ເຈົ້າໜ້າທີ່ ອັຟການິສຖານ ເຕືອນວ່າ ນັກລົບ ລັດອິສລາມ ພໍ້ໍບ່ອນຫຼົບລີ້ ຢູ່ ອັຟການິສຖານ

ກຳລັງຮັກສາຄວາມປອດໄພ ກວດເບິ່ງບ່ອນວາງລະເບີດ ໂຈມຕີ ສະຫຼະຊີບ ທີ່ໄດ້ສັງຫານຫລາຍກວ່າ 150 ຄົນ ຢູ່ຕໍ່ໜ້າສະຖານທູດ ເຢຍຣະມັນ ໃນນະຄອນ Kabul ອັຟການິສຖານ.

ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິສລາມ ທີ່ຖືກ​ໂຈມຕີ ​ແລະ​ໄດ້ຮັບຄວາມເສຍຫາຍ​ຢູ່​ໃນ​ອີຣັກ ​ແລະ​
ຊີເຣຍ ​ກຳລັງ​ສົ່ງ​ພວກ​ນັກ​ລົບ​ໄປຍັງ​ອັຟການິສຖານ ເພື່ອເສີມສ້າງທີ່​ໝັ້ນ ຂອງຕົນຄືນ
ໃໝ່ ​ແລະ​ບາງ​ທີ​ອາດສ້າງ​ຖານ​ທັບແຫ່ງ​ໃໝ່​ເພື່ອ​ໂຈມ​ຕີ​ທັງປະ​ເທດ​ຕາ​ເວັນ​ຕົກ ​ແລະ
ຣັດ​ເຊຍ.

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານກ່າວ​ຕໍ່​ວິທະ​ຍຸ​ສຽງ​ອາ​ເມຣິກາ​ວ່າ ກຸ່ມລັດ​ອິສລາມ​ປັດ
ຈຸບັນ​ນີ້ ​ອາດ​ມີນັກລົບຕ່າງປະເທດ​ຫລາຍ​ເຖິງ 3,000 ຄົນ ​ຢູ່ໃນປະ​ເທດດັ່ງກ່າວ ຫລາຍ​
ຄົນ​ແມ່ນມາ​ຈາກ​ Pakistan ​ແລະ Uzbekistan. ​ເຂົາ​ເຈົ້າ​ຍັງ​ຢ້ານ​ກົວ​ວ່າ ຈຳນວນ​ດັ່ງ
ກ່າວ​ມີພຽງ​ແຕ່​ຈະ​ເພີ້ມຂຶ້ນ ​ໃນ​ຂະນະ​ທີ່​ພວກ​ນັກລົບກຸ່ມ ອິສລາສ ຫລື IS ຈາ​ກອີຣັກ ​
ແລະຊີ​ເຣຍ ຫລົບໜີ​ອອກ​ຈາກ​ ປະ​ເທດທັງສອງ ອັນ​ເປັນ​ສ່ວນນຶ່ງໃນ​ຄວາມພ​ະຍາ​ຍາມ
​ ເພື່ອທ້ອ​ນໂຮມ​ກັນໃໝ່.

​ເອກ​ອັກຄະ​ລັດຖະທູດອັຟກາ​ນິສຖານ ທ່ານ Hamdullah Mohib ທີ່​ໃຊ້​ຊື່​ຫຍໍ້​ເປັນພາ
ສາອາຣັບ​ ເອີ້ນ​ກຸ່ມ​ກໍ່​ການ​ຮ້າຍ​ດັ່ງກ່າວ ເວົ້າວ່າ “ຈຳນວນ​ຫລວງຫລາຍ​ຂອງ​ພວກ​ນັກ​
ລົບກຸ່ມ​ Daesh ​ແມ່ນ​ພວກຕ່າງ​ຊາດ.”

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ James Mattis, ຂວາ, ແລະຜູ້ບັນຊາການກຳລັງທະຫານ ທະຫານສະຫະລັດ ປະຈໍາ ອັຟການິສຖານ ນາຍພົນ John Nicholson, ຊ້າຍ ເດີນທາງມາປະຊຸມ ກັບ ຜູ້ຕາງໜ້າປ້ອງກັນປະເທດ ທີ່ກອງບັນຊາການ ໃນນະຄອນ Kabul ປະເທດ Afghanistan.

