ເນໂຕ້ ເປັນຫ່ວງ ກ່ຽວກັບ ການບາດເຈັບ ຂອງ ກຳລັງອັຟການິສຖານ ໃນສະໜາມລົບ

ກຳລັງພິເສດອັຟການິສຖານ ພາກັນຕຽມສູ້ລົບ ກັບພວກກະບົດ Taliban ຢູ່ນອກເມືອງ Lashkar Gah ໃນແຂວງ Helmand ປະເທດ Afghanistan.

ໂຄສົກ​ຄົນ​ນຶ່ງຂອງ​ກຳລັງ​ແນວ​ໂຮມ​ນາໆ​ຊາດພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ ຢູ່​ໃນ​ອັຟກາ​ນິສ​ຖານ​ກ່າວ​ວ່າ ຕົນມີ​ຄວາມ​ເປັນ​ຫວ່ງກ່ຽວ​ກັບ​ຈຳນວນ​ກຳລັງ​ຮັກສາ​ຄວາ​ມປອດ​ໄພ​ອັຟກາ​ນິສຖານທີ່​ໄດ້​ຮັບ​ບາດ​ເຈັບລົ້ມຕາຍ ​ໃນ​ການ​ສູ້​ລົບ​ຫວ່າງ​ມໍ່ໆ​ມານີ້ກັບພວກ​ກະ ບົດ Taliban.

ອີງ​ຕາມ​ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງຖິ່ນ​ແລ້ວ ມີທະຫານ​ຂອງ​ກອງທັບ​ແຫ່ງ​ຊາດ​ແລະ​ກຳລັງ​ຮັກ ສາ​ຄວາມ​ປອດ​ໄພອັ​ຟກາ​ນິສຖານ ຫລື ANDSF ຫລາຍ​ກວ່າ 100 ຄົນ​ໄດ້​ເສ​ຍຊີ​ວິດ​ໃນ​ສອງ​ອາທິດ​ທີ່​ຜ່ານ​ມານີ້​ໃນ​ຂະນະປ້ອງ​ກັນ​ເມືອງ Lashkar Gah ທີ່ຢູ່​ໃນພາກ​ໃຕ້​ຂອງ​ປະ​ເທດ ​ແລະ​ອີກ​ຫລາຍ​ສິບ​ຄົນ​ໄດັຮັບ​ບາດ​ເຈັບ.

ພວກ​ກະບົດ Taliban ຫວ່າ​ງບໍ່​ເທົ່າ​ໃດ​ມື້ທີ່​ຜ່ານມານີ້​ໄດ້​ທຳ​ການ​ໂຈມ​ຕີ​ຊໍ້າ​ແລ້ວ​ຊໍ້າ​ອີກ ຕໍ່​ເມືອງຫລວງ​ຂອງ​ແຂວງ Helmand ບ່ອນ​ທີ່​ລັດຖະບານ​ອັຟການິສ ຖານຄວບ​ຄຸມ​ຢ່າງ​ເຕັມທີ່ ​ແຕ່​ພຽງ​ສອງ​ເມືອງ ​ໃນ​ຈຳນວນທັງ​ໝົດ 14 ເມືອງ.

ນາຍ​ພົນ​ຈັດຕະວາ Charles Cleveland ​ໂຄສົກຂອງກຳລັງ​ອົງການ NATO ​ຢູ່ໃນ​ອັ​ຟ ກາສິ​ນຖານ ກ່າວ​ວ່າ “ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ຈຳນວນ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຂອງກຳລັງ ANDSF ​ແລະ​ມັນ​ເປັນ​ສິ່ງ​ທີ່​ພວກ​ເຮົາ​ເຮັດ​ວຽກ​ຢ່າງ​ໃກ້ຊິດ​ກັບ​ຄູ່​ຕຳ​ແໜ່​ງ ອັຟການິສຖານ​ເພື່ອ​ແກ້​ໄຂບັນຫານີ້.”

