ທ່ານຜູ້ຟັງທີ່ເຄົາລົບສໍາລັບລາຍການສຶກສາຂອງພວກເຮົາມື້ນີ້ ຈະນຳເອົາຫົວຂໍ້ກ່ຽວກັບທຶນການສຶກສາຂັ້ນປະລິນຍາໂທຂອງສະຫະລັດທີ່ມີສາມພາກ ຊຶ່ງມື້ນີ້ພວກເຮົາຈະນຳເອົາພາກທີ 2 ທີ່ເວົ້າເຖິງການກະກຽມເພື່ອເສັງເອົາທຶນທີ່ທຶນຟູລໄບຣ (Fulbright) ຊຶ່ງເປັນທຶນການສຶກສາໃນອັນດັບຕົ້ນໆ ຂອງໂລກ. ອະດີດນັກສຶກສາສອງທ່ານທີ່ເຄີຍໄດ້ຮັບທຶນດັ່ງກ່າວ ຈະມາເລົ່າເຖິງວິທີກະກຽມເພື່ອຊິງເອົາທຶນອັນສຳຄັນນີ້ຂອງເຂົາເຈົ້າໃຫ້ບັນດາທ່ານຟັງ ຊຶ່ງບົວສະຫວັນຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍການການສຶກສາທີ່ເວົ້າເຖິງການກະກຽມເພື່ອຊິງເອົາທຶນຟູລໄບຣ ຂອງລັດຖະບານ ສຫລ
ທ່ານທູດປີເຕີ ແລະ ພັນລະຍາ ທ.ນ. ດຸສະດີ ພົບກັບຜູ້ໄດ້ຮັບທຶນການສຶກສາ Fulbright ແລະ Humphreyໃນປີ 2022 ໄປສຶກສາປະລິນຍາໂທ, ຄົ້ນຄວ້າ ແລະ ສອນພາສາລາວ ໃນສະຫະລັດ
ລັດຖະບານອາເມຣິກາໄດ້ໃຫ້ທຶນແກ່ ສປປ ລາວ ເພື່ອເອົານັກສຶກສາມາຮຽນຕໍ່ ແລະທຳການຄົ້ນຄວ້າ ຫລືແລກປ່ຽນປະສົບການທັງໃນໄລຍະສັ້ນ ແລະໄລຍະຍາວຢູ່ສະຫະລັດມາໄດ້ປະມານ 3 ທົດສະວັດແລ້ວ. ທຶນການສຶກສາທີ່ໃຫຍ່ທີ່ສຸດກໍຄືທຶນຟູລໄບຣ (Fulbright) ທີ່ເປັນທຶນການສຶກສາລະດັບໂລກທີ່ສະຫະລັດມອບໃຫ້ແກ່ນັກສຶກສາຫລາຍກວ່າ 4,000 ທີ່ມາຈາກ 160 ກວ່າປະເທດ ເພື່ອສຶກສາໃນຂັ້ນປະລິນຍາໂທ ຫລືສູງກວ່ານັ້ນໃນມະຫາວິທະຍາໄລຢູ່ສະຫະລັດ.
ນາງ ສຸລິວັນ ລັດຕະນະວົງ (Soulivanh Lattanavong), ນັກສຶກສາທຶນ ຟູລໄບຣ ຈາກປະເທດລາວ ທີ່ຮຽນປະລິນຍາໂທໃນມະຫາວິທະຍາໄລແຫ່ງນຶ່ງໃນສະຫະລັດ ໃນປີ 2018. ຜູ້ກ່ຽວກຳລັງຢ້ຽມຢາກຫໍພິພິດທະພັນທີ່ວາງສະແດງເລື້ອງ ອາວະກາດໃນນະຄອນຫລວງວໍຊິງຕັນ, ເດືອນກໍລະກົດ, 2018.
