ປະຊາຊົນ 3 ຄົນ ເສຍຊີວິດ ໃນເຫດວາງລະເບີດ ສະຫຼະຊີບ ໃກ້ກັບສະໜາມບິນ ຄາບູລ

ກຳລັງຮັກສາຄວາມປອດໄພ ອັຟການິສຖານ ແລະຕ່າງປະເທດ ເຝົ້າຍາມເບິ່ງ ບ່ອນການວາງລະເບີດສະລະຊີບ ໃນລົດ ໃກ້ກັບ ສະໜາມບິນ ຄາບູລ ວັນທີ 17 ພຶດສະພາ,2015.

ບັນດາ​ເຈົ້າ​ໜ້າທີ່​ອັຟກາ​ນິສຖານ ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະ
ຫຼະ​ຊີບ​ໃນ​ລົດ​ຄັນ​ໜຶ່ງ ທີ່​ແນ​ເປົ້າ​ໝາຍ​ໃສ່​ຂະ​ບວນລົດຕ່າງປະ
​ເທດ​ຂະ​ບວນ​ໜຶ່ງ ​ໄດ້​ທຳ​ການ​ໂຈມ​ຕີ ​ຢູ່​ໃກ້ໆ​ກັບ​ສະໜາມ​ບິນ
​ສາກົນ​ຂອງ​ນະຄອນຫລວງ​ຄາ​ບູລ ເຮັດ​ໃຫ້ ​ຢ່າງ​ໜ້ອຍ 3 ຄົນ
​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ​ຕື່ມ​ອີກ​ຫຼາຍ​ຄົນ ​ສ່ວນໃຫຍ່​
ແມ່ນ​ພວກ​ທີ່​ຢືນ​ຢູ່​ໃນ​ຂ້າງ​ຖະໜົນ.

ກຸ່ມ​ຕາ​ລີ​ບັນ ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​
ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້.

ກະຊວງ​ພາຍ​ໃນ ກ່າວ​ວ່າ ການລະ​ເບີດ​ດັ່ງກ່າວ ​ໄດ້​ສັງຫານ​
ຢ່າງ​ໜ້ອຍ​ແມ່ຍິງ 2 ຄົນ ທີ່​ໄດ້​ຢືນ​ຢູ່​ທາງ​ຂ້າງ​ຖະໜົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ຕື່ມ​ອີກ​ປະມານ
20 ຄົນ ຮວມທັງ​ພວກ​ເດັກນ້ອຍ​ ແລະ​ແມ່ຍິງ​ຫຼາຍ​ຄົນ.

ຜູ້​ວາງ​ລະ​ເບີດ​ໄດ້​ຈູດ​ກະນວນ​ລະ​ເບີດ ​ທີ່​ບັນທຸກ​ໄວ້ເຕັມລົດ Toyota ຂອງ​ຜູ້ກ່ຽວ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ລົດຊາວ​ຕ່າງປະ​ເທດຄັນ​ໜຶ່ງ ​ແລະ​ລົດພົນລະ​ເຮືອນ​ອີກ 2 ຄັນ. ໜ່ວຍ​ຕຳຫຼວດຂອງ​ສະຫະພາບ​ຢູ​ໂຣບ ​ໃນ​ອັຟກາ​ນິສຖານ ກ່າວ​ວ່າ ລົດ​ຄັນ​ໜຶ່ງ​ຂອງ​ພວກ​ຕົນ​ໄດ້ຮັບ​ຄວາມ​ເສຍ​ຫາຍ​ຈາກການ​ໂຈມ​ຕີ​ຄັ້ງ​ນີ້ ​ແລະ​ຢືນຢັນ​ວ່າ ຄົນ​ໜຶ່ງ​ຢູ່​ໃນ​ລົດ​ຄັນ​ດັ່ງກ່າວ ​ໄດ້​ເສຍ​ຊີວິດ ​ແລະ​ອີກ 3 ຄົນ ​ໄດ້​ຮັບ​ບາດ​ເຈັບ ແຕ່ບໍ່​ຢູ່​ໃນ​ຂັ້ນຮ້າຍ​ແຮງ​ເຖິງ​ແກ່​ຊີວິດ.

Your browser doesn’t support HTML5

Afghanistan suicide bombing