ກຸມກໍ່ການຮ້າຍທາລິບານ ປະຕິເສດລາຍງານ ວ່າບໍ່ໄດ້ພົບປະກັບລັດຖະບານອັຟການິສຖານ

ທະຫານອັຟການິສຖານ (ANA) ຢືນຢູ່ໃນທ່າຕໍ່ສູ້ ຢູ່ປ້ອມຍາມ Babaji ຂອງແຂວງ Lashkar Gah Helmand, Afghanistan.

ກຸ່ມ​ກໍ່​ການ​ຮ້າຍ Taliban ​ໄດ້ປະຕິເສດ​ວ່າ​ບໍ່​ມີ​ຄວາມ​ຈິງຕາມ​ລາຍ​ງານທີ່​ວ່າ​ມີການ​ປະຊຸມ​ລັບ​ກັບ ບັນດາ​ເຈົ້າ​ໜ້າ​ທີ່ລັດຖະບານ​ອັຟກາ​ນິສຖານ ​ເນັ້ນ​ໜັກ​ວ່າ​ບໍ່​ມີ​ການ​ປ່ຽນ​ແປງໃນ​ນະ​ໂຍບາຍ​ຂອງ​ກຸ່ມ​ໃນ​ການ​ຈັດ​ໃຫ້​ມີ​ການ​ເຈລະຈາ.

ໜັງສືພິມ The Guardian ລາຍ​ງານ​ຂ່າວພິ​ເສດທີ່​ໄດ້​ເຜີຍແຜ່​ໃນ​ວັນ​ອັງຄານ​ວານ​ນີ້ ທີ່ ອ້າງຄຳ​ເວົ້າ ​ວ່າບັນດາ​ເຈົ້າ​ໜ້າ​ທີ່ອັຟກາ​ນິສຖານຜູ້ບໍ່​ປະສົງ​ອອກ​ຊື່

ຫ້ອງການໃຍຫ່ຂອງ Taliban ທີ່ນະຄອນ Doha ປະເທດ Qatar.

​ແລ​ະ​ແຫ​ລ່ງຂ່າວ​ພາຍ​ໃນ​ກຸ່ມ Taliban ​ຢືນຢັນວ່າ​ຢ່າງ​ໜ້ອຍໄດ້ມີ​ການ​ພົບ​ປະກັນ​ສອງ​ຄັ້ງ ລະຫວ່າງ​ຄູ່​ສັດຕູ​ທັງ​ສອງ​ຝ່າຍ​ໃນ​ເດືອນ​ກັ​ນຍາ​ທີ່​ຜ່ານ​ມາ ​ແລະ​ຕົ້ນ​ເດືອນ​ຕຸລານີ້. ລາຍ​ງານນັ້ນ​ກ່າວ​ວ່າ ການ​ປະຊຸ​ມກັນໄດ້​ເກີດ​ຂຶ້ນ​ຢູ່ນະຄອນ Doha ​ເມືອງ​ເອກ​ຂອງ​ປະ​ເທດ Qatar ບ່ອນ​ທີ່​ບັນດາ​ນັກ​ເຈລະຈາ​ການ​ເມືອງ Taliban ຕັ້ງທີ່ໝັນ​ຢູ່​ທີ່ນັ້ນ.

​ແຫລ່ງຂ່າວ​ແຫ່ງ​ນຶ່ງພາຍ​ໃນ​ລັດຖະບານອັຟກາ​ນິສຖານ ​ໃນ​ນະຄອນ Kabul ກໍ​ຍັງໄດ້​ຢືນຢັນເຖິງ​ການ​ປະຊຸມ​ນີ້ເຊັ່ນ​ກັນ ​ຕໍ່ ວີ​ໂອ​ເອ ໂດຍປາດ​ສະ​ຈາກ​ການ​ແບ່ງປັນ​ລາຍ​ລະອຽດ​ໃດໆເພີ້​ມ​ເຕີມ.

ຊາວບ້ານພາກັນຢືນຫູຸ້ມເບິ່ງໄຟໄໝ້ລົດ ທີ່ຖືກໂຈມຕີຈາກເຮືອບິນ ທີ່່ບໍ່ມີຄົນຂັບຂອງ ສະຫະລັດ.

ໂຄສົກ​ປະທານາທິບໍດີ​ອັຟກາ​ນິສຖານ ທ່ານ Dawa Khan Nenapal ບໍ່​ໄດ້​ກ່າວ​ໂດຍ​ກົງ​ກ່ຽວ​ກັບ​ການ​ປະຊຸມ​ຢູ່​ນະຄອນ Doha ແຕ່​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ ລັດຖະບານ​ກຳລັງ​ປະ ຕິບັດ​ “ທຸກສິ່ງ​ຢ່າງ​ທີ່​ເປັນ​ໄປ​ໄດ້” ​ໃນ​ການ​ພົວພັນ​ກັບ​ບັນດາ​ກຸ່ມ​ທີ່​ຕຽມ​ພ້ອມ​ກັບ​ການ​ສົນ ທະນາ​ສັນຕິພາບ” ​ເພື່ອ​ວ່າ​ຈະ​ສົ່ງ​ເສີມ​ສະຖຽນ​ລະ​ພາບ​ຢູ່ໃນ​ປະ​ເທດ.

ຫົວໜ້າ​ສືບ​ລັບ​ອັຟກາ​ນິສຖານ ທ່ານ Mohammad Masoon Stanekzai ລາຍ​ງານ​ວ່າ​ໄດ້​ນຳພາ​ການສົນທະນາ​ກັບ ທ່ານ Mullah Abdull Manan Akhund ອ້າຍ​ຂອງ​ຜູ້​ກໍ່​ຕັ້ງ​ກຸ່ມ Taliban ທີ່ີ​ໄດ້​ເສຍ​ຊີວິດ​ໄປ​ນັ້ນ ​ແລະ​ຜູ້ນຳ​ທີ່​ຍາວ​ນານ ທ່ານ Mullah Omar.

ພາບບັນທຶກ ທ່ານ Amin Karim ຜູ້ຕາງໜ້າທ່ານ Gulbuddin Hekmatyar, ຂວາ, ແລະ ທ່ານ Attaurahman Saleem, ຫົວໜ້າເຈລະຈາ ຫລັງຈາກການເຊັນສັນຕະພາບທີ່ ນະຄອນ Kabul ປະເທດ Afghanistan.

ໂຄສົກ​ພວກ​ຫົວ​ຮຸນ​ແຮງ​ທີ່​ສຳຄັນ ທ່ານ Zabihullah Mauahid ກ່າວ​ໃນ​ຕອນ​ແລງວັນ​ອັງຄານວານ​ນີ້​ວ່າ “ພວກ​ເຮົາ​ປະຕິ​ເສດ​ຢ່າງ​ແຂງ​ຂັນ​ເຖິງ​ລາຍ​ງານ​ກ່ຽວ​ກັບ​ການ​ປະ​ຊຸມນີ້​ ​ແລະການ​ສົນທະນາໃດໆ. ບັນດາ​ຜູ້​ຕາງໜ້າ Islamic Emirate (the Taliban) ບໍ່​ໄດ້​ພົບ​ກັບ ທ່ານ Stanekzai ຫລື​ບັນດາ​ເຈົ້າ​ໜ້າ​ທີ່​ໃດໆ​ຂອງ​ລະບອບ Kabul”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