ກຳລັງ ອັຟການິສຖານ ຂັບໄລ່ ພວກຕາລີບານ ອອກຈາກ ເມືອງ Sangin

ທະຫານກອງທັບແຫ່ງຊາດອັຟການິສຖານ ປ້ອງກັນດ່ານກວດແຫ່ງໜຶ່ງ ຢູ່ທາງເຂົ້າສູ່ ເມືອງ Sangin ແຂວງ Helmand, ອັຟການິສຖານ. 23 ທັນວາ, 2015.

ບັນດາເຈົ້າໜ້າທີ່ໃນປະເທດອັຟການິສຖານ ກ່າວວ່າ ກອງກຳລັງ
ຮັກສາຄວາມໝັ້ນຄົງແຫ່ງຊາດທີ່ໜູນຫຼັງໂດຍການໂຈມທີທາງອາ
ກາດຂອງ​ສະຫະລັດ ໄດ້​ເຂົ້າຍືດ ​ເອົາເມືອງສຳຄັນ ​ເມືອງ​ໜຶ່ງ ຄືນ
ຈາກພວກຕາລີບານໃນແຂວງ Helmand ຢູ່ທາງພາກໃຕ້ຂອງປະ
ເທດ.

ຮອງເຈົ້າແຂວງ ທ່ານ Mohammad Jan Rasulyar ໄດ້ກ່າວຕໍ່
ວີໂອເອໃນວັນພະຫັດມື້ນີ້ວ່າ ມີພວກຮັກຮົບຕາລີບານຢ່າງໜ້ອຍ
45 ຄົນໄດ້ຖືກຂ້າຕາຍ ໃນຂະນະທີ່ອີກຫຼາຍຄົນ ໄດ້ຮັບບາດເຈັບ ໃນການໂຈມຕີທາງອາກາດກ່ອນທີ່ກອງກຳລັງອັຟການິສຖານຈະ
ບຸກເຂົ້າ​ໄປໃນເມືອງ Sangin ຂອງແຂວງ Helmand.

ໂຄສົກກອງທັບສະຫະລັດ ພັນເອກ Michael Lawhorn ໄດ້ໃຫ້ການ ຢືນຢັນຕໍ່ວີໂອເອວ່າ ເຮືອບິນ ສະຫະລັດກໍໄດ້ເຂົ້າຮ່ວມໃນການຕໍ່ສູ້ນັ້ນ.

ທ່ານ Lawhorn ໄດ້ກ່່າວວ່າ “ກອງກຳລັງ ສະຫະລັດ ໄດ້ທຳການໂຈມຕີທາງອາກາດສອງ ຄັ້ງໃນເມືອງ Sangin, ແຂວງ Helmand ​ເມື່ອວັນທີ 23 ທັນວາວານນີ້, ​ໃນການຂົ່ມຂູ່ຕໍ່ ກອງກຳລັງ.”

ໃນວັນອັງຄານທີ່ຜ່ານມາ, ປະເທດອັງກິດໄດ້ສົ່ງທີ່​ປຶກສາ​ດ້ານທະຫານຈຸ​ນ້ອຍໆ​ຈຳນວນ​ນຶ່ງ ໄປຍັງເຂດທີ່ມີການຂັດແຍ້ງ ເພື່ອຊ່ວຍເຫຼືອກອງກຳລັງອັຟການິສຖານ ​ໃນ​ການ​ເສີມ​ກຳລັງ ແລະ ການສື່ສານທີ່ດີກ່ວາ​ເກົ່າ ໃນການປະຕິບັດການຂອງພວກເຂົາເຈົ້າ ເພື່ອຂັບ​ໄລ່ພວກ ຕາລີບານ ອອກຈາກເມືອງ Sangin ແລະ ອີກຫຼາຍໆເມືອງໃນແຂວງທີ່ມີຊື່ສຽງບໍ່​ດີ ກ່ຽວ​ກັບ ການປູກຝິ່ນ.

ໂຄສົກຂອງພວກຕາລີບານ ໄດ້ກ່າວໃນວັນພຸດວານນີ້ວ່າ ນັກຮົບຂອງຕົນ ໄດ້​ເຂົ້າຄວບຄຸມ ເມືອງ Sangin ຢ່າງເຕັມທີ່​ແລ້ວ ຫຼັງຈາກການຕໍ່ສູ້ກັນຫຼາຍມື້. ເປັນໄປໄດ້​ຍາກທີ່ຈະ​ໃຫ້ການ ຢືນຢັນຕໍ່ການກ່າວອ້າງຂອງ​ພວກ​ຕາ​ລີ​ບານຢ່າງ​ເປັນອິດສະຫຼະ ກ່ຽວກັບການຕໍ່ສູ້ຄັ້ງຫຼ້າສຸດນີ້.

Your browser doesn’t support HTML5

Afghan Fighting