ກາບູລ ເຊັນຂໍ້ຕົກລົງ ສັນຕິພາບ ກັບຂຸນເສິກ ທີ່ມີຊື່ສຽງ

ທ່ານ Amin Karim ຜູ້ຕາງໜ້າ ທ່ານ Gulbuddin Hekmatyar (ຂວາ) ແລະ ທ່ານ Attaurahman Saleem ຫົວໜ໊າເຈລະຈາ ສັນຕິພາບ.

ລັດຖະບານ​ສາ​ມັກ​ຄີ​ຊາດ​ອັຟກາສິ​ນຖານ ຫລັງ​ຈາກ​ຫລາຍ​ເດືອນ ​ທີ່​ມີ​ບັນຫາ​ໃນ​ການ​ເຈລະຈາ ​ໄດ້​ລົງ​ນາມ​ໃນຮ່າງ​ຂໍ້​ຕົກລົງ​ສັນຕິພາບ ​ທີ່​ໄດ້​ລ້າ​ຊ້​າມາ​ເປັນ​ເວລາ​ດົນ​ນານ ກັບ​ກຸ່ມ​ກະບົດ ທີ່​ໃຫຍ່​ສຸດ​ເປັນອັນ​ດັບສອງຂອງ​ປະ​ເທດ ທີ່​ນຳພາ​ໂດຍ​ຂຸນ​ເສິກ​ທີ່ຫລົບ​ລີ້ໜີ​ກົດໝາຍ ທີ່​ມີ​ປະຫວັດໃນ​ການກໍ່​ອາ​ຊະ​ຍາ​ກຳ​ສົງຄາມ ​ແລະ​ລະ​ເມີດ​ສິດທິ​ມະນຸດ.

ການ​ຢຸດ​ຍິງ​ຄັ້ງ​ໃໝ່​ທີ່​ລົງ​ນາມໃນ​ວັນ​ພະຫັດ​ວານ​ນີ້ ກັບ​ກຸ່ມ Hizb-Islami ມີ​ຂຶ້ນ​ທ່າມກາງ​ທີ່​ມີຄວາມ​ຫວັງ​ວ່າ ມັນ​ອາດ​ຈະຊ່ວຍຫລຸດຜ່ອນ​ບັນຫາ​ທ້າ​ທາຍໃນ​ດ້ານຄວາມ​ໝັ້ນ ທີ່ປະ​ເຊີນ​ໜ້າ​ກັບອັຟກາ​ນິສຖານ​ຢູ່​ໃ​ນ​ເວລາ​ນີ້ ​ແລະ​ຊຸກຍູ້​ໃຫ້​ບັນດາ​ກຸ່ມ​ກະບົດ​ອື່ນໆທີ່​ສູ້​ລົບ​ຄຽງ​ບ່າ​ຄຽງ​ໄຫລ່​ກັບກຸ່ມ Taliban ​ເຂົ້າມາ​ຮ່ວມຂັ້ນຕອນ ​ສັນຕິ​ພາບ.

ນີ້​ແມ່ນ​ຂໍ້​ຕົກລົງ​ສັນຕິພາບຄັ້ງທຳ​ອິດ ​ໃນຮອບ 15 ປີ​ຂອງ​ສົງຄາມ​ໃນ​ອັຟກາ​ນິສຖານ ທີ່ກຸ່ມ Taliban ​ໄດ້​ເລີ້ມຂຶ້ນ ​ຫລັງ​ຈາກ​ໄດ້ຖືກ​ຂັບ​ໄລ່​ອອກ​ໄປໂດຍກຳລັງພັນທະ​ມິດ ພາຍ​ໃຕ້ ກາ​ນນຳພາ​ສະຫະລັດ ໃນ​ປີ 2001.

