ຕຳຫຼວດ ອັຟການິສຖານ ຢ່າງໜ້ອຍ 100 ຄົນ ໄດ້ໂຕນໜີ ໄປຮ່ວມ ພວກຕາລີບານ

ບັນດາຕຳຫຼວດ ອັຟການິສຖານ ພວມຍາມເບິ່ງ ສະຖານທີ່ ຂອງການປະທະກັນກັບພວກປະທ້ວງ ໃນນະຄອນຫຼວງ ກາບູລ, ວັນທີ 31 ມັງກອນ 2015.

ມີ​ຕຳຫຼວດ ອັຟກາ​ນິສ​ຖານ ​ແລະ ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ເຂ​ດຊາຍ
​ແດ​ນຢ່າງ​ໜ້ອຍ 100 ຄົນ​ໄດ້ໂຕນໜີເຂົ້າ​ໄປ​ຮ່ວມນຳ​ ກຸ່ມພວກ
ຕາ​ລີ​ບານ ​ໃນ​ການ​ຍອມ​ແພ້​ຄັ້ງ​ໃຫຍ່ທີ່​ສຸດ ຕັ້ງ​ແຕ່​ກຳລັງ​ທະ​ຫານ
NATO​ແລະ ສຫລ ​ໄດ້​ສິ້ນ​ສຸດ​ພາລະກິດ ​ການ​ຕໍ່ສູ້​ໃນ​ທ້າຍ​ຂອງ
​ປີ​ທີ່​ຜ່ານ​ມາ.

ກຳລັງ​ຮັກສາຄວາມ​ປອດ​ໄພ ອັ​ຟກາ​ນິສຖານ ​ໄດ້​ຍອມ​ຈຳນົນ​ໃນ
​ຕອນແລງ​ຂອງ​ວັນ​ເສົາ​ທີ່​ຜ່ານ​ມາ ຫຼັງ​ຈາກ​ໄດ້​ປະທະ​ກັນ​ກັບ​ພວກ
​ທະຫານ ຕາ​ລິ​ບານ ​ເປັນ​ເວລາ 3 ມື້ ຢູ່​ທີ່​ຖານ​ທີ່​ໝັ້ນ Tirgara ​
ໃນ​ແຂວງ Badakshan, ຢູ່​ເຂດ​ຊົນນະບົດ​ຂອງ​ພາກ​ຕາ​ເວັນ​ອອກ
ສຽງ​ເໜືອ ຂອງ​ປະ​ເທ​ດ. ຜູ້​ບັນຊາ​ກາ​ນຕຳຫຼວດ​ທ້ອງ​ຖິ່ນ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ທີ່ໄດ້ໂຕນໜີ, ​ມອບ​ອາວຸດ ​ແລະ ລູກ​ກະສຸນ​ຕ່າງໆທັງໝົດໃຫ້​ພ້ອມ.

ຫົວ​ໜ້າສະພາ​ຂອງ​ແຂວງ ທ່ານ Abdullah Naji Nazari ​ໄດ້​ກ່າວ​ວ່າ, “ບໍ່​ມີ​ກຳລັງ​ເສີມ​ຖື​ກສົ່ງ​ໄປຊ່ວຍ​ເຫຼືອ​ຕຳຫຼວດ​ຢູ່​ຖານ​ທີ່ໝັ້ນ​ເປັນ​ເວລາ​ສາມ​ມື້ ໃນ​ເວລາ​ທີ່​ພວກ​ເຂົາ​ຕົກ​ຢູ່​ພາຍ​ໃຕ້​ການ​ໂ​ຈມ​ຕີ ​ແລະ ​ໃນ​ທີ່​ສຸດ​ພວກ​ເຂົາ​ກໍບໍ່​ມີ​ທາງ​ເລືອກ​ອື່​ນ: ພວກ​ເຂົາ​ຈຶ່ງໄດ້​ເຂົ້າ​ຮ່ວມ​ກັບພວກ ຕາ​ລິ​ບານ​.”