​ທ່ານ Mohib ກ່າວ​ຢູ່​ໃນ​ນະຄອນຫລວງ ວໍຊິ​ງຕັນ ໃນອາທິດ​ນີ້​ວ່າ “ຈຳນວນ​ດັ່ງ​ກ່າວ​
ໄດ້​ເພີ້ມ​ຂຶ້ນ​ຕື່ມ ​ໂດຍມີ “ຈຳນວນ​ນ້ອຍໆ​ຂອງ​ຊາວອັຟກາ​ນິສຖານທີ່ຢູ່​ພາຍ ​ໃນ. ພວກ
Taliban ບາງສາຂາ​ ຊຶ່ງເປັນພວກຫົວຮຸນແຮງຈັດ ກໍໄດ້​ເຂົ້​າຮ່ວມ ກັບກຸ່ມ Daesh​.”

ກຳລັງພິເສດອັຟການິສຖານ ກຳລັງກວດເບິ່ງຖໍ້າ ທີ່ໄດ້ໃຊ້ໂດຍ ພວກຫົວຮຸນແຮງ ລັດອິສລາມ ທີ່ແຂວງ Nangarhar, ປະເທດ Afghanistan.

ການ​ຊັ່ງ​ຊາຫ​ລ້າ​ສຸດ​ຂອງ​ອັ​ຟການິສຖານ ​ກ່ຽກັບ​ລັດກຸ່ມ​ລິ​ສ​ລາມ​ໃນ​ອັຟກາ​ນິສຖານ ທີ່
​ຍັງ​ຮູ້​ກັນ​ອີກ​ວ່າ​ ແຂວງ IS-Korasan ​ໄດ້​ປະເຊີນໜ້າ ກັບ​ອັນ​ທີ່ເຈົ້າໜ້າທີ່​ສະຫະລັດ
​ແລະ​ແນວ​ໂຮມ ​ໄດ້​ກ່າວ​ມາ​ດົນ​ນານແລ້ວວ່າ ​ແມ່ນ​ໃຜ ​ໃນ​ຂະນະ​ທີ່​ລະມັດລະວັງ​ບໍ່​ໃຫ້​
ຄວາ​ມ​ເປັນ​ຫ່ວງນັ້ນ​ໜ້ອຍ​ລົງ ​ໄດ້​ເຮັດ​ໃຫ້​ເຫັນ​ຮູບ​ພາບຂອງ​ກຸ່ມ​ກໍ່​ການ​ຮ້າຍ​ຢູ່​ໃນ​ທ່າ
ຖອຍ​ຄືນ.

ແຜນທີ່່ ອັຟການິສຖານ ປາກິສຖານ ຈີນ ຣັດເຊຍ.

​ລັດຖະມົນຕີ​ປ້ອງກັນປະເທດສະຫະລັດ ທ່ານ Jim Matthis ກ່າວເຖິງການ​ສູ້​ລົບ​ຕ້ານ
ກຸ່ມລັດອິສລາມ ຢູ່​ໃນ​ອັຟກາ​ນິສຖານ​ວ່າ ດຳເນີນ​ໄປ “​ໃນ​ທິດ​ທາງ​ທາງ​ທີ່ຖືກຕ້ອງ” ​ໃນ
​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ ຫລັງ​ຈາກ​ການ​ໂຈມ​ຕີ​ທາງອາກາດທີ່ ​ແຂວງ Kunar ທີ່​ໄດ້​ສັງຫານຜູ້ນຳກຸ່ມ IS-Korasan ທ້າວ Abu Sayed.

ທ່ານ Mattis ກ່າວ​ວ່າ​ໃນ​ເວລານັ້ນວ່າ “ທຸກ​ໆເທຶ່ອທີ່​ທ່ານ​ສັງຫານ​ຜູ້ນຳ​ຄົນ​ນຶ່ງ ຂອງກຸ່ມ
ເຫລົ່ານີ້ ​ມັນໄດ້ເຮັດໃຫ້ພວກເຂົາຖອຍຫຼັງຄືນ.​”

ອ່ານຂ່າວນີ້ເປັນພາສາອັງກິດ