ປະທານາທິບໍດີ ອັຟການິສຖານ ເດີນທາງ ໄປຢ້ຽມຢາມ ປາກິສຖານ

ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດ ແລະຮັກສາການ ດ້ານການຕ່າງປະເທດ ຂອງປາກິສຖານ ທ່ານ Sartaj Aziz (ຂວາ) ຕ້ອນຮັບປະທານາທິບໍດີອັຟການິສຖານ ທ່ານ Ashraf Ghani ທີ່ຖານທັບອາກາດ Chaklala ໃນນະຄອນ Rawalpindi ປະເທດປາກິສຖານເມື່ອວັນສຸກ ທີ 14 ພະຈິກ 2014.

ປະທານາທິບໍດີ​ອັຟກາ​ນິສຖານ ທ່ານ Ashraf Ghani ໃນ​ຂະນະ
​ນີ້ ພວມຢູ່​ທີ່​ນະຄອນ​ຫລວງອິສລາມ​າບັດ ຊຶ່ງ​ເປັນ​ການ​ເດີນທາງ
​ໄປ​ຢ້ຽມຢາມ​ ປາ​ກິ​ສຖານ​ ຢ່າງເປັນທາງການ​ເທື່ອ​ທຳ​ອິດ ຕັ້ງ​ແຕ່
​ທ່ານ​ໄດ້​ດຳລົງ​ຕຳ​ແໜ່​ງ.

ທ່ານ Ghani ຈະ​ພົບ​ປະ​ກັບ ນາຍົກລັດຖະມົນຕີປາ​ກິ​ສຖານ
ທ່ານ Nawaz Sharif ​ແລະປະທານາທິບໍດີປາ​ກິ​ສຖານ ທ່ານ
Mammon Hussain ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຄັ້ງນີ້.

ຜູ້​ສື່​ຂ່າວ​ວີ​ໂອ​ເອ ປະຈຳ​ນະຄອນອິສລາມ​າບັດ ກ່າວ​ວ່າ ຜູ້ນຳ​
ອັຟກາ​ນິສຖານ ຈະ​ພົບ​ປະ​ກັບ​ທ່ານ Sharif ​ໃນ​ວັນ​ເສົາ​ມື້​ອື່ນ​ນີ້ ຫຼັງຈາກ​ນັ້ນ ຜູ້ນຳທັງສອງ
ຈະ​ຮ່ວມກັນຈັດ​ກອງ​ປະ​ຊຸມ​ຖະແຫຼງ​ຂ່າວ.

​ໂທລະພາບ​ທາງ​ການ​ປາກິ​ສຖານ ລາຍ​ງານ​ວ່າ ທ່ານ Ghani ຈະໄປຢ້ຽມຢາມກອງ​ບັນຊາ​
ການ​ກອງທັບ​ປາ​ກິ​ສຖານ ຢູ່​ທີ່ນະຄອນ Rawalpindi ​ໃນ​ວັນສຸກ​ມື້​ນີ້. ​ນອກນັ້ນ ຍັງມີການ
ລາຍງານໃຫ້ຊາບ ກ່ຽວກັບການປະຕິບັດ​ການຕໍ່ຕ້ານ​ພວກກໍ່​ການ​ຮ້າຍ ​ທີ່ພວມດຳເນີນຢູ່ ​
ໃນ​ເຂດຊົນ​ເຜົ່າ​ປາ​ກິ​ສຖານ ​ໃກ້ໆ​ກັບ​ຊາຍ​ແດນອັຟການິສຖານ.

ທ່ານ Abdul Ali Mohammed ທີ່​ປຶກສາ​ທາງ​ດ້ານ​ກົດໝາຍ ຂອງ​ທ່ານ Ghani ກ່າວ​ວ່າ
ການສົນທະນາຫາລືກ່ຽວກັບ “ສັນຕິພາບ​ແລະ ຄວາມ​ໝັ້ນຄົງ” ຈະເປັນຫົວຂໍ້ຄອບງຳ ​ໃນ
ລະຫວ່າງ​ການ​ຢ້ຽມຢາມ​ປະ​ເທດ​ເພື່ອນ​ບ້ານ ຂອງ​ປະທາ​ນາ​ທິບໍດີອັຟກາ​ນິສຖານ.

ທ່ານ Mohammed ກ່າວ​ວ່າ ​ແນວ​ຄິດ ທີ່​ລັດຖະບານ​ປາ​ກິ​ສຖານ ຫຼາຍໆສະໄໝຕໍ່ເນື່ອງກັນ ​ໄດ້​ພະຍາຍາມເຮັດ​ໃຫ້ອັຟກາ​ນິສຖານ “ອ່ອນ​ແອ​ລົງ” ນັ້ນ ຊຶ່ງ​ມັນ​ໄດ້​ເຮັດ​ໃຫ້ຄວາມສຳພັນ ກັບປາ​ກິ​ສຖານກາ​ຍ​ເປັນ​ເລື້ອງ ທີ່​ຂົມ​ຂື່ນ​ ມາດົນນານ​ແລ້ວ.

Your browser doesn’t support HTML5

AFGHANISTAN PAKISTAN VO