ລັດອິສລາມ ໂຈມຕີ ກອງ​ບັນຊາ​ການ ຕຳຫຼວດ ປະ​ຈຳ​ເຂດ ຢູ່ອັຟການິສຖານ

Belarus Interior Ministry soldiers take part in the qualifying examinations for the "Madder Beret" in the village of Volovshchina, outside Minsk.

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ໄດ້​ສັງຫານ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ຢ່າງ​ໜ້ອຍຫົກ​ຄົນ ຮວມທັງ​ຜູ້​ບັນຊາ​ການ​ຕຳຫລວດປະ​ຈຳ​ເຂດ ​ໃນ​ການ​ໂຈມ​ຕີ​ຕອນ​ເຊົ້າມືດ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນິສຖານ.

ການ​ໂຈມ​ຕີກອງ​ບັນຊາ​ການ​ຕຳຫລວດ ທີ່​ເມືອງ Haska Mena ​ໃນແຂວງ Nangarhar ທີ່​ມີ​ຊາຍ​ແດນ​ຕິດກັບ​ປາ​ກິ​ສຖານ ​ໄດ້​ພາ​ໃຫ້ມີ​ການ​ສູ້​ລົບ​ກັນຢ່າງ​ໜັກ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ ທີ່​ເຮັດໃຫ້​ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ​ຫລື Daesh ຢ່າງ​ໜ້ອຍ 15 ຄົນ​ເສຍ​ຊີວິດ​ແລະເຈັດ​ຄົນ​ໄດ້​ຮັບ​ບາດ​ເຈັບ ອີງ​ຕາມ​ໂຄສົກ​ຂອງລັດຖະບານ​ໃນແຂວງ​ດັ່ງກ່າວ ທີ່ໄດ້ໃຊ້​ຊື່​ຫຍໍ້​ເປັນ​ພາສາ​ອາ​ຮັບຂອງ ກຸ່ມ​ລັດ​ອິສລາມ.

ການ​ສົ່ງ​ກຳລັງກອງ​ໜູນ​ໄປ​ເຖິງ​ທັນ​ເວລາ ​ໄດ້​ຊ່ວຍໃຫ້ກຳລັງ​ອັຟກາ​ນິສຖານ​ເອົາ​ຊະນະ​ພວກ​ບຸກ​ໂຈມ​ຕີ ທ່ານ Attaullah Khogyani ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ ໂດຍ​ເວົ້າວ່າ ເຖິງ​ແມ່ນມີເຈົ້າ​ໜ້າ​ທີ່​ຕຳຫລວດ​ຢ່າງ​ໜ້ອຍຫົກ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ສື່​ມວນຊົນ ແລະ​ປະຊາຊົນ​ໃນ​ເຂດ​ທ້ອງ​ຖິ່ນ ​ເຖິງ​ຢ່າງ​ໃດ​ກໍ​ດີ ​ໄດ້​ລາບ​ງານ​ວ່າ ​ເຈົ້າໜ້າ​ທີ່​ຮັກສາ​ຄວາ​ມປອດ​ໄພ​ຢ່າງ​ໜ້ອຍ 11 ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະ​ອີກ​ຫົກ​ຄົນ​ຂອງ​ຈຳນວນ​ດັ່ງກ່າວ​ແມ່ນ​ມີ​ “ອາການ​ສາຫັດ.” ພວກ​ຜູ້​ໂຈມ​ຕີ​ທີ່​ຕິດອາ ວຸດ​ໜັກ ມີ​ລາຍ​ງານ​ວ່າ ​ສາມາດ​ເລັດ​ລອດ​ເຂົ້າ​ໄປ​ໃນກ​ອງບັນຊາ​ການ​ຕຳຫຼວດ ໃນ​ການໂຈມ​ຕີ​ຢ່າງ​ບໍ່​ຄາດ​ຝັນ ​ກ່ອນຈະ​ຖືກ​ຂັບໄລ່ໃຫ້​ແຕກ​ຖອ​ຍໄປ.

ສ່ວນ​ທີ່​ເມືອງ Rodat ​ຊຶ່ງ​ຕັ້ງຢູ່ໃກ້ໆ​ນັ້ນ ລະ​ເບີດ​ທີ່​ເຮັດ​ເອົາ​ເອງຊຶ່ງຖືກວາງ​ໄວ້ຢູ່​ໃນ​ວັດອິສລາມ​ແຫ່ງ​ນຶ່ງໄດ້​ແຕກ​ຂຶ້ນ ​ໃນລະຫວ່າງ​ພິທີ​ສູດ​ມົນ ​ໃນ​ວັນ​ສຸກວານນີ້ ​ເຮັດ​ໃຫ້ຜູ້ໄຫວ້​ພະເສຍ​ຊີວິດ​ຢ່າງ​ໜ້ອຍສີ່​ຄົນ ​ແລະໄດ້​ຮັບ​ບາດ​ເຈັບ​ຫລາຍ​ກວ່າ 70 ຄົນ. ຜູ້ນຳ​ພາໃນ​ການສູດ​ມົນ ​ຮວມ​ຢູ່​ໃນຈຳນວນ​ຜູ້​ເສຍຊີວິດ.

ສ​ະຫະປະຊາ​ຊາດ​ໄດ້​ປະນາມ​ການ​ແນເປົ້າໝາຍໃສ່​ພົນ​ລະ​ເຮືອນວ່າ​ ເປັນ​ການ​ກໍ່ອາຊະ​ຍາ​ກຳ​ສົງຄາມ ​ແລະ​ທວງ​ໃຫ້​ນຳ​ເອົາ​ໂຕ​ພວກ​ຮັບ​ຜິດຊອບມາ​ລົງ​ໂທດ.

ກຸ່ມ​ຫົວ​ຮຸນ​ແຮງທາ​ລິ​ບານ ​ໄດ້​ປະຕິ​ເສດວ່າ ຕົນ​ບໍ່​ໄດ້ຢູ່​ເບື້ອງ​ຫລັງຂອງການວາງ​ລະ​ເບີດຄັ້ງນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