ອັຟການິສຖານ ໄວ້ທຸກ ໃຫ້ພວກເຄາະຮ້າຍ ຍ້ອນເຫດລະເບີດ ທີ່ນະຄອນຫຼວງ

ພວກຜູ້ຊາຍທີ່ບາດເຈັບ ນອນຢູ່ເທິງຕຽງ ຂອງໂຮງໝໍຄຸ້ມ Wazir Akbar Khan ໃນນະຄອນຫຼວງກາບູລ. (31 ພຶດສະພາ 2017)

ອັຟກາ​ນິສຖານ​ໄວ້ອາ​ໄລ​ ​ໃນ​ວັນ​ພະຫັດ​ມື້ນີ້ ໃຫ້​ແກ່​ພວກ​ເຄາະ​ຮ້າຍຈາກ​ການ​ໂຈມ​ຕີ​
ດ້ວຍລະ​ເບີດລົດບັນທຸກ​ຂະໜາດ​ແຮງ​ ທີ່​ໄດ້​ແຕກ​ຂຶ້ນ ໃນ​ຄຸ້ມ​ພວກ​ນັກ​ການ​ທູດ ຢູ່ນະ
ຄອນຫຼວງກາບູລທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 90 ຄົນແລະ​ໄດ້​ຮັບບາດ​ເຈັບ​ອີກ​
ຫຼາຍກວ່າ 400 ຄົນ.

​ເຫດ​ລະ​ເບີດ​ໄດ້​ແຕກຂຶ້ນທີ່​ຄຸ້ມ Wazir Akbar Khan ​ໃນ​ເຂດ​ໃຈກາງ​ນະຄອນຫຼວງ
ກາ​ບູລ ຊຶ່ງ​ເປັນ​ທີ່​ຕັ້ງຂອງ​ສະຖານທູດ​ຕ່າງປະ​ເທດ ​ແລະ​ໂຮງການ​ຕ່າງໆ​ຂອງລັດຖະ
ບານ ໂດຍ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ ໃຫ້​ແກ່​ລົດ​ຫຼາຍສິບ​ຄັນ ​ແລະ​ຕຶກ​ອາຄານ ທີ່​ຕັ້ງຢູ່
​ອ້ອມ​ແອ້ມ. ​ເຈົ້າໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ ລະເບີດໄດ້ຖືກເຊື່ອງໄວ້ຢູ່​ໃນຖັງນໍ້າ.

ພວກເຄາະ​ຮ້າຍ​ສ່ວນ​ໃຫຍ່​ແມ່ນ​ພົນລະ​ເຮືອນ ​ແຕ່​ພວກ​ທີ່​ເສຍ​ຊີວິດແມ່ນ​ຮວມທັງ​ເຈົ້າ
ໜ້າ​ທີ່​ຮັກສາ​ຄວາ​ມປອດ​ໄພ ​ທີ່​ເປັນ​ຊາວ​ອັຟກາ​ນິສຖານ ​ປະຈຳສະ​ຖານ​ທູດຕ່າງໆ.

ຍັງ​ບໍ່​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບໃນ​ການ​ໂຈມ​ຕີ​ດັ່ງກ່າວ​ນີ້ເທື່ອ.

ອົງການ​ສືບ​ລັບ ​ຂອງ​ອັຟກາ​ນິສຖານຫຼື NDS ກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ໂດຍ
​ຖິ້ມ​ໂທດ​ໃສ່​ຕາໜ່າງຮັກ​ກາ​ນີ ຊຶ່ງ​ມີ​ຖານ​ປະຕິບັດ​ງານ​ ຢູ່​ໃນ​ປາ​ກິ​ສຖານ ທີ່​ເປັນ​ເພື່ອນ​
ບ້ານ ​ແລະ​ສູ້​ລົບ​ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ພວກ​ຕາ​ລີ​ບານ. ອົງການ​ສືບ​ລັບ​ອັຟກາ​ນິສຖານ
ຍັງ​ໄດ້​ກ່າວ​ຢ້ຳວ່າ ໜ່ວຍ​ສືບ​ລັບ​ປາ​ກິ​ສຖານເປັນ​ຜູ້​ຊ່ອຍ​ ວາງ​ແຜນ​ໂຈມ​ຕີຄັ້ງນີ້.

​ເຈົ້າໜ້າ​ທີ່​ອັຟກາ​ນິສຖານ​ເຄີຍ​ຖິ້ມ​ໂທດ​ມາ​ແລ້ວ​ກ່ອນ​ໜ້ານີ້ ​ໃສ່​ອິສລາມາ​ບັດ​ວ່າ​ເປັນ
​ຜູ້ອຳນວຍ​ຄວາມ​ສະດວກ​ໃນ​ການ​ໂຈມ​ຕີ​ຂອງ​ພວກ​ກະບົດຢູ່​ທີ່​ປະ​ເທດ​ຂອງພວກ​ເຂົາ
ເຈົ້າ ຊຶ່ງ​ເປັນ​ຂໍ້​ຫາ​ທີ່​ເຈົ້າໜ້າ​ທີ່​ປາ​ກິ​ສຖານ​ໄດ້​ປະຕິ​ເສດໄປ​ແລ້ວ.

ກຸ່ມ​ຕາ​ລີ​ບານ ໄດ້​ປະຕິ​ເສດ​ວ່າ ຕົນ​ບໍ່​ມີ​ສ່ວນ​ພົວພັນ​ ໂດຍເວົ້າວ່າ ຕົນ​ບໍ່​ມີ​ສ່ວນ​ກ່ຽວ
​ຂ້ອງ​ໃດໆໃນ​ການ​ວາງ​ລະ​ເບີດເມື່ອ​ວັນ​ພຸດ​ວານ​ນີ້ຫຼື​ການ​ໂຈມ​ຕີ​ໃດໆທີ່​ແນ​ເປົ້າໝາຍ​
ໃສ່​ພົນລະ​ເຮືອນ. ພວກ​ກະບົດດັ່ງກ່າວ ​ເມື່ອ​ໄວໆ​ມານີ້ ໄດ້​ເພີ່ມທະວີ​ການ​ໂຈມ​ຕີ ໃສ່
ກຳລັງ​ຮັກສາ​ຄວາມ​ສະຫງົບ​ອັຟກາ​ນິສຖານໂດຍ​ໄດ້​ສັງຫານ​ແລະ​ເຮັດ​ໃຫ້​ກຳລັງ​ອັຟ
ກາ​ນິສຖານ​ບາດ​ເຈັບຫຼາຍຂຶ້ນ.

ກຸ່ມ​ລັດ​ອິສລາມ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ທີ່​ສຳຄັນໆ​ຕໍ່​ເປົ້າໝາຍ
ໃນ​ອັຟການິສຖານ ​ໃນ​ໄລຍະ​ສອງ​ສາມ​ເດືອນ​ຜ່ານ​ມານີ້ ຮວມທັງ ​ການໂຈມ​ຕີ​ສະຫຼະ
ຊີບ​ທີ່​ຮ້າຍ​ແຮງ ຕໍ່​ໂຮງໝໍ​ທະຫານ​ໃນ​ນະຄອນຫຼວງກາ​ບູລ ​ເມື່ອເດືອນມີນາ​ຜ່ານ​ມານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