ປົກກະຕິແລ້ວລາວຈະໄດ້ຮັບທຶນນີ້ປີນຶ່ງປະມານ 2 ຫາ 5 ທຶນຍົກເວັ້ນໃນສົກຮຽນປີ 2006 ຫາ 2008 ທີ່ໄດ້ຮັບຫລາຍເຖິງ 7 ຄົນ, ອີງຕາມທ່ານ ຈັນທະເນດ ພະໄກສອນທີ່ເປັນຜູ້ນຶ່ງທີ່ໄດ້ຮັບທຶນຟູລໄບຣໃນສົກ ຮຽນນັ້ນ. ສະນັ້ນ ການແຂ່ງຂັນແມ່ນສູງຫລາຍ. ນັກສຶກສາທີ່ສົນໃຈຂໍທຶນການສຶກສານີ້ບາງຄົນກໍໄດ້ກຽມເປັນເວລາຫລາຍປີ ຫລືສະໝັກຂໍທຶນຫລາຍຄັ້ງຈຶ່ງປະສົບຜົນສຳເລັດ ແລະບາງຄົນກໍບໍ່ເຄີຍປະສົບຜົນສຳເລັດເລີຍກໍມີ. ມື້ນີ້ທາງວີໂອເອຈະນຳເອົາຄຳແນະນຳຈາກຜູ້ທີ່ປະສົບຜົນສຳເລັດໃນການຂໍທຶນນີ້ມາແລ້ວມາແບ່ງປັນສູ່ທ່ານຟັງ ຊຶ່ງຜູ້ທຳອິດກໍໄດ້ແກ່ນາງວຽງສະຫວັນ ໄຊຈະເລີນ, ທີ່ຫາກໍ່ຈົບການປະລິນຍາໂທດ້ານບໍລິຫານທຸລະກິດຈາກມະຫາວິທະຍາໄລພາກຕາເວັນຂອງສຽງໃຕ້ຂອງລັດນີວແຮມເຊີ ຫລື Southwestern New Hampshire University ໃນປີ 2021 ນີ້ເອງ. ນາງເລົ່າການກະກຽມກ່ອນຂໍຂອງທຶນຟູລໄບຣນີ້ສູ່ຟັງວ່າ:
Your browser doesn’t support HTML5
ນາງວຽງສະຫວັນໃຫ້ຄຳແນະນຳກ່ອນຈະຊິງເອົາທຶນຟູລໄບຣ
ນາງວຽງສະຫວັນ ໄຊຈະເລີນ ຖ່າຍຮູບກັບເພື່ອນນັກສຶກສາທີ່ໄດ້ຮັບທຶນຟູລໄບຣ ນຳກັນ ໃນຂະນະທີ່ນາງສຶກສາຕໍ່ໃນລະດັບປະລິນຍາໂທ ໃນ ສະຫະລັດ ເປັນເວລາສອງປີ.
ນາງວຽງສະຫວັນຜູ້ທີ່ຮຽນຈົບໃນມະຫາວິທະຍາໄລໃນລາວ ແລະກໍສະໝັກເອົາທຶນນີ້ ຄັ້ງທຳອິດກໍໄດ້ເລີຍນັ້ນບອກວ່າ ການທີ່ເຮົາຮູ້ຈັກວ່າ ເຮົາຢາກຮຽນຫຍັງ ແມ່ນສຳຄັນຫລາຍ ເພາະເຮົາຈະສາມາດຕອບຄະນະກຳມະການໄດ້ວ່າ ເຮົາມີເປົ້າໝາຍອັນຊັດເຈນແນ່ນອນ ໃນການສະແຫວງຫາທຶນມາຮຽນທີ່ສະຫະລັດ.
ຜູ້ທີສອງກໍແມ່ນທ່ານຈັນທະເນດ, ອະດີດນັກສຶກສາປະລິນຍາໂທຝ່າຍການພັດທະນາສາກົນແບບຍືນຍົງໃນມະຫາວິທະຍາໄລແບຣນດາຍສ໌ (Brandeis) ທີ່ເມືອງບອສຕັນ, ລັດແມັສຊາຈູແຊັສມີຄຳແນະນຳບາງຢ່າງສຳລັບຜູ້ສົນໃຈໃນການສະໝັກທຶນນີ້ວ່າ:
Your browser doesn’t support HTML5
ທ່ານຈັນທະເນດໃຫ້ຄຳແນະນຳໃນການກຽມພາສາອັງກິດ
TOEFL ທີ່ທ່ານຈັນທະເນດກ່າວຂ້າງເທິງນັ້ນ ແມ່ນຄຳຫຍໍ້ມາຈາກ Test of English as a Foreign Language ຊຶ່ງແປວ່າ ການສອບເສັງພາສາອັງກິດໃນນາມທີ່ເປັນພາສາຕ່າງປະເທດ. ມັນເປັນການສອບເສັງມາດຕະຖານທີ່ມະຫາວິທະຍາໄລ ຫລືສະຖາບັນການສຶກສາສະຫະລັດໃຊ້ໃນການວັດແທກຄວາມ ຮູ້ ຫລືຄວາມຄ່ອງແຄ້ວໃນພາສາອັງກິດ ກ່ອນຈະຮັບເອົານັກສຶກສາຕ່າງປະເທດ.
