9 ຄົນເສຍຊີວິດ ຍ້ອນລະເບີດສະລະຊີບ ທີ່ອັຟການິສຖານ (ເບິ່ງສະໄລດ໌)

  • ສິງ ບູຣົມມະວົງ

ພວກທະຫານອັຟການິສຖານ ຮັກສາຄວາມປອດໄພ ຢູ່ບ່ອນເກີດເຫດວາງລະເບີດສະລະຊີບ ທີ່ທາງເຂົ້າ ສະໜາມບິນເມືອງ Jalalabad, ແຂວງ Nangarhar ໃນພາກຕາເວັນອອກຂອງອັຟການິສຖານ, ວັນທີ 27 ກຸມພາ 2012.

ຕໍາຫລວດ​ອັຟກາ​ນິສຖານ​ກ່າວ​ວ່າ ປະຊາຊົນ 9 ຄົນ​ເສຍຊີວິດຍ້ອນການວາງລະ​ເບີດ
ສະລະ​ຊີ​ບໃນ​ລົດຄັນ​ນຶ່ງ ​ຢູ່​ນອກ​ສະໜາມ​ບິນ​ແຫ່ງ​ນຶ່ງທີ່​ໃຊ້​ສໍາລັບ​ພວກ​ຖ້ຽວ​ບິນ​ພົນລະ​
ເຮືອນ​ແລະທະຫານ​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນິສຖານ.

ອີກ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການວາງລະ​ເບີດ​ດັ່ງກ່າວໃນ​ເຊົ້າ​ວັນ​ຈັນ​ມື້​ນີ້ ຢູ່​ທາງ​
ເຂົ້າສະໜາມ​ບິນ​ເມືອງ Jalalabad ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ແຂວງ​ກ່າວ​ວ່າ ປາກົດ​ວ່າ ພວກ​ທີ່ເສຍ​ຊີວິດ​ແລະ​ບາດ​ເຈັບສ່ວນ​ຫລາຍ
ແມ່ນ​ພວກ​ພົນລະ​ເຮືອນ. ມີຄົນ​ຍາມ​ສະໜາມ​ບິນ 2 ຄົນ​ແລະ​ທະຫານ​ຄົນ​ນຶ່ງ​ ​ຮວມຢູ່​
ໃນພວກ​ທີ່​ເສຍ​ຊີວິດ​.

ກຸ່ມ​ຕາ​ລີ​ບັນ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ທີ່ເກີດຂຶ້ນ​ໃນ​ເວລາ​ບໍ່​
ເທົ່າ​ໃດ​ມື້​ ຫລັງ​ຈາກ​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ​ໃນ​ທົ່ວອັຟການິສຖານ ​ທີ່​ເປັນ​ການ​ຕອບ​ໂຕ້​
ຕໍ່​ການ​ທີ່​ທະຫານເນ​ໂຕ້ໄດ້ຈູ​ດ​ເຜົາພະ​ຄໍາ​ພີ​ກູຣານທີ່​ຖານ​ທັບ​ອາກາດ Bagram ຊຶ່ງ​ນັບ
ແຕ່ນັ້ນມາ ກໍ​ໄດ້ມີ​ຫລາຍກວ່າ 30 ຄົນເສຍຊີວິດ​ ຮວມທັງ​ທະຫານ​ສະຫະລັດ 4 ຄົນ​ໃນ
ການ ​ປະ​ທ້ວງ​ຫລາຍໆ​ບັ້ນ​ຕິດ​ຕໍ່​ກັນ.

ໃນວັນອາທິດ​ວານ​ນີ້ ທາງ​ການ​ອັຟກາ​ນິສຖານ​ໄດ້​ເລີ້ມ​ຊອກ​ຄົ້ນ​ຫາເຈົ້າໜ້າ​ທີ່​ສືບ​ລັບ​ອັຟ
ກາ​ນິສຖານ​ຄົນ​ນຶ່ງ​ຢ່າງ​ຂຸ້ນຂ້ຽວ ທີ່ທາງ​ການ​ສົງ​ໄສ​ວ່າ ເປັນ​ຜູ້ສັງຫານ​ນາຍ​ທະຫານ​ສະ
ຫະລັດ 2 ຄົນ​ໃນ​ວັນ​ເສົາ​ຜ່ານ​ມາ ທີ່​ ກະຊວງ​ພາຍ​ໃນ​ຂອງ​ອັຟກາ​ນິສຖານ​ ໃນ​ກຸງ​ຄາ​ບູລ
ນັ້ນ.

ໄດ້​ມີ​ການ​ພົບ​ເຫັນ​ສົບ​ຂອງ​ນາຍ​ທະຫານ​ສອງ​ຄົນ​ນີ້​ໃນ​ຫ້ອງການ​ແຫ່ງນຶ່ງ​ທີ່​ລ໊ອກປະຕູ​ໄວ້
ຊຶ່ງ​ບໍ່​ມີ​ໃຜ​ເຂົ້າໄປໄດ້​ ນອກຈາກ​ຄົນທີ່​ຮູ້ຈັກນໍາ​ເບີ​ກະ​ແຈລ໊ອກ​ເທົ່າ​ນັ້ນ.

ປະທານາທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນິສຖານ​ໄດ້​ກ່າວ​ເຖິງ​ເລື້ອງ​ການ​ຍິງ​ກັນ​ຕາຍ
ນີ້​ໃນ​ວັນ​ອາທິດ​ວານ​ນີ້​ໃນ​ກຸງ​ຄາ​ບູລ ​ແລະ​ຮຽກ ຮ້ອງ​ໃຫ້​ປະຊາຊົນ​ຢູ່​ໃນ​ຄວາມ​ສະຫງົບ.
ທ່ານKarzai ກ່າວ​ວ່າທ່ານ​ມີ​ຄວາມ​ເສຍ​ໃຈ​ນໍາ​ພວກ​ທີ່​ເສຍ​ຊີວິດ​ໄປ​ນັ້ນ ​ແລະ​ໄດ້ສົ່ງ​ຄວາມ​
ໂສກ​ເສົ້າ​ສະ​ຫລົດ​ໃຈ​ໄປ​ຍັງ​ພວກ​ຄອບຄົວ​ຂອງ​ພວກ​ທີ່​ເສຍ​ຊີວິດ​.

ໃນ​ວັອາທິດ​ວານ​ນີ້ ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ເສຍ​ຊີວິດ ​ແລະ​ທະຫານ​ອາ​ເມຣິກັນ 7 ຄົນ​ໄດ້​ຮັບ​
ບາດ​ເຈັບ​ຈາກ​ການ​ໂຈມ​ຕີ​ດ້ວຍລະ​ເບີ​ດມື​ທີ່​ຖານ​ທັບແຫ່ງ​ນຶ່ງ​ຂອງ​ສະຫະລັດ​ໃນ​ແຂວງ
Kunduz ​ໃນ​ພາກເໜືອ​ຂອງ​ອັຟກາ​ນິສຖານ.