ກຸ່ມ Hizb-Islami ແມ່ນນຳພາ​ໂດຍ ທ່ານ Gulbuddin Hekmatyar ຜູ້​ບັນ ຊາ​ການ​ກອງ​ໂຈນ​ມາ​ເປັນ​ເວລາ​ດົນ​ນານ ຊຶ່ງ​ກຳລັງ​ຂອງ​ທ່ານ​ ໄດ້​ສູ້​ລົບ​ຕ້ານ​ສະຫະພາບ​ໂຊ​ຫວຽດ​ໃນ ຊຸມ​ປີ 1980. ຫລັງ​ຈາກ​ນັ້ນ​ຕໍ່ມາ ທະຫານ​ຂອງ​ທ່ານກໍ​ໄດ້​ສູ້ລົບກັບ​ກຸ່ມ Taliban ​ເພື່ອເຂົ້າ ຄວບ​ຄຸມອັ​ຟກາ​ນິສຖານ ລະຫວ່າງ​ສົງຄາມ​ກາງ​ເມືອງ​ທີ່​ຮ້າຍ​ແຮງ​ໃນຊຸມ​ປີ 1990.

ທີ່​ປຶ​ກສາດ້ານ​ຄວາມ​ໝັ້ນຄົງແຫ່ງ​ຊາດອັຟກາ​ນິສຖານ ທ່ານ Hanif Atmar ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງນີ້ ​ກັບທ່ານ Karim Amin ຫົວໜ້າ​ເຈລະຈາ​ ຂອງ​ທ່ານ Hekmatyar ຢູ່​ໃນ​ພິທີ ທີ່​ມີ​ການຖ່າຍ​ທອດ​ອອກ​ອາກາດທົ່ວ​ປະ​ເທດ​.

ພວກປະທ້ວງຮ້ອງຕ້ານທ່ານ Gulbuddin Hekmatya ຜູ້ນຳພັກ Hizb-i-Islami ຢູູ່ທີ່ນະຄອນ Kabul ປະເທດ Afghanistan.

​ທ່ານ Atmar ກ່າວ​ວ່າ ຂໍ້​ຕົກລົງ​ສັນຕິ​ພາບ​ ກັບ​ທ່ານ Hekmatyar ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈິງ​ໃຈຂອງລັດຖະບານທີ່​ຈະ​ແກ້​ໄຂແລະຊອກ​ຫາ​ຊ່ອງ​ທາງ​ໃນການ​ເຈລະຈາ​ຢ່າງ​ສັນຕິ ​ເພື່ອ​ຍຸຕິ​ບັນຫາ​ຂັດ​ແຍ້​ງ​ອັຟກາ​ນິສຖານ.

ນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif ກ່າວຕໍ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ສະ​ແດງໃຫ້​ເຫັນ​ເຖິງ​ການ​ຕັດສິນ​ໃຈ​ຂອງ​ພວກ​ເຮົາ ​ແລະຂ້າ ພະ​ເຈົ້າຂໍ​ຮຽກຮ້ອງ​ຕໍ່ກຸ່ມ Taliban ວ່າມັນ​ເຖິງ​ເວລາ​ແລ້ວທີ່​ພວກທ່ານ​ ທີ່​ຈະ​ມາ​ນັ່ງ​ຢູ່​ໂຕະ ເພື່ອ​ເຈລະ​ຈາ​ສັນຕິພາບ ຖ້າ​ຫາກ​ພວກທ່ານ​ມີ​ຄວາມ​ປາດ​ຖະໜາດ້ວຍ​ຄວາມຈິງ​ໃຈ​ ​ເພື່ອ​ຍຸຕິ​ການ​ສູ້​ລົບ ​ແລະຄວາມ​ຮຸນ​ແຮງ ປ່ອຍ​ໃຫ້​ພວກເຈົ້າຫລຸດ​ພົ້ນຈາກ​ອິດ​ທິພົນ​ຂອງປາ​ກິ​ສຖານ ພວກ​ຕ່າງປະ​ເທດ ​ແລະ​ກຸ່ມ​ກໍ່​ການ ຮ້າຍ​ຕ່າງໆ ​ແລະ​ຮັບ​ເອົາ​ລັດຖະທຳ​ມະນຸ​ນ ອັຟການິສຖານ. ພວກ​ເຮົາ​ພ້ອມ​ແລ້ວ ທີ່​ຈະ​ສະ​ເໜີຕໍ່​ພວກ​ທ່ານ ​ເຊັ່ນ​ດຽວ​ກັນ​ກັບ​ການ​ຢຸດ​ຍິງທີ່​ພວກ​ເຮົາ​ໄດ້​ເຮັດ​ກັບ​ກຸ່ມ Hizeb-Islami.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Afghanistan Peace Good