ທ່ານ​ໄດ້​ກ່າວ​ຕໍ່ VOA ວ່າ ກຳລັງອັຟກາ​ນີສຖານ “ບໍ່​ໄດ້​ແຕກ ຫລືພັງທະລາ​ຍ” ​ເຖິງແມ່ນ​ວ່າ​ໄດ້​ຮັບ​ບາດ​ເຈັບຢ່າງ​ໜັກ​ໃນ​ປີ 2015 ​ແລະແທນ​ທີ່​ພວກ​ເຮົາ​ມີ​ຄວາມ​ສາມາດ “ສ້າງ​ສະມັດ​ຖະພາບ​ຄືນ​ໃໝ່” ​ເພື່ອຄວບ​ຄຸມພື້ນ​ທີ່​ໃນ​ລະຫວ່າງ​ການ​ສູ້​ລົບກັບ​ພວກະບົດ Taliban ​ໃນ​ປີ​ນີ້.

ນາຍ​ພົນ Cleveland ​ໄດ້​ກ່າວ​ເພີ້ມອີກ​ວ່າ “ປີ​ນີ້ ກຳລັງ ANDSF ປະສົບ​ຜົນ ສຳ​ເລັດໃນ​ການ​ບຸກ​ໂຈມ​ຕີ ​ແລະ​ເຖິງ​ແມ່ນ​ວ່າ​ມີ​ການ​ສູ້​ລົບທີ່​ຍາກ​ລຳບາກ ​ແລະ​ໄດ້​ຮັບ​ບາດ​ເຈັບ ​ແຕ່ກໍ​ໄດ້​ສຳ​ເລັດ​ໃນ​ການ​ປ້ອງ​ກັນ ​ທຸກ​ເມືອງ​ເອກ​ຂອງ​ແຂວງ. ​ໃນ​ຂະ​ນະ​ທີ່​ພວກ​ເຮົາ​ເຄື່ອນ​ຍ້າຍ​ເຂົ້າ​ສູ່​ລະ​ດູ​ໜາວ​ຈະ​ມາ​ເຖິງ​ນີ້ ພວກ​ເຮົາ​ອີກ​ຄັ້ງ​ນຶ່ງ​ຈະ​ປະຕິບັດ​ງານ​ຢ່າງ​ໜັກ​ກັບກຳລັງ ANDSF ​ເພື່ອ​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ການ​ເກນແລະ​ເຝິກ​ແອບ​ກຳລັງ​ໃໝ່.

ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ຫລັງຈາກການວາງລະເບີດສະຫລະຊີບ ທີ່ເມືອງ Lashkar Gah ໃນແຂວງ Helmand.

ການ​ປະ​ຕິ​ບັດ​ງານ​ຂອງກຳລັງ​ເນ​ໂຕ້ ໜ້າ​ທີ່​ກໍ​ຄື​ໃຫ້​ການ​ເຝິກ​ແອບ ​ໃຫ້​ຄຳ​ແນະນຳ ​ແລະ ການ​ຊ່ວຍ​ເຫລືອແກ່ກຳລັງ​ຮັກ​ສາ​ຄວາມ​ປອດ​ໄພ​ອັຟກາ​ນິສຖານ.

ສ່ວນໃຫຍ່​ຂອງການ​ໄດ້​ຮັບບາດ​ເຈັບ​ເກີດ​ຂຶ້ນ ຫລັງ​ຈາກ​ພວກ​ກະບົດ​ Taliban ​ໄດ້​ເລີ້​ມ ທຳການ​ໂຈມ​ຕີ​ຄັ້ງ​ໃຫຍ່​ຕໍ່​ເມືອງ Lashkar Gah ​ໃນ​ວັນ​ຈັນ​ທີ່​ຜ່າ​ນມາຊຶ່ງ​ພວກ​ເຂົາ​ໄດ້​ບຸກ​ເຂົ້າໄປ​ສູ່່ບາງ​ເຂດ​ຂອງເມືອງ. ​ໃນ​ຂະນະ​ທີ່​ການ​ໂຈ​ມຕີ​ດຳ​ເນີນ​ຢູ່​ນັ້ນ ​ໄດ້​ມີການວາງ​ລະ​ເບີດ​ລົດສະຫລະ​ຊີບ​ຢ່າງ​ໃຫຍ່ຢູ່​ໃນ​ເມືອງເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 40 ຄົນຮວມທັງ​ຕຳຫຼວດ ​ແລະມີຜູ້​ໄດ້​ຮັບ​ບາດ​ເຈັບ​ອີກ​ຫລາຍ​ຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