ນິສຖານ ຍັງ​ສືບ​ຕໍ່​ດຳ​ເນີນ​ການສືບສວນ​ເບິ່ງ “ຄວາມ​ພິດ​ພາດກ່ຽວ​ກັບ​ການ​ຈູດ​ເຜົາເອກ​
ກະສາ​ນສາສະໜາ” ທີ່​ຖານ​ທັບ Bagram​ ​ໂດຍ​ມີ​ການ​ສໍາພາດ​ຜູ້​ເຫັນ​ເຫດການ​ໃນ​ມື້​ວັນ​
ອາທິດທີ່​ຜ່ານ​ມາ.

ປະທານາທິບໍດີ ສະຫະລັດ​ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ຂໍ​ຂະ​ມາໂທດຢ່າງ​ເປັນ​ລາຍ​ລັກ​ອັກ
ສອນໄປ​ຍັງປະທານາທິບໍດີ ອັຟກາ​ນິສຖານ ທ່ານ Hamid Karzai. ​ໃນ​ວັນ​ພຸດຜ່ານ​ມາ
ປະທານາທິບໍດີ Kazai ​ໄດ້​ຂໍ​ຮ້ອງ​ໃຫ້​ຢູ່​ໃນຄວາມສ​ະຫງົບ ຊຶ່ງທ່ານ​ກ່າວ​ວ່າປະ​ຊາ​ຊົນ​ມີສິດ
ທິ​ໃນ​ການ​ປະ​ທ້ວງ ​ແຕ່​ວ່າ​ບໍ່​ຄວນໃຊ້​ວິທີ​ການ​ທີ່​ຮຸນ​ແຮງ.

ຄະນະຜູ້ຕາງໜ້າ​ພິ​ເສດ​ທີ່​ຖືກ​ແຕ່ງ​ຕັ້ງ ຂອງອາຟກາ​ນິສຖານ ​ເພື່ອສືບ​ສວນເບິ່ງເຫດການ​
ດັ່ງກ່າວໄດ້​ພາກັນ​ຂໍ​ຮ້ອງ​ໃຫ້​ຊາວ​ອາ​ຟກາ​ນິສຖານ ​ເຊ່​ນດຽວ​ກັນ​ ​ໃນ​ການ​ຫລີກ​ລ້ຽງ​ການ
ປະ​ທ້ວງ.