ທ່ານຈັນທະເນດ ພະໄກສອນທີ່ໄດ້ຮັບທຶນ Fulbright ມາສຶກສາທີ່ມະຫາວິທະຍາໄລ Brandeis, ລັດແມສຊາຈແຊສ ໄດ້ຮັບໃບປະກາດສະນີຍະບັດປະລິນຍາໂທໃນປີ 2008
ນອກຈາກພາສາອັງກິດແລ້ວກໍຍັງມີການສອບເສັງມາດຕະຖານດ້ານເລກອີກ ທີ່ທາງມະຫາວິທະຍາໄລຂອງສະຫະລັດໃຊ້ເພື່ອຮັບເອົານັກສຶກສາຕ່າງປະເທດ ຊຶ່ງທ່ານຈັນທະເນດມີຄຳແນະນຳໃນການກຽມດ້ານນີ້ວ່າ:
Your browser doesn’t support HTML5
ທ່ານຈັນທະເນດໃຫ້ຄຳແນະນຳໃນການກຽມເລກ
ເມື່ອຍື່ນໃບສະໝັກຂໍທຶນ ແລະມີຄະແນນສອບເສັງ TOEFL ຫລື ການສອບເສັງພາສາອັງກິດທີ່ຄ້າຍຄືກັນນີ້ຂ້ອນຂ້າງວ່າຈະໄດ້ມາດຕະຖານຂອງມະຫາວິທະຍາໄລອາເມຣິກັນແລ້ວ ທາງສະຖານທູດອາເມຣິກາປະຈຳລາວ ກໍຈະເອີ້ນເຂົ້າສຳພາດ ຊຶ່ງມີກຳມະການປະມານ 5 ຄົນ ທີ່ປະກອບມີເຈົ້າໜ້າທີ່ສະຖານທູດອາເມຣິກາ, ອະດີດນັກສຶກສາທີ່ເຄີຍໄດ້ຮັບທຶນຟູລໄບຣ, ຕາງໜ້າຂອງລັດຖະບານລາວ ຊຶ່ງອາດຈະແມ່ນເຈົ້າໜ້າທີ່ກະຊວງສຶກສາ ແລະກິລາ ແລະພາກສ່ວນເອກກະຊົນອີກ.
ນາງວຽງສະຫວັນທີ່ໄດ້ຮັບທຶນຟູລໄບຣ ຈາກລັດຖະບານສະຫະລັດເພື່ອຮຽນຕໍ່ໃນລະດັບປະລິນຍາໂທ ໃນອາເມຣິກາ ເປັນເວລາສອງປີ ແຕ່ລະດູຮ້ອນ ປີ 2019 ຫາລະດູຮ້ອນ 2021
ຫລຸບແລ້ວ ການທີ່ຈະແຂ່ງຂັນເອົາທຶນການສຶກສາມາຮຽນຂັ້ນປະລິນຍາໂທ ຢູ່ໃນສະຫະລັດເປັນເວລາ 2 ປີຫລື ຮຽນໃນຂັ້ນສູງ ແລະຫລາຍປີກວ່ານັ້ນ ພາຍໃຕ້ໂຄງການຟູລໄບຣ ຈະຕ້ອງໄດ້ມີການກະກຽມເປັນຢ່າງດີ ແລະລະອຽດຊຶ່ງໃຊ້ເວລາຢ່າງໜ້ອຍກໍປະມານ 1 ປີ. ໃນພາກຕໍ່ໄປກໍຄືພາກສຸດທ້າຍຂອງຫົວຂໍ້ນີ້ ພວກເຮົາຈະນຳເອົາລາຍລະອຽດກ່ຽວກັບການປັບຕົວຂອງນັກສຶກສາລາວໃນສະຫະລັດ? ໂປດຕິດຕາມຮັບຟັງດ້ວຍ.